Homeຍ້ອງຍໍຄົນດີເດັ່ນດອກ​ຈຳ­ປາຣີ​ສອດ ຮັບ​ລາ­ງວັນ​ໂຮງ­ແຮມສີ­ຂຽວ​ອາ​ຊຽນ

ດອກ​ຈຳ­ປາຣີ​ສອດ ຮັບ​ລາ­ງວັນ​ໂຮງ­ແຮມສີ­ຂຽວ​ອາ​ຊຽນ

Published on

   ດອກ​ຈຳ­ປາຣີ​ສອດ ເປັນ​ໂຮງ­ແຮມ​ໜຶ່ງ​ໃນ ຈຳ­ນວນ 10 ແຫ່ງ​ໃນ​ທົ່ວປະ­ເທດ​ລາວ​ທີ່​ໄດ້​ຮັບ​ລາງວັນ​ເປັນ​ໂຮງ­ແຮມ​ສີ­ຂຽວ​ລະ­ດັບ​ອາ​ຊຽນຊຶ່ງໂຮງແຮມ​ແຫ່ງ​ນີ້​ຕັ້ງ​ຢູ່​ກິ­ໂລ­ແມັດ​ທີ 23 ເສັ້ນ­ທາງ​ສະ­ຫວັນນະ​ເຂດ-ເຊ​ໂນຊຶ່ງ​ເປັນ​ໂຮງ­ແຮມ​ທີ່​ໃຫຍ່​ມີ​ບໍ­ລິ­ການຫຼາກ​ຫຼາຍ​ເປັນ­ຕົ້ນ: ມີ​ຫ້ອງ​ພັກ, ມີ​ຫ້ອງ​ປະ­ຊຸມ, ມີ​ສະລອຍ­ນ້ຳ ແລະ​ ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ພ້ອມ​ນັ້ນກໍ​ໄດ້​ມີ​ການ­ເຄື່ອນ­ໄຫວ​ບໍ­ລິ­ການ​ຕາມ​ມາດຖານ​ຂອງ​ອາ​ຊຽນ​ວາງ​ອອກຊຶ່ງ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກໃຫ້​ຖືກ­ຕ້ອງ​ຕາມ 11 ມາດ­ຖານ​ທີ່​ອາ​ຊຽນ​ໄດ້​ກຳນົດ​ໄວ້​ຄື: ປະ­ຕິ­ບັດ​ງານ​ທາງ​ດ້ານ​ສິ່ງແວດ​ລ້ອມ, ການ​ນຳ​ໃຊ້​ຜະ­ລິດ​ຕະ​ພັນທີ່​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ, ຮ່ວມ​ມື​ກັບຊຸມ​ຊົນ ແລະ​ ທ້ອງ­ຖິ່ນ, ການ​ພັດ­ທະ­ນາບຸກ​ຄະ­ລາ​ກອນ, ການ​ຄຸ້ມ​ຄອງ​ຂີ້​ເຫຍື້ອ, ການ​ນຳ​ໃຊ້​ພະ­ລັງ­ງານ​ຢ່າງ​ມີ​ປະ​ສິດ­ທິພາບ, ການ​ນຳ​ໃຊ້​ນ້ຳ​ຢ່າງ​ມີ​ຄຸນ​ນະ​ພາບ, ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ອາ­ກາດ​ພາຍໃນ ແລະ ​ນອກ​ອາ­ຄານ, ການ​ຄຸ້ມ​ຄອງລະ­ບົບ​ມົນ​ລະ​ພິດ​ທາງ​ສຽງ, ການ​ຄຸ້ມຄອງ ແລະ​ ບຳ­ບັດ​ນ້ຳ​ເປື້ອນ ແລະ​ ການ​ກຳ­ຈັດ, ຄຸ້ມ​ຄອງ​ຂີ້​ເຫຍື້ອ​ທີ່​ມີສານ​ເຄ​ມີ​ນີ້​ແມ່ນ​ມາດ­ຕະ­ຖານ​ຫຼັກ​ຂອງອາ​ຊຽນ​ໃນ​ການ​ຕີ​ລາ­ຄາ​ປະ​ເມີນ​ຜົນ.

   ດັ່ງ­ນັ້ນ ໃນ​ຄະ­ນະ​ກຳ­ມະ­ການ​ຂັ້ນແຂວງຈິ່ງ​ໄດ້​ເກັບ​ກຳ​ເອົາ​ບັນ­ດາ​ໂຮງແຮມ​ພາຍ​ໃນ​ແຂວງ​ຈຳ­ນວນ​ຫຼາຍ​ສະເໜີ​ໄປ​ຍັງ​ຄະ­ນະ​ກຳ­ມະ­ການ​ຂັ້ນ​ສູນ​ກາງແລ້ວ​ກໍ​ມີ​ການ​ຄັດ​ເລືອກ​ບັນ­ດາ​ໂຮງແຮມ​ແຫ່ງ​ຕ່າງໆ​ສົ່ງ​ເຂົ້າ​ຊີງ​ລາ­ງວັນໂຮງ­ແຮມ​ສີ­ຂຽວໂດຍ​ພິ­ທີ​ຄັ້ງ​ນີ້​ໄດ້​ຈັດຂຶ້ນ​ທີ່​ປະ­ເທດ​ພີ​ລິບ​ປິນ ແລະ ​ໂຮງ­ແຮມດອກ​ຈຳ­ປາຣີ​ສອດຊຶ່ງ​ເປັນ​ໂຮງ­ແຮມ ໜຶ່ງ​ດຽວ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດກໍ​ໄດ້​ຮັບ​ລາ­ງວັນ​ອັນ​ຊົງ​ກຽດ​ນີ້​ໄປ​ຄອງ.

ມາ​ໃນ​ວັນ​ທີ 25 ມີ­ນາ 2016 ພະແນກ​ຖະ­ແຫຼງ​ຂ່າວ-ວັດ­ທະ­ນະ­ທຳແລະທ່ອງ​ທ່ຽວ​ແຂວງ​ສະ­ຫວັນ​ນະ​ເຂດ​ຮ່ວມກັບ​ກຸ່ມ​ທຸ­ລະ​ກິດ​ໂຮງ­ແຮມ, ເຮືອນ​ພັກ ແລະ​ຮ້ານ​ອາ­ຫານກໍ​ໄດ້​ຈັດ​ພິ­ທີ​ມອບ-ຮັບ​ລາ­ງວັນ​ດັ່ງ­ກ່າວ​ນີ້​ຂຶ້ນ​ທີ່​ໂຮງ­ແຮມດາວ​ສະ­ຫວັນ​ນະ​ເຂດໂດຍ​ການ​ໃຫ້​ກຽດມອບ​ໂດຍທ່ານຄຳ​ພູນຕຸ​ໄພ­ທູນຮອງເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດແລະ​ຮັບໂດຍທ່ານສຸ­ລິນອິນ​ທະ​ວົງຜູ້​ຈັດ­ການໃຫຍ່​ໂຮງ­ແຮມ​ດອກ​ຈຳ­ປາໂດຍ​ຊ້ອງ ໜ້າ ທ່ານ ນາງ ດາວ​ວອນ ໄຊ​ສຸ​ລຽນ ຫົວໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ-ວັດ­ທະ­ນະ­ທຳແລະ​ທ່ອງ​ທ່ຽວ​ແຂວງພ້ອມ​ດ້ວຍ​ຄະ­ນະບໍ­ລິ­ຫານ​ງານ​ກຸ່ມ​ທຸ­ລະ​ກິດ​ໂຮງ­ແຮມ, ເຮືອນ​ພັກ ແລະ​ຮ້ານ​ບັນ­ເທີງ​ເຂົ້າ​ຮ່ວມ ເປັນ​ສັກ­ຂີ​ພິ­ຍານ​ໃນ​ຄັ້ງ​ນີ້​ດ້ວຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...