spot_img
Homeຂ່າວຕ່າງປະເທດແລ້ງໜັກ! ເວເນຊູເອລາ ສັ່ງງົດປ່ອຍໄຟຟ້າທົ່ວປະເທດ ວັນລະ 4 ຊົ່ວໂມງ

ແລ້ງໜັກ! ເວເນຊູເອລາ ສັ່ງງົດປ່ອຍໄຟຟ້າທົ່ວປະເທດ ວັນລະ 4 ຊົ່ວໂມງ

Published on

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍງານ​ວ່າ ລັດຖະບານ​ເວ​ເນ​ຊູ​ເອລາ​ຍັງ​​ປະກາດ​ມາດ​ຕະການ​ປະຢັດ​ໄຟຟ້າ ຫຼັງ​ຈາກ​ປະສົບ​ວິ​ຂາດ​ແຄນ​ພະລັງງານ​ຕໍ່​ເນື່ອງ ​ໂດຍ​ຫຼ້າ​ສຸດ​ໄດ້​ສັ່ງ​ງົດ​ປ່ອຍ​ໄຟຟ້າ​ທົ່ວ​ປະ​ເທດ​ວັນ​ລະ 4 ຊົ່ວ​ໂມງ ຊຶ່ງ​ຈະ​ເລີ່​ມມາດ​ຕະກາ​ນດັ່ງກ່າວ​ໃນ​ອາທິດ​ໜ້າ ​ໂດຍ​ຂໍ້ຄວາມ​ຮ່ວມ​ມື​ຈາກ​ປະຊາຊົນ​ທຸກ​ພາກສ່ວນ.

ສຳ​ລັບ​ມາດ​ຕະການ​ນີ້​ຈະ​ບັງຄັບ​ໃຊ້​ເບື້ອງ​ຕົ້ນ 40 ວັນ ຫຼື ຈົນ​ກວ່າ​ຈະ​ມີ​ນໍ້າ​ໃນ​ເຂື່ອນ​ພຽງພໍ​ທີ່​ຈະ​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ເພື່ອ​ໄດ້​ໃຊ້​ກັນ​ທົ່ວ​ປະ​ເທດ​.

​ໂດຍ​ກ່ອນ​ໜ້າ​ນີ້ ທ່ານ ນິ​ໂຄ​ລັສ ມາ​ດູ​ໂຣ ປະທານາທິບໍດີ​ເວ​ເນ​ຊູ​ເອລາ ​ໄດ້​ປະກາດ​ພັກວຽກອາທິດ​ລະ 3 ວັນ​ຄື ວັນ​ສຸກ, ​ເສົາ​, ອາທິດ ​ໂດຍ​​ເລີ່​ມຕົ້ນ​ແລ້ວ​ຕັ້ງ​ແຕ່​ຕົ້ນ​ເດືອນ​ເມສາ​ໄປ​ຈົນ​ເຖິງ​ວັນ​ທີ 6 ມິຖຸນາ 2016 ​ເນື່ອງ​ຈາກ​ແຜນ​ສຸກ​ເສີນ​ຂອງ​ປະ​ເທດ​ທີ່​ຕ້ອງ​ປະຢັດ​ພະລັງງານ​ໄຟຟ້າ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...