spot_img
Homeຂ່າວຕ່າງປະເທດສະພາແຫ່ງຊາດຫວຽດນາມ ເລືອກທ່ານ ເຈິນດາຍກວາງ ເປັນປະທານປະເທດຄົນໃໝ່!

ສະພາແຫ່ງຊາດຫວຽດນາມ ເລືອກທ່ານ ເຈິນດາຍກວາງ ເປັນປະທານປະເທດຄົນໃໝ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ເມສາຜ່ານມານີ້ວ່າ ກອງ​ປະ​ຊຸ​ມສະພາ​ແຫ່ງ​ຊາດ​ຫວຽດນາມ ​ສະ​ໄໝ XIII ໃນວາລະປະຊຸມປະຈຳ​ວັນ​ທີ ​2 ​ເມສາ 2016 ຜ່ານມານີ້ ໄດ້​ສືບ​ຕໍ່​ດຳ​ເນີນ​ການ​ປ່ອນ​ບັດ ​ເລືອກ​ຕັ້ງປະທານ​ປະເທດ​ຫວຽດນາມຄົນໃໝ່ ໂດຍແມ່ນທ່ານ ​ເຈີ​ນດາຍ​ກວາງ ​ອາຍຸ 59 ປີ ກຳມະການກົມ​ການ​ເມືອງ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນ​ຕີວ່າການ ກະຊວງ​ຕຳຫລວດຫວຽດນາມ ໄດ້​ຖືກ​ເລືອ​ກຕັ້ງເປັນ​ປະທານປະ​ເທດຫວຽດນາມຄົນ​ໃໝ່ ດ້ວຍ​ຄະ​ແນນສຽງ 436 ຈາກ​ຄະ​ແນນ​ສຽງທັງ​ໝົດ 465 ສຽງ ແລະ ໄດ້ເຂົ້າພິທີ ສາບານຕົນເພື່ອ​ຮັບ​ຕຳ​ແໜ່​ງຢ່າງເປັນທາງການ ໂດຍທ່ານໄດ້ໃຫ້​ຄຳໝັ້ນສັນຍາວ່າ ຈະ​ພະຍາຍາມ​ເຮັດ​ໜ້າທ່ີ​ຢ່າງ​ເດັດ​ດ່ຽວ ​ເພື່ອ​ປົກ​ປ້ອງ​ອະທິປະ​ໄຕຂອງປະ​ເທດ​ຊາດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...