spot_img
Homeຊີວິດແລະຄວາມຮັກເຫດເກີດ ຈາກ ຄວາມຮັກ

ເຫດເກີດ ຈາກ ຄວາມຮັກ

Published on

ຊີວິດ ແລະ ຄວາມຮັກ ກັບລາວໂພສຕ໌ວັນນີ້ເຮົາຈະມາເວົ້າໃນຫົວຂໍ້ ເຫດເກີດ ຈາກ ຄວາມຮັກ ຕອນ “ເຮັດບຸນແນວໃດໃຫ້ສົມຫວັງໃນຮັກ” ເຊິ່ງມັນອາດແຕກຕ່າງຈາກຫົວຂໍ້ທີ່ມເຄີຍຂຽນຜ່ານມາ ເພາະຜູ້ອ່ານຈະໄດ້ເຂົ້າໃຈກ່ຽວກັບການເຮັດບຸນເພື່ອຂໍຄວາມຮັກຢ່າງທ່ອງແທ້ ເນື້ອຫາໃນເລື່ອງນີ້ມີການນຳທຳມະເຂົ້າ ເຊິ່ງເຮົາກໍ່ມາອ່ານກັນເລີຍ

ຕອນ “ເຮັດບຸນແນວໃດໃຫ້ສົມຫວັງໃນຮັກ”

ມີຄວາມເຊື່ອທີ່ເຂົ້າໃຈແບບຜິດໆທີ່ເຫັນກັນເລື່ອຍໆຄື ການເຮັດບຸນຊື້ຄວາມຮັກ

ປະໂຫຍກນີ້ອາດບໍ່ເຄີຍມີໃຜເຄີຍໄດ້ຍິນ ແຕ່ຖ້າຖາມວ່າໃຜແນ່ທີ່ເຄີຍຊື້ພວງມະໄລ, ດອກໄມ້ທູບທຽນ, ຊື້ເຄື່ອງໄປເຮັດບຸນເຮັດທານ ເມື່ອ ຖວາຍໃຫ້ພຣະແລ້ວ ເອົາມືຕົວເອງນົບແລ້ວອະທິຖານວ່າ ສາທຸ!… ຂໍໃຫ້ຂະນ້ອຍພົບເນື້ອຄູ່, ຂໍໃຫ້ຂະນ້ອຍມີຄວາມຮັກທີ່ສົມຫວັງ ແລະ ອື່ນໆ ແບບນີ້ທ່ານຟັງເບິ່ງຄຸ້ນໆຫູບໍ່

ຖ້າຄົນເຮົາຂໍຄົນຮັກ ຄວາມຮັກດີໆກັນໄດ້ງ່າຍຄືການໃຊ້ ບັດ ATM ຊອດໃສ່ຕູ້ຖອນເງິນກົດໆແລ້ວເງິນກໍ່ໄຫລອອກມາໂລດກໍ່ຄົງຈະດີ ແຕ່ບາງຄົນຂໍໄປເທົ່າໃດກໍ່ບໍ່ເຄີຍໄດ້ຄືນກັບມາຈັກເທື່ອ ເລີຍຫລົງຜິດໄປເຮັດພິທີກຳຕ່າງໆນາໆ ເພື່ອໃຫ້ໄດ້ຄວາມຮັກມາຄອບຄອງ.

ການເຮັດບຸນນັ້ນຊ່ວຍນຳສິ່ງດີໆເຂົ້າມາໃນຊີວິດແທ້ ຊ່ວຍເພີ່ມໂອກາດໃຫ້ເຮົາມີຮັກທີ່ດີໄດ້ແທ້ ແລະ ເຮັດໃຫ້ເຮົາສາມາດຢູ່ຮ່ວມກັບຄົນທີ່ເຮົາຮັກໄດ້ແທ້ຈິງ ແຕ່ຕ້ອງເຮັດໃຫ້ຖືກວິທີ 

ການເຮັດທານເພື່ອຊ່ວຍເລື່ອງຄວາມຮັກເຮັດໄດ້ແນວໃດ?

ຄົນທີ່ເຮັດທານເປັນ ຫຼື ຄົນທີ່ຮູ້ຈັກໃຫ້ ຈະເຂົ້າໃຈວ່າເວລາເຮັດທານ ເວລາໃຫ້ນັ້ນເປັນແນວໃດ ການເຮັດບຸນທີ່ຖືກໝາຍເຖິງການສະຫຼະສິ່ງທີ່ເປັນຂອງຕົນ ເພື່ອໃຫ້ຄວາມສຸກແກ່ຄົນອື່ນ ໃຈທີ່ເສຍສະຫຼະນັ້ນເປີດກ້ວາງ ປາດສະຈາກຄວາມເຫັນແກ່ຕົວ ໃຜຢູ່ໃກ້ກໍ່ຮູ້ສຶກຮົ່ມເຢັນ ມີຄວາມສຸກ ມີສະເໜ່  “ໃຈຂອງຄົນທີ່ຮູ້ຈັກໃຫ້ຄືໃຈຂອງຄົນທີ່ຮູ້ຈັກຮັກ” ຄົນແບບນີ້ທ່ານວ່າໜ້າຮັກບໍ່?

ການພາວະນາຊ່ວຍເລື່ອງຄວາມຮັກແນວໃດ?

ການພາວະນານັ້ນເປັນບຸນໃຫຍ່ ເພາະການພາວະນາເປັນການສອນໃຫ້ໃຈເຫັນຄວາມຈິງ ຊ່ວຍໃຫ້ຈິດໃຈມີຄວາມໜັກແໜ້ນໝັ້ນຄົງ ມີນິໃສສະຫງ່ຽມຄ່ຽມຄົມ ຄື ມີຄວາມອົດທົນນັ້ນຍ່ອມຊ່ວຍໃຫ້ຮັກສາຄວາມຮັກໄວ້ໄດ້ດີ.

ເມື່ອໃຈຮູ້ຈັກໃຫ້ຮູ້ຈັກຮັກ ທ່ານກໍ່ມີສະເໜ່ ເມື່ອໃຈດີແລ້ວກໍ່ດຶງດູດສິ່ງດີໆເຂົ້າມາ ເມື່ອໃຈມີປັນຍາ ກໍ່ເຮັດໃຫ້ຮູ້ຈັກເລືອກຄົນຮັກທີ່ດີເພື່ອຢູ່ກັນຢ່າງມີຄວາມສຸກ

ການເຮັດບຸນຖ້າຕັ້ງໃຈໄວ້ຜິດ ເຮັດດ້ວຍຄວາມໂລບຢາກໄດ້ພຽງຢ່າງດຽວ ມັນຈະເປັນເຫດເຮັດໃຫ້ຕ້ອງຜິດຫວັງຊ້ຳໆ ຕະຫຼອດໄປ.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...