spot_img
Homeຂ່າວທ້ອງຖິ່ນຫລວງພະບາງຈະນໍາໃຊ້ 500 ກວ່າຄົນແຫ່ງຂະບວນສະຫລອງບຸນປີໃໝ່ລາວ

ຫລວງພະບາງຈະນໍາໃຊ້ 500 ກວ່າຄົນແຫ່ງຂະບວນສະຫລອງບຸນປີໃໝ່ລາວ

Published on

ເມື່ອກ້າວເຂົ້າສູ່ ເດືອນເມສາ ຂອງທຸກໆປີ ປວງຊົນລາວທັງຊາດ ໄດ້ເບີບານມ່ວນຊື່ນກັບ ກັບເທດສະການສະຫລອງປີໃໝ່ລາວ ເຊິ່ງເປັນໄລຍະເວລາໃນການພັກຜ່ອນ, ທ່ອງທ່ຽວ, ພົບປະສ້າງສັນ ແລະ ຫົດນ້ຳອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ, ໜຶ່ງໃນສະຖານທີ່ ທີ່ໄດ້ຮັບຄວາມນິຍົມໄປທ່ອງທ່ຽວຫລາຍທີ່ສຸດນັ້ນ ຄື ເມືອງມໍລະດົກໂລກ ແຂວງຫລວງພະບາງ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງໆຫລວງພະບາງ ເປີດເຜີຍວ່າ: ມາຮອດປັດຈຸບັນ ການຫ້າງຫາກະກຽມ ຄວາມພ້ອມເພື່ອການສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທັງພາກລັດ ແລະ ເອກະຊົນ ກໍພ້ອມ ແລ້ວ ທີ່ຈະຮອງຮັບ ແລະ ໃຫ້ບໍລິການ ແກ່ນັກທ່ອງທ່ຽວ ບໍ່ວ່າຈະເປັນ ແຫລ່ງທ່ອງທ່ຽວທາງທຳມະຊາດ, ແຫລ່ງທ່ອງທ່ຽວທາງ ວັດທະນະທຳ, ຮ້ານອາຫານ, ໂຮງແຮມ ແລະ ອື່ນໆ. ສຳລັບປີນີ້ ທາງຄະນະກຳມະການ ໄດ້ເອົາໃຈໃສ່ຄວບຄຸມ ທາງດ້ານລາຄາສີນຄ້າ, ໂຮງແຮມ ແລະ ການບໍລິການອື່ນໆ ໃຫ້ຢູ່ໃນລາຄາປົກກະຕິ ພ້ອມທັງເຊື່ອວ່າ ຫລວງພະບາງ ຈະສາມາດ ເປັນເຈົ້າບ້ານທີ່ດີ ໃນການຕ້ອນຮັບແຂກບ້ານແຂກເມືອງ.

ການສະຫລອງບຸນປີໃໝ່ລາວ ຢູ່ແຂວງຫລວງພະບາງປີນີ້ ຈະເລີ່ມແຕ່ວັນທີ 9-20 ເມສາ 2016 ເຊິ່ງມີຫລາຍກິດຈະກຳ ເປັນຕົ້ນແມ່ນ ຂະບວນແຫ່ຕ່າງໆ ຫລາຍກວ່າ 50 ຂະບວນ ໃຊ້ຄົນຫລາຍກວ່າ 5.000 ຄົນ, ວາງສະແດງສິນຄ້າພື້ນເມືອງ ທັງພາຍໃນ, ຕ່າງປະເທດ, ປະກວດນາງ ສັງຂານ ແລະ ອື່ນໆອີກ ຫລາກຫລາຍລາຍການ.

ຂ່າວຈາກ: ຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...