spot_img
Homeຂ່າວທ້ອງຖິ່ນສາຍການບິນແອເອເຊຍ ປະເທດໄທເປີດຖ້ຽວບິນໃໝ່ ບາງກອກ - ຫຼວງພະບາງ

ສາຍການບິນແອເອເຊຍ ປະເທດໄທເປີດຖ້ຽວບິນໃໝ່ ບາງກອກ – ຫຼວງພະບາງ

Published on

ສາຍການບິນແອເອເຊຍ ປະເທດໄທໄດ້ເປີດຖ້ຽວບິນປະຖົມມະເລີກ ບາງກອກ(ດອນເມືອງ)ປະເທດໄທ – ຫຼວງພະບາງ ສປປລາວ ໃນວັນທີ 24 ມີນາ 2016 ທີ່ຜ່ານມາ.

ເພື່ອເປັນການສະເຫຼີມສະຫຼອງແກ່ໂອກາດທີ່ພິເສດດັ່ງກ່າວ, ສາຍການບິນແອເອເຊຍພູມໃຈສະເໜີອັດຕາຄ່າໂດຍສານເລີ່ມຕົ້ນພຽງ 45 ໂດລາ ຕໍ່ຖ້ຽວ ກັບເສັ້ນທາງຫຼວງພະບາງ-ບາງກອກ ໂດຍທ່ານສາມາດຈ່ອງປີ້ໄດ້ທີ www.airasia.comເລີ່ມແຕ່ມື້ນີ້ເປັນຕົ້ນໄປຈົນເຖິງ 27 ມີນາ 2016 ໂດຍມີກໍານົດຕາຕະລາງການເດີນທາງເລີ່ມຈາກວັນທີ 24 ມີນາ ເຖິງ 30 ກັນຍາ 2016 ນີ້.

1213

ພິທີເປີດສາຍການບິນຄັ້ງນີ້ມີບັນດາແຂກສຳຄັນເຂົ້າຮ່ວມຈຳນວນຫລາຍເຊັ່ນ:ທ່ານ ໂບວອນໂນວາເດັບ ເດວາກູລາ ຫົວໜ້າຝ່າຍພັດທະນາທຸລະກິດ ສາຍການບິນແອເອເຊຍປະເທດໄທ,ທ່ານ ພຣີຊະຢາ ຣັສສະເມທານິນ ຮອງປະທານກໍາມະການບໍລິຫານ ສາຍການບິນແອເອເຊຍປະເທດໄທ,ທ່ານ ອິນທະນູສອນ ສີຊານົນ ຮອງຫົວຫນ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະຂົນສົ່ງ ສປປລາວ, ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວຫນ້າພະແນກ ຖະແຫລ່ງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງຫລວງພະບາງ ສປປ ລາວ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫລວງວຽງຈັນ, ທ່ານ ນາງ ວິຊຸນີ ກຸນທະເພັງ ຫົວໜ້າຝ່າຍປະຕິບັດງານພາກພື້ນ ສາຍການບິນແອເອເຊຍປະເທດໄທ,ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງໂຄສະນາການທ່ອງທ່ຽວ, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ , ທ່ານ ບຸນປັນ ວິໄລຕັນ ຫົວໜ້າຫ້ອງການຄຸ້ມຄອງສະໜາມບິນສາກົນ ແຂວງຫລວງພະບາງ.

 

ແຫລ່ງຂ່າວຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...