Homeສຸຂະພາບ ແລະ ສີ່ງແວດລ້ອມບັນດາສະໝຸນໄພບັນເທົາອາການປວດແຂ້ວຈາກແຂ້ວແມງ

ບັນດາສະໝຸນໄພບັນເທົາອາການປວດແຂ້ວຈາກແຂ້ວແມງ

Published on

ສຸຂະພາບກັບລາວໂພສຕ໌ວັນີ້ ເຮົາມີເຄັດລັບດີໆມາຝາກສຳລັບຄົນມັກເຈັບແຂ້ວ ປວດແຂ້ວ ເປັນປະຈຳ ຍ້ອນຈາກແຂ້ວແມງ ຫຼື ສາເຫດໃດກໍ່ຕາມ ຖ້າບໍ່ຢາໄປຫາໝໍປົວແຂ້ວ ຕ້ອງອ່ານ.

zc

ວ່ານຫາງແຂ້
ມີສັບພະຄຸນໃນການທຳລາຍເຊື້ອໂຣກ ແລະ ລະລາຍສານພິດ (neutralization) ຂອງເຊື້ອໂຣກ ໂດຍຊອຍວ່ານຫາງແຂ້ເປັນທ່ອນຍາວປະມານ 2-3 ຊມ ລ້າງຢາງອອກໃຫ້ໝົດ ເໜັບໄວ້ໃນແຂ້ວ ໃຫ້ແຂ້ວຂົບໃນບໍລິເວນທີ່ປວດ ຫຼື ໃຊ້ໄມ້ຜັນສຳລີຈຸ່ມວຸ້ນວ່ານຫາງແຂ້ແລ້ວຍັດໃສ່ບໍລິເວນທີ່ປວດ ຈະຊ່ວຍບັນເທົາອາການປວດແຂ້ວໄດ້ຊົ່ວຄາວ

o2 (1)ດອກດາວເຮືອງ
ໃຊ້ດອກແຫ້ງປະມານ 7-8 ດອກ ຕົ້ມກັບນ້ຳສະອາດໃນປະລິມານທີ່ເໝາະສົມ ດື່ມນ້ຳຕົ້ມດອກດາວເຮືອງນີ້ໝົດມື້ ເພື່ອແກ້ອາການເຈັບແຂ້ວ.

euu1ຜັກບົ້ງນາ
ນຳຮາກສົດຂອງຜັກບົ້ງນາປະມານ 10 ຂີດ ຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນ້ຳ ປະສົມກັບນ້ຳສົ້ມສາຍຊູ ອົມປະໄວ້ປະມານ 5 ນາທີ ແລ້ວບ້ວນອອກດ້ວຍນ້ຳສະອາດ.

chinese-chive-content-flowerດອກຜັກບົ່ວໃບ
ກໍລະນີເຈັບແຂ້ວເພາະແມງກິນ ໃຫ້ເດັດເອົາດອກມັນມາຄົ້ວໃຫ້ດຳ ຈາກນັ້ນນຳມາບົດໃຫ້ລະອຽດລະລາຍໃນນ້ຳມັນຢາງແລ້ວເອົາສຳລີຈຸ່ມ ແລ້ວນຳມາຍັດໃສ່ແຂ້ວທີ່ເປັນຮູ ປະໄວ້ໜຶ່ງຄືນ ຈະສາມາດຂ້າຕົວແມງທີ່ກິນແຂ້ວໄດ້.

ທີ່ມາຈາກ: http://www.naarn.com/

 

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...