Homeຂ່າວຕ່າງປະເທດຜົນສຳຫລວດພົບ ໄທຄອງແຊັ້ມປະເທດ ທີ່ນິຍົມຊື້ສິນຄ້າອອນລາຍ ຫລາຍທີ່ສຸດໃນໂລກ!

ຜົນສຳຫລວດພົບ ໄທຄອງແຊັ້ມປະເທດ ທີ່ນິຍົມຊື້ສິນຄ້າອອນລາຍ ຫລາຍທີ່ສຸດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ເມສານີ້ວ່າ ຈາກຜົນການສຳຫລວດຂອງ PwC’s Total Retail 2016 ຊຶ່ງສຳຫລວດນັກຊື້ຜ່ານທາງອອນລາຍ ຈຳນວນ 23,000 ຄົນ ໃນ 25 ປະເທດທົ່ວໂລກ ເພື່ອຕິດຕາມພຶດຕິກຳຂອງຜູ້ຊື້ ຜ່ານຊ່ອງທາງການຄ້າຂາຍຍ່ອຍອອນລາຍ ພົບວ່າ ປະເທດໄທ ເປັນປະເທດທີ່ມີນັກຊື້ສິນຄ້າອອນລາຍ ໂດຍກົງຜ່ານທາງສື່ສັງຄົມອອນລາຍ ຫລາຍທີ່ສຸດໃນໂລກເຖິງ 51% ຮອງລົງມາແມ່ນປະເທດອິນເດຍ 32%, ມາເລເຊຍ 31% ແລະ ຈີນ 27%.

ຜົນການສຳຫລວດໄດ້ລະບຸວ່າ ນັກຊື້ຊາວໄທ ກຳລັງກ້າວເຂົ້າສູ່ຍຸກສື່ສັງຄົມອອນລາຍ ມີອິດທິພົນຕໍ່ພຶດຕິກຳການຊື້ ແລະ ຂາຍສິນຄ້າ ຫລື ການບໍລິການ ຫລາຍກວ່າແຕ່ກ່ອນ ໃນຂະນະທີ່ໂທລະສັບມືຖື ໄດ້ກາຍມາເປັນເຄື່ອງມືຕົ້ນຕໍ ທີ່ໃຊ້ໃນການຈັບຈ່າຍຊື້ສິນຄ້າ ເລີ່ມຕັ້ງແຕ່ການຄົ້ນຫາຂໍ້ມູນຂອງສິນຄ້າ ແລະ ຮ້ານຄ້າ ໄປຈົນຮອດການປຽບທຽບລາຄາ ແລະ ການຖ່າຍຮູບສິນຄ້າຂຶ້ນເຜີຍແຜ່ທາງອອນລາຍ ເພື່ອຂໍຄວາມຄິດເຫັນຈາກໝູ່ເພື່ອນ ດັ່ງນີ້ເປັນຕົ້ນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...