spot_img
Homeຂ່າວຕ່າງປະເທດໄທເພີ່ມທະວີ ການປ້ອງກັນຄວາມສະຫງົບ ຢູ່ນະຄອນຫາດໃຫຍ່ ຫລັງມີຂໍ້ມູນອາດເກີດເຫດ ກໍ່ການຮ້າຍ!

ໄທເພີ່ມທະວີ ການປ້ອງກັນຄວາມສະຫງົບ ຢູ່ນະຄອນຫາດໃຫຍ່ ຫລັງມີຂໍ້ມູນອາດເກີດເຫດ ກໍ່ການຮ້າຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ເມສາຜ່ານມານີ້ວ່າ ນັບ​ແຕ່​ຕອນ​ບ່າຍ​ວັນ​ທີ 23 ເມສາ 2016 ເປັນຕົ້ນມາ ເຈົ້າ​ໜ້າ​ທີ່​ໄທໄດ້​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ ຮັກສາ​ຄວາມ​ສະ​ຫງົບ​ຢູ່ນະ​ຄອນຫາດ​ໃຫຍ່ ​ທີ່ຂຶ້ນ​ກັບແຂວງສົງຂາ ອັນເປັນ​ຕ​ົວ​ເມືອງ​ໃຫຍ່ກວ່າ​ໝູ່​ ແລະ ເປັນສູນກາງດ້ານເສດຖະກິດ-ສັງຄົມ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ພາຍ​ຫລັງ​ທີ່ໜ່ວຍງານສືບຂ່າວຂອງທາງການ ໄດ້ຮັບຂໍ້ມູນວ່າ ​ອາດ​ເກີດ​ການ​ບຸກ​ໂຈມ​ຕີຂອງ ກຸ່ມກໍ່ຄວາມບໍ່​ສະຫງົບທາງພາກໃຕ້ ທີ່ຕ້ອງການແຍກຕົວອອກ ແລະ ສ້າງຕັ້ງລັດອິດສະລາມຂຶ້ນ ໂດຍບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເຈົ້າໜ້າທີ່ກວດ​ມ້າງ​ລະ​ເບີດ ໄດ້​ລະ​ດົມ​ການ​ອອກກວດກາ​ຕະ​ຫລອດ 24 ຊົ່ວ​ໂມງ ໃນ​ທົ່​ວ​ນະ​ຄອນ.

ພ້ອມກັນນັ້ນ, ບັນ​ດາ​ອຸປະກອນທຳ​ລາຍ​ລະ​ເບີດ ກໍ​ໄດ້ຖືກ​ຕິດ​ຕັ້ງ​ຢູ່​ຫລາຍ​ເຂດ ໂດຍບັນ​ດ​າ​ເຂດ​ທີ່​ສຸມ​ໃສ່​ຄວບ​ຄຸມເປັນພິເສດ ​ແມ່ນ​ຢູ່ຕາມ​ສູນ​ການ​ຄ້າ​ ແລະ ສະຖານີຂົນສົ່ງສາທາລະນະຂອງນະຄອນຫາດໃຫຍ່.

 
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...