spot_img
Homeຂ່າວຕ່າງປະເທດເບິ່ງ​ກົດໝາຍ ​ແລະ ລະບຽບ​ການ​ໃໝ່ໆ​ໝາດໆ​ຢູ່​ບາງ​ປະ​ເທດ

ເບິ່ງ​ກົດໝາຍ ​ແລະ ລະບຽບ​ການ​ໃໝ່ໆ​ໝາດໆ​ຢູ່​ບາງ​ປະ​ເທດ

Published on

# ​ວິເສດ ສະແຫວງສຶກສາ

ມື້ນີ້​ຂໍ​ສະ​ເໜີ​ກ່ຽວ​ກັບ​ມາດ​ຕະການ ​ແລະ ກົດໝາຍ​ໃໝ່ໆ​ໝາດໆ​ກ່ຽວ​ກັບ​ຢາສູບ,ກ່ຽວ​ກັບ​ວັດຖຸ​ມີຄ່າ​ປະ​ເພດ​ເອ້​ຍ້ອງ ​ແລະ ສິດທິ​ຂອງ​ແມ່ຮ້າງ ໃນຕ່າງປະເທດມາຝາກ

ກ່ຽວກັບຢາສູບ ​ໃນ​ທີ່​ສຸດ​ກຳປູ​​ເຈຍກໍ​ໄດ້​ກາຍ​ເປັນ​ປະ​ເທດ​ອັນ​ດັບ​ທີ 8 ​ໃນ​ອາ​ຊຽນທີ່​ມີ​ຂໍ້​ບັງຄັບ​ໃຫ້​ພິມ​ຮູບ​ກ່ຽວ​ກັບ​ອັນຕະລາຍ​ຂອງ​ຢາສູບ​ໃສ່​ຊອງຢາ​ສູບ ​ໂດຍ​ໃຫ້​ກວມ​ເອົາ​ເນື້ອທີ່ 55% ຂອງ​ເນື້ອທີ່​ຊອງ. ມາ​ຮອດ​ປັດຈຸບັນ ຍັງ​ແຕ່​ລາວ​ກັບ​ມຽນມາ​ເທົ່າ​ນັ້ນທີ່​ຍັງ​ບໍ່​ທັນ​ມີ​ການ​ລົງມື​ຕົວ​ຈິງ​ເທື່ອ (​ແຕ່​ມີ​ແຜນ​ຮຽບຮ້ອຍ​ແລ້ວ)ນີ້​ແມ່ນ​ຂ່າວ​ໃນ​ວັນ​ທີ 26 ມີນາ​ນປີ​ນີ້ ຢູ່​ໜ້າ​ໜັງສືພິມ​ວຽງ​ຈັນທາ​ມ​ເຮົາ​ເອງ​ນີ້​ລະ.ຂ່າວ​ໄດ້​ໃຫ້​ລາຍ​ລະອຽດ​ຕື່ມ​ວ່າ ກົດໝາຍ​ຄວບ​ຄຸມ​ຢາສູບ​ກຳປູ​ເຈຍ​ໄດ້​ຖືກ​ຮັບຮອງ​ເອົາ​ແຕ່ 11 ​ເດືອນ​ຜ່ານ​ມາ ຕໍ່​ຈາກ​ນັ້ນ​ໃນ​ເດືອນ​ພະຈິກ​ປີ 2015 ລັດຖະບານ​ກຳປູ​ເຈຍ​ກໍ​ໄດ້​ອອກດຳລັດ​ສອງ​ສະບັບ ​ເພື່ອ​ຜັນ​ຂະຫຍາຍ​ກົດໝາຍ​ຄວບ​ຄຸມ​ຢາສູບ​, ​ໃນ​ນັ້ນລວມມີ​ດຳລັດ​ບັງຄັບ​ໃຫ້​ບໍລິສັດ​ຢາສູບ​ພິມຮູບ​ແບບ​ເຕືອ​ນ​ເຖິງ​ໄພ​ອັນຕະລາຍ​ຈາກ​ການ​ສູບຢາ​ໃສ່​ຊອງຢາ​ສູບ​ທຸກ​ຊອງ. ພໍ​ຕົກ​ມາຕົ້ນ​ເດືອນ​ມີນາ​ປີ​ນີ້ ກຳປູ​ເຈຍ​ກໍ​ໄດ້​ອອກດຳລັດ​ອີກ 1 ສະບັບ ກຳນົດ​ໃຫ້​ສະຖານ​ທີ່​ເຮັດ​ວຽກ, ສະຖານ​ທີ່​

ສາທາລະນະ, ​ໂຮງ​ແຮມ ​ແລະ ຮ້ານ​ອາຫານ​ທຸກ​ແຫ່ງ ​ເປັນ​ບ່ອນ​ປອດ​ຢາສູບ​ຢ່າງ​ສິ້ນ​ເຊີງ, ​ໃຜ​ລະ​ເມີດ​ຈະ​ຖືກ​ປັບ​ໄໝ​ເປັນ​ເງິນ​ຈຳນວນ 5 ​ໂດ​ລາ​ສະຫະລັດ/ຄັ້ງ. ສ່ວນ​ສະຖານ​ເຊິ່ງກຳນົດ​ໃຫ້​ເປັນ​ບ່ອນ​ປອດ​ຄວັນ​ຢາ ​ແຕ່​ບໍ່​ຕິດ​ປ້າຍ “ຫ້າມ​ສູບຢາ” ນັ້ນ ກໍ​ຈະ​ຖືກ​ປັບ​ໄໝ​ເປັນ​ຈຳນວນ​ເງິນ 12,5 ​ໂດ​ລາ​ສະຫະລັດ. ສຳລັບ​ໂຮງ​ແຮມ ​ແລະ ຮ້ານ​ອາຫານ​ທີ່​ບໍລິການ​ຂອງ​ເຂ່ຍ​ຂີ້​ຢານັ້ນກໍ​ຈະ​ຖືກ​ປັບ​ໄໝ​ເປັນ​ຈຳນວນ​ເງິນ​ເທົ່າໆ​ກັນ ​ເພາະ​ຖື​ວ່າ​ເປັນ​ການ​ຊຸກຍູ້​ໃຫ້​ຄົນ​ສູບຢາ.

ກ່ຽວກັບເຄື່ອງປະດັບເອ້ຍ້ອງ ສ່ວນ​ຢູ່​ມຽນມານັ້ນ ລັດຖະບານ​ມີ​ແຜນ​ອອກ​ລະບຽບ​ການ​ເພີ່ມ​ຕື່ມ​ສະ​ເພາະ ​ເພື່ອ​ເຮັດ​ໃຫ້ການ​ຜັນ​ຂະຫຍາຍ​ກົດໝາຍ​ຄຸ້ມ​ຄອງ​ວັດຖຸ​ມີຄ່າ​ສຳລັບ​ເພດ​ເອ້​ປີ 1995 ມີ​ປະສິດທິພາບ ​ເພາະວ່າ​ຜ່ານ​ມາ​ມີ​ແຕ່​ກົດໝາຍ​ຂໍ້​ຫລໍ້ ​ແຕ່​ບໍ່​ມີ​ຂໍ້​ກຳນົດ​ກົດ​ລະບຽບ ​ເພື່ອ​ຫັນ​ເປັນ​ການ​ປະຕິບັດ​ຕົວ​ຈິງ. ​ໃນ​ປັດຈຸບັນ ກະຊວງ​ບໍ່​ແຮ່ ​ແລະສະມາຄົມ​ກຸ່ມ​ນັກທຸລະກິດ​ອັນຍະ​ມະນີ ​ແລະ ​ເຄື່ອງ​ເອ້ຍ້ອງ ພວມ​ຮ່ວມ​ກັນ​ສ້າງ​ຂໍ້​ກຳນົດ ​ແລະ ລະບຽບ​ການ​ດັ່ງກ່າວ.ລະບຽບ​ການຈະ​ກຳນົດ​ບັນດາ​ຫລັກການ​ກ່ຽວ​ກັບ​ການ​ອະນຸມັດ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ສົ່ງ​ອອກ​ຄຳ ​ແລະ ​ເພັດ. ນອກ​ນັ້ນຍັງ​ມີ​ແຜນ​ຈະ​ກຳນົດ​ຫລຸດ​ພາສີ​ການ​ສົ່ງ​ອອກ​ວັດຖຸ​ມີຄ່າ​ທີ່​ຍັງ​ບໍ່​ທັນ​ໄດ້​ເຈຍລະ​ໄນ​ລົງ​ເປັນ 5% ຈາກ 30% ທີ່​ກຳນົດ​ໄວ້​ໃນ​ກົດໝາຍ. ປະ​ເທດ​ທີ່​ເປັນ​ລູກ​ຄ້າ​ໃຫຍ່​ສຳລັບ​ວັດຖຸ​ມີຄ່າ​ຂອງ​ມຽນມານັ້ນ​ໄດ້​ແກ່ ສປ ຈີນ ​ແລະ ສ.​ເກົາຫລີ. ​ໃນ​ສົກ​ປີ 2014-2015 ມູນ​ຄ່າ​ການ​ສົ່ງ​ອອກ​ວັດຖຸ​ມີຄ່າ​ຂອງ​ມຽນມານັ້ນບັນລຸ​ເຖິງ 14,63 ລ້ານ​ໂດ​ລາ​ສະຫະລັດ.

ກ່ຽວກັບສິດທິຂອງແມ່ຍິງທີ່ເປັນຮ້າງ ​ໃນ​ວັນ​ທີ 8 ​ເດືອນ​ມີນາ​ນີ້ ກອງ​ປະຊຸມຄະນະ​ລັດຖະມົນຕີ​ຍີ່ປຸ່ນ ​ໄດ້​ຮັບຮອງ​ເອົາ​ມະຕິ​ຫລຸດ​ໄລຍະ​ເວລາ​ການ​ຫ້າມ​ແມ່ຍິງ​ທີ່​ເປັນ​ຮ້າງ​ແຕ່ງດອງ​ໃໝ່​ຈາກ 180 ຫລື  6 ​ເດືອນ ຍັງ​ເຫລືອສູງ​ສຸດ​ພຽງ100 ວັນ. ຂໍ​ອະທິບາຍ​ຕື່ມ​ວ່າ ​ເມື່ອ​ກ່ອນ, ​ແມ່ຍິງ​ຍີ່ປຸ່ນ​ທີ່​ເປັນ​ແມ່ຮ້າງ​ນັ້ນກ່ອນ​ຈະ​ສາມາດ​ແຕ່ງດອງ​ໃໝ່​ກໍ​ຕ້ອງ​ໄດ້​ລໍຖ້າ​ເຖິງ 6 ​ເດືອນ ຫລື 180 ວັນ. ການ​ປັບ​ຫລຸດ​ໄລຍະ​ລໍຖ້າ ​ເພື່ອ​ແຕ່ງດອງ​ໃໝ່​ຂອງ​ຍິງ​ແມ່ຮ້າງ​ຍີ່ປຸ່ນ​ມີ​ຂຶ້ນຍ້ອນ​ມີ​ສຽງ​ວິພາກ​ວິຈານ​ຈາກ​ອົງການ​ສິດທິ​ມະນຸດ ​ໂດຍ​ສະ​ເພາະ​ແມ່ນ​ຈາກ​ຄະນະ​ກຳມະການ​ສົນທິສັນຍາ​ວ່າ​ດ້ວຍ​ການ​ລຶບລ້າງ​ທຸກ​ຮູບ​ແບບ​ການຈຳ​ແນ​ກຕໍ່​​ເພດ​ຍິງ ຫລື ຊີ​ດໍ (CEDAW). ຕາມ​ທັດສະນະ​ຂອງ​ຊີ​ດໍ, ຍີ່ປຸ່ນ​ຄວນ​ຍົກ​ເລີກ​ບໍ່​ໃຫ້​ມີ​ໄລຍະ​ລໍຖ້າ​ສຳລັບ​ແມ່ຍິງ​ທີ່​ເປັນ​ຮ້າງ ​ເຊິ່ງຕ້ອງການ​ແຕ່ງດອງ ​ເພາະ​ຖື​ວ່າ​ຍັງ​ເປັນ​ການຈຳ​ແນ​ກຢູ່.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...