Homeຂ່າວພາຍ​ໃນລາວ ກຳນົດເອົາ 4 ສະໜາມບິນສາກົນຮອງຮັບການຂົນສົ່ງທາງອາກາດໃນຍຸກ AEC

ລາວ ກຳນົດເອົາ 4 ສະໜາມບິນສາກົນຮອງຮັບການຂົນສົ່ງທາງອາກາດໃນຍຸກ AEC

Published on

ທ່ານນາງ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ໄດ້ກ່າວໃນກອງປະຊຸມຄະນະວິຊາການ ຂົນສົ່ງທາງອາກາດອາຊຽນ (ATWG) ຄັ້ງທີ 33 ຢູ່ນະຄອນຫລວງວຽງຈັນວ່າ:  ສປປ ລາວ ໄດ້ກຳນົດເອົາ 4ສະໜາມບິນສາກົນ ຄືວັດໄຕ, ຫລວງພະບາງ, ສະຫວັນ ແລະ ສະໜາມບິນປາກເຊ ເປັນສະໜາມບິນທີ່ຈະຮອງຮັບການຂົ່ນສົ່ງຜູ້ໂດຍສານ ແລະ ສິນຄ້າທາງອາກາດຢ່າງເຕັມຮູບແບບ ເພື່ອຮອງຮັບການເຊື່ອມໂຍງເສດຖະກິດອາຊຽນ (AEC) ຕາມສັນຍາກັບບັນດາປະ ເທດຄູ່ເຈລະຈາ ເພື່ອ ສາມາດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທາງອາກາດຈາກຈຸດໜຶ່ງໄປອີກຈຸດໜຶ່ງຂອງປະເທດ ແລະ ບິນຕໍ່ໄປອີກຈຸດໃດໜຶ່ງຂອງປະເທດທີ 3 ກໍຄືບັນດາປະເທດສະມາຊິກອາຊຽນ.

ກອງປະຊຸມຄະນະວິຊາການຂົນສົ່ງທາງອາກາດອາຊຽນໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 29-31 ມີນານີ້ ເພື່ອທົບທວນຄືນຜົນຂອງກອງປະຊຸມ ATWG ຄັ້ງທີ 32 ຜ່ານມາ ຢູ່ຢາງກຸງ ປະເທດມຽນມາ, ພ້ອມປຶກສາຫາລືກ່ຽວກັບອົງປະກອບທາງດ້ານເສດຖະກິດການບິນ, ເຕັກນິກການບິນ ທີ່ສຳ ຄັນ ການເປີດຕະຫລາດການບິນດຽວອາຊຽນຂອງປະເທດສະມາຊິກອາຊຽນ ກໍຄື ນະໂຍບາຍການເປີດກວ້າງນ່ານຟ້າອາຊຽນ ໂດຍສະເພາະການເປີດນ່ານຟ້າຂອງບັນດາປະເທດອາຊຽນ ກັບປະເທດຄູ່ເຈລະຈາເຊັ່ນ: ອາຊຽນ-ຈີນ, ຍີ່ປຸ່ນ, ອີຢູ, ສ ເກົາຫລີ, ອິນເດຍ,ຮົງກົງ, ອາ ເມລິກາ ແລະ ອາຊຽນ-ຣັດເຊຍ ໃຫ້ຮັບປະກັນດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວຈາກ: ລາວພັດທະນາ

ພາບຈາກ: www.google.co.th/search?

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...