spot_img
Homeຂ່າວທ້ອງຖິ່ນອພບຕ ເມືອງປາກເຊ ລະບຸ ມີຂີ້ເຫຍື້ອເກີດຂຶ້ນທົ່ວເມືອງ ປະມານ 80 ໂຕນຕໍ່ວັນ!

ອພບຕ ເມືອງປາກເຊ ລະບຸ ມີຂີ້ເຫຍື້ອເກີດຂຶ້ນທົ່ວເມືອງ ປະມານ 80 ໂຕນຕໍ່ວັນ!

Published on

ຂປລ. ທ່ານ ບຸນນາດ ຊຸມພົນພັກດີ ຮອງປະທານຜູ້ປະຈຳການ ອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ເມືອງປາກເຊ ແຂວງຈຳປາສັກ ໃຫ້ສຳພາດຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 19 ​ເມສາ ນີ້ວ່າ: ປັດຈຸບັນ ຢູ່ເມືອງປາກເຊ ມີຂີ້ເຫຍື້ອເກີດຂຶ້ນ ປະມານ 80 ໂຕນຕໍ່ວັນ, ໃນນັ້ນ ອພບຕ ສາມາດ ບໍລິຫານຈັດການ ແລະ ເກັບມ້ຽນຂີ້ເຫຍື້ອ ໄດ້ປະມານ 50% ​ເນື່ອງ​ຈາກງົບປະມານ ບໍ່ພຽງພໍ, ພາຫານະຂົນສົ່ງຂີ້ເຫຍື້ອ ໄປສູ່ສະໜາມມີໜ້ອຍ ທັງເກົ່າແກ່ຊຸດໂຊມ ຈຶ່ງບໍ່ສາມາດເກັບມ້ຽນ ຂີ້ເຫຍື້ອໄດ້ຢ່າງທົ່ວເຖິງ.

ຕໍ່ ​ບັນຫາ​ດັ່ງກ່າວ, ທ່ານ ບຸນນາດ ຊຸມພົນພັກດີ ​ໄດ້​ຮຽກຮຽກຮ້ອງ ໃຫ້ທຸກພາກສ່ວນ, ທຸກອົງການ ຈັດຕັ້ງໃນສັງຄົມ ຕະຫລອດຮອດຊຸມຊົນຕ່າງໆ ຈົ່ງໄດ້ມີສ່ວນຮ່ວມ ແລະ ເປັນເຈົ້າການ ໃນການບໍລິຫານຈັດການ ແລະ ເກັບມ້ຽນຂີ້ເຫຍື້ອ ທີ່ຕົນເອງສ້າງຂຶ້ນ ໃນແຕ່ລະວັນ ສິ່ງສຳຄັນ ຕ້ອງແຍກຂີ້ເຫຍື້ອ ແຕ່ລະປະເພດອອກ ໃຫ້ລະອຽດ ຈຶ່ງນຳໄປວາງໄວ້ ຕາມສະຖານທີ່ໆເໝາະສົມ ເພື່ອຄວາມສະດວກ ໃນການຈັດການ ກໍຄື ຂົນສົ່ງໄປສູ່ສະໜາມ ກຳຈັດຂີ້ເຫຍື້ອ, ຂີ້ເຫຍື້ອບາງປະເພດ ທີ່ສາມາດທຳລາຍໄດ້ ກໍຄວນທຳລາຍກັບທີ່ ດ້ວຍຕົນເອງ ຖ້າຂີ້ເຫຍື້ອທີ່ຂາຍໄດ້ ກໍຄວນເກັບຂາຍ ເພື່ອເຮັດໃຫ້ຕົວເມືອງປາກເຊ ກໍຄືແຂວງຈຳປາສັກ ມີຄວາມສະອາດສວຍງາມ ແລະ ​ເປັນ​ເມືອງ​ທີ່ໜ້າຢູ່.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...