spot_img
Homeຂ່າວຕ່າງປະເທດໄຂ້ຫວັດນົກລະບາດ ໄກເຖິງເພັນກິ່ນໃນຂົ້ວໂລກໃຕ້

ໄຂ້ຫວັດນົກລະບາດ ໄກເຖິງເພັນກິ່ນໃນຂົ້ວໂລກໃຕ້

Published on

668202

 

ອົງການຂ່າວລາຍງານຈາກເມືອງ Melbourne ປະເທດອົດສະຕາລີ ເມື່ອວັນທີ່ 6 ພຶດສະພາ ນັກວິໃຈອາວຸໂສທີ່ເຮັດງານໃຫ້ອົງກອນອານາໄມໂລກ ຮ່ວມກັບສູນປະສານງານຂໍ້ມູນແລະການວິໃຈຂອງອົດສະຕາລີ ເຊິ່ງເປັນຫົວໜ້າທີມວິໃຈຂອງອົດສະຕາລີ ໃນເມືອງ Melbourne ເຊິ່ງເປັນຫົວໜ້າທີມວິໃຈ ໃນປະເດັນດັ່ງກ່າວເຜີຍວ່າ ທີມວິໃຈກວດພົບໄວຣັສໄຂ້ຫວັດນົກສາຍພັນໃໝ່ “H11N2” ໃນນົກເພັນກິ່ນອະເດເລຍ ເຊິ່ງອາໃສຢູ່ບໍລິເວນມະຫາສະໝຸດ Antarctica ຕັ້ງຢູ່ທາງຕອນເໜືອສຸດຂອງທະວີບ Antarctica .

ໂດຍທາງທີມນັກວິໃຈ ໃດ້ເກັບຕົວຢ່າງຂີ້ບໍລິເວນກົ້ນ ແລະຫຼອດລົມຂອງນົກເພັນກິ່ນ ສາຍພັນດັ່ງກ່າວ ຈຳນວນ 301 ໂຕ ໃນຊ່ວງເດືອນ ມັງກອນ-ກຸມພາ ປີ 2013  ນອກຈາກນີ້ ຍັງເກັບຕົວຢ່າງເລືອດຂອງນົກຈຳນວນ 270 ອີກດ້ວຍ ທັ້ງນີ້ນັກວິໃຈກວດພົບໄວຣັສໄຂ້ຫວັດນົກ ໃນ 8 ໂຕທີ່ເກັບມາ ໃນຈຳນວນນີ້ 6 ຕົວຢ່າງມາຈາກເພັນກິ່ນໃຫຍ່ເຕັມທີ່ແລະ 2 ຕົວຢ່າງມາຈາກເພັນກິ່ນທີ່ຍັງນ້ອຍ

ຜົນການວິເຄາະເຊື່ອໄວຣັສດັ່ງກ່າວພົບວ່າ ໄວຣັສຕົວຢ່າງທັ້ງໝົດເປັນສາຍພັນ “H11N2” ເຊິ່ງເປັນສາຍພັນທີ່ບໍ່ເຮັດໃຫ້ນົກປ່ວຍ ແລະຍັງບໍ່ພົບວ່າຈະສາມາດຕິດຕໍ່ ໄປຍັງສັດຊະນິດອື່ນໂດຍສະເພາະສັດລຽງລູກດ້ວຍນົມ ພາຍໃນ DNA ບໍ່ມີເຊື້ອໄວຣັສ ໄຂ້ຫວັດນົກສາຍພັນອື່ນໆທີ່ພົບຢູ່ເທິງໂລກນີ້ອີກດ້ວຍ ງານວິໃຈດັ່ງກ່າວໃດ້ຮັບການເຜີຍແພ່ຢູ່ວາລະສານຊື່ດັ່ງ “embryo” ຂອງສະຫະລັດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...