Homeຂ່າວການພັດທະນາສປປ ລາວ ຫັນຈາກປະເທດ ບໍ່ມີຊາຍແດນຕິດທະເລ ເປັນປະເທດບໍລິການທາງຜ່ານ ໃນພາກພື້ນ!

ສປປ ລາວ ຫັນຈາກປະເທດ ບໍ່ມີຊາຍແດນຕິດທະເລ ເປັນປະເທດບໍລິການທາງຜ່ານ ໃນພາກພື້ນ!

Published on

ຂປລ. ສປປ ລາວ ຫັນຈາກການເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ບໍລິການທາງຜ່ານໃນພາກພື້ນ ໂດຍການເຊື່ອມຕໍ່ ການຄົມມະນາຄົມ-ຂົນສົ່ງຂອງລາວ ກັບບັນດາ ປະເທດເພື່ອນບ້ານ ເຊິ່ງປະຈຸບັນ ສປປ ລາວ ໄດ້ລົງນາມ ໃນສັນຍາຂົນສົ່ງ ສອງຝ່າຍ ແລະ ຫລາຍຝ່າຍ ກັບເກືອບໝົດທຸກປະເທດໃກ້ຄຽງແລ້ວ. ພ້ອມ​ໄດ້​ກຳ­ນົດ​ເອົາ 9 ຈຸດທົ່ວ​ປະ­ເທດ ເປັນ​ເຂດ​ໂລ​ຈິສຕິກສາ­ກົນ ເພື່ອເປັນ​ບ່ອນ​ເຕົ້າ­ໂຮມ ແລະ ​ ແຈກ​ຢາຍສິນ­ຄ້າ ​​ເຮັດໃຫ້​ເກີດ​ມີ​ການ​ຂົນ­ສົ່ງທີ່ມີລາ­ຄາ​ຖືກ​ລົງ, ຜູ້ຊື້ໄດ້​ຮັບ​ສິນ­ຄ້າຖືກຕ້ອງ ຕາມກຳນົດເວລາ, ສ້າງ​ຄວາມ​ເຂັ້ມແຂງ​ ໃຫ້​ກຳລັງການ​ຂົນ­ສົ່ງ​ຂອງ​ລາວ​ ສາ­ມາດ​ແຂ່ງ­ຂັນກັບ​ສາ­ກົນ​ໄດ້​ໃນ­ຕໍ່­ໜ້າ.

​ຂໍ້​ມູນ​ຈາກ​ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ກະຊວງ ຍທຂ ​ໄດ້​ຮ່າງ​ຍຸດ​ທະ​ສາດ​ການ​ພັດ­ທະນາ​ ໂລ​ຈິ​ສ​ຕິກ​ ການ​ຂົນ­ສົ່ງ​ສິນ­ຄ້າ ແລະ ​ໄດ້ຖືກ​ຮັບ­ຮອງ​ຈາກ​ລັດ­ຖະ­ບານ ໃນ​ປີ 2015 ພ້ອມ​ທັງ​ ໄດ້​ເຂົ້າ​ເປັນ​ພາ­ຄີ​ສົນທິສັນ­ຍາ​ ສະ­ຫະ​ປະ­ຊາ​ຊາດ ວ່າ​ດ້ວຍ​ທ່າ​ບົກ (Dry Port) ​ເຊິ່ງ ສປປ ລາວ ໄດ້​ກຳນົດ​ເອົາ 9 ຈຸດ ​ທີ່​ເປັນ​ເຂດ​ໂລ​ຈິ​ສ​ຕິກ​ສາກົນ​ ຄື: ​ຫ້ວຍ​ຊາຍ ແຂວງບໍ່ແກ້ວ, ນາ​ເຕີຍ ແຂວງຫລວງນໍ້າທາ, ເມືອງ​ໄຊ ແຂວງອຸດົມໄຊ, ແຂວງຫລວງ​ພະ​ບາງ,  ທ່າ​ນາ​ແລ້ງ ນະຄອນຫລວງວຽງຈັນ, ຫລັກ​ຊາວ ແຂວງບໍລິຄຳໄຊ, ທ່າ​ແຂກ ແຂວງຄຳມ່ວນ, ເຊໂນ ແຂວງສະ­ຫວັນ​ນະ​ເຂດ ແລະ ວັງເຕົ່າ ແຂວງຈຳ­ປາ​ສັກ. ໃນ​ນັ້ນມີ​ 2 ຈຸດ ​ທີ່​ພວມ​ຈັດ​ຕັ້ງ​ປະ­ຕິ­ບັດຄື ທ່າ​ນາ​ແລ້ງກຳ­ລັງ​ເຈລະ­ຈາ​ຮ່ວມ​ທຶນກັບ​ຍີ່­ປຸ່ນ​ ແລະ​ ສະຫວັນ​ນະ​ເຂດ​ ທີ່​ເປີດ​ບໍ­ລິ­ການ​ແລ້ວ ​ເມື່ອ​ບໍ່​ດົນ​ມາ​ນີ້.

ໂດຍ​ເຫັນ​ໄດ້​ຄວາມ​ສຳ­ຄັນ ທາງ​ດ້ານ​ທີ່​ຕັ້ງ​ຍຸດ​ທະ​ສາດຂອງ​ປະເທດ, ພັກ ແລະ ​ລັດ​ ໄດ້​ວາງ​ຍຸດ​ທະ​ສາດ​ຫັນ​ເອົາ ສປປ ລາວ ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ ໃຫ້​ກາຍ­ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ ດ້ານ​ຄົມ­ມະ­ນາ­ຄົມຂົນ­ສົ່ງ (Transit Services) ຫລື ກາຍ­ເປັນ ​ສູນ​ກາງ ​ການບໍ­ລິ­ການ​ ພະ­ລາ­ທິ­ການ​ຂົນ­ສົ່ງ (Logistics Hub) ຂອງ​ພາກ​ພື້ນ. ສະ­ນັ້ນ, ລັດຖະ​ບານຈຶ່ງ​ໄດ້​ໃຊ້​ງົບ­ປະ­ມານຈຳ­ນວນມະ­ຫາ­ສານ​ ເຂົ້າ​ໃນ​ການ​ພັດ­ທະ­ນາ ແລະ ປັບ­ປຸງ​ ໂຄງ​ລ່າງ​ຄົມ­ມະນາ­ຄົມ-ຂົນ­ສົ່ງ ເພື່ອ​ເຊື່ອມ​ຈອດ​ກັບ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...