spot_img
Homeໜັງໃໝ່X-Men: Apocalypse 12 ໃບປິດໂຕລະຄອນໃນເລື່ອງກ່ອນເຂົ້າສາຍ

X-Men: Apocalypse 12 ໃບປິດໂຕລະຄອນໃນເລື່ອງກ່ອນເຂົ້າສາຍ

Published on

ສຳລັບຮູບເງົາໃນພາກນີ້ຈະເປັນເລື່ອງລາວກ່ຽວກັບໝູ່ຮັກຕ່າງອຸດົມການທີ່ຈະຕ້ອງມາຢູ່ຄົນລະຝ່າຍກັນຄື Charles Francis Xavier ຫຼື ສາດສະດາຈານ ເອັກ (James McAvoy) ກັບ Magneto (Michael Fassbender) ທີ່ຕ້ອງຍອມຖິ້ມມິດຕະພາບຂອງຕົນແລ້ວມາຫັນໜ້າປະທະກັນ ດ້ວຍເຫດຜົນທີ່ວ່າຕ່າງຝ່າຍຕ່າງຄິດບໍ່ຄືກັນ ໂດຍຝ່າຍໜຶ່ງເຊື່ອວ່າມະນຸດກາຍພັນສາມາດຢູ່ຮ່ວມກັບມະນຸດທົ່ວໄປໄດ້ ແລະອີກຝ່າຍໜຶ່ງຄິດວ່າມະນຸດນັ້ນສົມຄວນຖືກທຳລາຍ.

image

image

ໂດຍຄັ້ງນີ້ Magneto ຈະບໍ່ໄດ້ເຮັດໜ້າທີ່ເປັນຜູ້ນຳທັບຂອງຝ່າຍຫຼັງ ແຕ່ວ່າຈະເປັນສັດຕູໂຕໃໝ່ທີ່ມີພະລັງດັ່ງເທບພະເຈົ້າແບບ Apocalypse (Oscar Isaac) ເຊິ່ງເປັນມະນຸດກາຍພັນຄົນທຳອິດຂອງໂລກທີ່ຫຼັບໄຫຼມາຢ່າງດົນນານ ແລະຢາກທຳລາຍມວນມະນຸດບໍ່ໃຫ້ເຫຼືອຊາກ ໂດຍເຮັດໃຫ້ໂລກນີ້ມີແຕ່ມະນຸດກາຍພັນ

image

image

image

image

image

image

image

image

image

image

ສຳລັບມື້ເຂົ້າສາຍໃນໂຮງແມ່ນວັນທີ 27 ພຶດສະພານີ້ ໃຜທີ່ມັກແລະຕິດຕາມເລື່ອງນີ້ກໍອົດໃຈຖ້າເດີ້

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...