Homeຍ້ອງຍໍຄົນດີເດັ່ນກະຊວງການຕ່າງປະເທດ ສປປ.ລາວ ຈັດພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ເອກອັກຄະລັດຖະທູດ ສ. ເກົາຫຼີ

ກະຊວງການຕ່າງປະເທດ ສປປ.ລາວ ຈັດພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ເອກອັກຄະລັດຖະທູດ ສ. ເກົາຫຼີ

Published on

ໃນຕອນເຊົ້າວັນທີ 19 ເມສາ 2016 ທີ່ກະຊວງການຕ່າງປະເທດ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ.ລາວ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຄິມ ຊູ ກວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ.ລາວ ທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ.ລາວ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານທີ່ທ່ານທູດໄດ້ປະກອບສ່ວນເຂົ້າໃນການເສີມຂະຫຽາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ປະເທດ ໃນໄລຍະເວລາເກືອບ 3 ປີທີ່ຜ່ານມາ.

ໃນໂອກາດນີ້ ທ່ານ ຄິມ ຊູ ກວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳສປປ.ລາວ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ກໍຄືກະຊວງການຕ່າງປະເທດ ສປປ.ລາວ ທີ່ໄດ້ໃຫ້ການຮ່ວມມື ສະໜັບສະໜູນຊ່ອຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານການທູດຢູ່ລາວ ຈົນປະສົບຜົນສຳເລັດເປັນຢ່າງດີ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ແຫ່ງ ສ.ເກົາຫຼີ ໄດ້ໃຫ້ການຊ່ອຍເຫຼືອແກ່ ສປປ.ລາວ ຫຼື (ODA) ໃນດ້ານການພັດທະນາການສຶກສາ ສາທາລະນະສຸກ ແລະ ການພັດທະນາຊົນນະບົດ ສະເຫຼ່ຍ 10-12 ລ້ານໂດລາສະຫະລັດຕໍ່ປີ ແລະ ການຊ່ອຍເຫຼືອດັ່ງກ່າວນັ້ນແມ່ນເພີ່ມຂຶ້ນທຸກໆປີ ນອກນັ້ນ ຍັງໄດ້ໄຂຖ້ຽວບີນໂດຍກົງລະຫວ່າງ ສປປ.ລາວ – ສ. ເກົາຫຼີ  ສ.ເກົາຫຼີ – ສປປ.ລາວ ຫຼາຍຖ້ຽວບິນຕໍ່ອາທິດ ເຮັດໃຫ້ຈຳນວນນັກທ່ອງທ່ຽວຂອງ ສ.ເກົາຫຼີ ທີ່ມາທ່ອງທ່ຽວຢູ່ ສປປ.ລາວ ໃນປີ 2015 ເພີ່ມຂຶ້ນ 17% ຖ້າທຽບໃສ່ປີ 2014 ນອກນີ້ ຍັງໄດ້ຊຸກຍູ້ນັກທຸລະກິດຂອງ ສ.ເກົາຫຼີ ມາລົງທຶນຢູ່ ສປປ.ລາວ ອີກດ້ວຍ ມາເຖິງປັດຈຸບັນ ການລົງທຶນຂອງ ສ.ເກົາຫຼີ ຈັດຢູ່ອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ.ລາວ ຮວມມີ 300 ກວ່າໂຄງການ ໂດຍຮວມມີມູນຄ່າປະມານ 880 ກວ່າລ້ານໂດລາສະຫະລັດ.

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...