spot_img
Homeຂ່າວພາຍ​ໃນໂຮງຮຽນນານາຊາດ ປັນຍາທິບແຂວງສະຫວັນນະເຂດ ໄຂໃຫ້ພາກສ່ວນຕ່າງໆເຂົາທ່ຽວຊົມກິດຈະກຳ

ໂຮງຮຽນນານາຊາດ ປັນຍາທິບແຂວງສະຫວັນນະເຂດ ໄຂໃຫ້ພາກສ່ວນຕ່າງໆເຂົາທ່ຽວຊົມກິດຈະກຳ

Published on

ໃນວັນເສົາ ທີ 02 ເມສາ 2016 ຜ່ານມາ ໂຮງຮຽນນານາຊາດປັນຍາທິບສະຫວັນນະເຂດ ໄດ້ຈັດກິດຈະກຳພາຍໃນໂຮງຮຽນ ເພື່ອໃຫ້ແຂກທຸກພາກສ່ວນໄດ້ເຂົ້າຢ້ຽມຊົມ ຫຼື ເອີ້ນວ່າ OPEN HOUSE ເຊິ່ງງານດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງໆສະຫວັນນະເຂດ ມີບັນດາຄູ ອາຈານ ນັກຮຽນ ຕະຫຼອດເຖິງຜູ້ປົກຄອງນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານນາງ ປາດຖະໜາ ປັນຍາທິບ ຜູ້ຈັດການໃຫຽ່ ໂຮງຮຽນນານາຊາດ ປັນຍາທິບ ໄດ້ແຈ້ງໃຫ້ຮູ້ປະຫວັດຄວາມເປັນມາຂອງໂຮງຮຽນນີ້ວ່າ ໂຮງຮຽນປັນຍາທິບສະຫວັນນະເຂດ ໄດ້ໄຂການຮຽນ-ການສອນ ມາໄດ້ 1 ປີກວ່າ ແລະ ກ້າວເຂົ້າປີທີສອງແລ້ວ ກໍເຫັນວ່າໄດ້ຮັບການຕອບຮັບຈາກພໍ່ແມ່ປະຊາຊົນຊາວແຂວງສະຫວັນນະເຂດ ກໍຄືເມືອງໄກສອນ ພົມວິຫານ ທີ່ໄດ້ໃຫ້ຄວາມໄວ້ວາງໃຈສົ່ງບຸດຫຼານຂອງຕົນເຂົ້າຮໍ່າຮຽນຢ່າງຫຼວງຫຼາຍ ເຊິ່ງໄດ້ໄຂຮຽນໃນລະບົບສາກົນ ຮວມມີພາສາລາວ ພາສາອັງກິດ ແລະ ພາສາຈີນ ໃນຕະຫຼອດໄລຍະຜ່ານມາ ເຫັນວ່າຜົນການຮຽນຂອງນັກຮຽນມີທ່າກ້າວດີຂຶ້ນ ແລະ ເປັນທີ່ຍອມຮັບຂອງຜູ້ປົກຄອງເປັນສ່ວນໃຫຽ່ ນອກຈາກການຮຽນ-ການສອນແລ້ວ ຍັງມີການຈັດກິດຕະກຳຫຼາກຫຼາຍ ເປັນຕົ້ນ ກິລາ ສິລະປະວັນນະຄະດີ ແລະ ກິດຈະກຳເຮັດສວນຄົວ ນອກນັ້ນ ກໍຍັງໄດ້ມີການໄປທັດສະນະສຶກສາຢູ່ຕ່າງແຂວງ ກໍຄືຕ່າງປະເທດ ທັງນີ້ກໍເພື່ອຖອດຖອນບົດຮຽນ ເພີ່ມທັກສະໃຫ້ແກ່ນັກຮຽນ ແລະ ອື່ນໆ.

ພາຍໃນງານໃນວັນດັ່ງກ່າວ ຍັງຈັດໃຫ້ມີກິດຈະກໍາການສະແດງສິລະປະວັນນະຄະດີ ຈາກບັນດານັກຮຽນ-ນັກສຶກສາ ແລະ ກິດຈະກໍາຖາມ-ຕອບເອົາລາງວັນອີກ.
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...