spot_img
Homeວັນນະກຳນິທານພື້ນເມືອງລາວ ເລື່ອງ ສຽວສະຫວາດ (ຈົບເລື່ອງ)

ນິທານພື້ນເມືອງລາວ ເລື່ອງ ສຽວສະຫວາດ (ຈົບເລື່ອງ)

Published on

ນັບວ່າເປັນຍອດນິທານຊາດົກອີກເລື່ອງໜຶ່ງຂອງລາວ ຍອດນິທານເລື່ອງນີ້ແມ່ນຄັດມາຈາກຮູບຕິດແກ້ວຢູ່ຝາພະໜັງ ຫໍສ່ຽງດວງ ຫຼື ຫໍພະນອນ ຂອງວັດຊຽງທອງທີ່ຫລວງພະບາງ ນິທານເລື່ອງນີ້ມັນໄດ້ສອນໃຫ້ເຮົາເປັນຄົນມີສິນລະທຳ ແລະ ມີຄວາມຊື່ສັດສຸຈະລິດ ຢາກຮູ້ເນື້ອໃນເຊີນອ່ານໄດ້ເລີຍ

ແຕ່​ປາງ​ ກ່ອນ​ຍັງ​ ມີ​ຕະກຸນ​ກະດຸມພີ​ຜົວ​ເມຍ​ຄູ່​ໜຶ່ງ ຕັ້ງບ້ານ​ເຮືອນ​ຢູ່​ໃນ​ນະຄອນ​ພະ​ລາ​ນະ​ສີ.​ເຂົາ​ເຈົ້າມີ​ລູກ​ຊາຍ​ສອງ​ ຄົນ,ຜູ້​ອ້າ​ຍຊື່ວ່າ​ສີສະ​ຫລຽວ​ແລະ​ຜູ້​ນ້ອງ​ຊື່ວ່າ ສຽວສະຫວາດ.ຍາມ​ເມື່ອ​ທ້າວ ສຽວ ສະຫວາດ​ມີ​ອາຍຸ​ໄດ້16​ປີ ພໍ່​ແລະ​ແມ່​ເຊິ່ງ​ເຖົ້າ​ແກ່​ຫລາຍ​ແລ້ວນັ້ນ​ໄດ້​ພິຈາລະນາ​ວ່າ​ຕົນ​ເອງ​ໄດ້​ ເຖົ້າ​ແກ່​ຊະລາ​ຫຼາຍ​ແລ້ວ​ແລະ​ວ່າ​ລູກ​ທັງ​ສອງ​ຂອງ​ຕົນ​ເອງ​ກໍ​ຈຳ​ຕ້ອງ​ໄດ້​ ເລືອກ​ເສັ້ນທາງ​ດຳລົງ​ຊີວິດ​ພໍ​ໃຜ​ພໍ​ມັນ​ແລ້ວ ​ເຂົາ​ເຈົ້າຈິ່ງ​ເອີ້ນ​ລູກ​ທັງ​ສອງ​ມາ​ພົບ​ພ້ອມ​ກັນ.ພໍ່ກ່າວ​ກັບ​ລູກ​ວ່າ:​ ເຈົ້າລູກ​ຮັກ​ທັງ​ສອງ​ຂອງ​ພໍ່​ເອີຍ!ອັນວ່າ​ເຮືອນ​ສອງ​ຫຼັງ,ຫຼັງ​ນຶ່ງ​ປຸກ​ ແປງ​ສຳ​ເລັດ​ບໍລິບວນ​ແລ້ວ,ສ່ວນ​ຫຼັງ​ໜຶ່ງ​ຫ້າງ​ໄມ້​ໄວ້​ຄົບ​ສຸ​ອັນ​ແລ້ວ​ແຕ່ ​ຍັງ​ບໍ່​ທັນ​ປຸກ ລູກ​ຕ້ອງຕັ້ງປຸກ​ເອງ,​ເຈົ້າທັງ​ສອງ​ຈະ​ໄຄວ່​ເອົາ​ຫຼັງ​ໃດ​ໃຫ້​ວ່າ​ມາ​ ເທີ້ນ.ສີສະ​ຫຼຽວ​ຜູ້​ມັກ​ຢູ່​ຄົງ​ທີ່​ກໍ​ວ່າ​ຈະ​ເອົາ​ຫຼັງ​ທີ່​ປຸກ​ບໍລິບວນ​ ແລ້ວ​,ສ່ວນ​ສຽວສະຫວາດ​ຜູ້​ຍັງ​ທ່ອງ​ທ່ຽວ​ຊອກ​ຫາ​ປະສົບ​ການ​ກໍ​ວ່າ​ຈະ​ເອົາ​ ຫຼັງ​ທີ່​ຕົນ​ຈະ​ຕ້ອງ​ປຸກ​ເອງ.ອັນ​ໜຶ່ງ​ຢ່າ​ຊຸ​ລ່ວງ​ຄຳ​ສອນ​ອັນ​ພໍ່​ແມ່​ແລະ ​ເຖົ້າ​ແກ່​ສອນ​ໄວ້​ຫາກ​ບໍ່​ຟັງ​ຈະ​ເປັນ​ທຸກ​ເປັນ​ໄພ​ເຖິງ​ຊີວິດ​ຄຳ​ສອນ​ ນັ້ນຈະ​ປົກ​ປ້ອງ​ຮັກສາ​ພວກ​ລູກ​ຍາມ​ມີ​ໄພ​ເປັນ​ດັ່ງ​ນົກ​ກະ​ແດບ​ເດົ້າ​ໃນ​ ນິທານ ພໍ່​ສືບ​ຕໍ່​ເວົ້າວ່າ: ລູກ​ທັງ​ສອງ​ອັນວ່າ​ຄອງ​ຖ່ອຍ​ຮ້າຍ​ມີ​ສາມ​ປະການ ອັນ​ໜຶ່ງ ​ເພິ່ນ​ບໍ່​ເອີ້ນ​ຢ່າ​ຂານ ​ເພິ່ນ​ບໍ່​ວານ​ຢ່າ​ຊ່ອຍ. ອັນ​ສອງ​ພໍ່​ແມ່​ເຖົ້າ​ແກ່​ແລະ​ຄູ​ອາຈານ​ສັ່ງສອນ​ໃຫ້​ຮູ້ຢ່າ​ສຸ​ຕອບ​ຖ້ອຍ​ ຖຽງ​ຄວາມ​ໃຫ້​ມິດ​ຟັງ​ແລະ​ພິຈາລະນາ.ອັນ​ສາມ ຢ່າ​ຂົ່ມ​ເພິ່ນ​ຍໍ​ໂຕ ​ເປັນ​ຄົນ​ເກີດ​ໃນ​ວັດຕະສົງສານ​ນີ້​ບໍ່​ມີ​ໃຜ​ດີ​ໄດ້​ຕະຫຼອດ​ການ,ລາງ​ເທື່ອ​ ມີ​ລາງ​ເທື່ອ​ໄຮ້ ລາງ​ເທື່ອ​ໄດ້​ລາງ​ເທື່ອ​ຊ້ຳ​ເລົ່າ​ພອຍ​ເສຍ ດຸດ​ດັ່ງ​ເຮືອ​ສະ​ເພົາ​ຄ້າ​ບາດ​ຊິ​ຫຼົ້ມ​ກໍ​ຍັງ​ຫຼົ້ມບາດ​ຈອດ​ຕາຊິ​ບອດ​ກໍ​ ຍັງ​ບອດ​ບາດ​ເຖົ້າຄັນວ່າ​ເຖົ້າ​ແກ່​ແລ້ວ​ກໍ​ຍັງ​ພົບ​ເຄືອ​ຫວາຍ​ຄັນວ່າ​ຊິ​ ມໍລະນະ​ຕາຍ​ກໍ​ຍັງ​ພົບ​ທີ່​ຮ້າງ​ແມ່ນ​ວ່າ​ເປັນ​ພະຍາ​ເຈົ້າຊ້າງ​ກໍ​ຍັງ​ຄູ້​ ເຂົ່າ​ຍ່າງ​ຕາງ​ຕີນ​ແລນາ ອັນ​ນຶ່ງ​ເຈົ້າທັງ​ສອງ​ຢ່າ​ທຽບ​ຕົນ​ທຽມ​ຄົນ​ໃບ້​ແລະ​ສັດ​​ເດຍລະສານ.​ເຮົາ​ຈະ ​ສອນ​ໃຫ້​ມັນ​ດີ​ເຮົາ​ຕ້ອງ​ວ່າ​ນຳ​ມັນ​ດີ​ເພິ່ນ​ວ່າ​ເວົ້າຄຳ​ດີ​ປົງ​ຖົງ​ ຄ້ຽວ​ໝາກ​ເວົ້າຄຳ​ຮ້າຍ​ຖອນ​ດາບ​ຟັນ​ກັນ​ເປັນ​ດັ່ງ​ຊ້າງ​ຂອງ​ພະຍາ​ແລະ​ລູກ​ ນົກ​ແຂກ​ເຕົ້າ.

ຈາກ​ນັ້ນບໍ່​ນານ​ພໍ່​ແມ່​ກໍ​ຕາຍ​ຈາ​ກໄປ.ສອງ ​ພີ່ນ້ອງ​ກໍ​ສືບ​ຕໍ່​ຢູ່​ນຳ​ກັນ. ​ແຕ່​ວ່າ​ຕະຫຼອດ​ເວລາ ສຽວສະ ຫວາດ​ຄົ້ນຄິດ​ຫາ​ແຕ່​ເລື່ອງ​ເດີນທາງ​ທ່ອງ​ທ່ຽວ​ຫາ​ປະ​ສົບ​ການ​ແລະ​ຄຳ​ສອນ​ ຂອງ​ພໍ່​ທີ​ວ່າ: ”ຟັນ​ເຮືອ​ໄວ້​ຫຼາຍ​ລຳ​ແຮ​ທ່າ​ໝ່າ​ເຂົ້າ​ໄວ້​ຫຼາຍ​ບ້ານ​ທົ່ວ​ເມືອງ”.​ ເມື່ອນັ້ນຍັງ​ມີ​ເຮືອ​ສະ​ເພົາ​ຄ້າ​ຈາກ​ຈຳປາ​ນະຄອນ​ມາ​ຈອດ​ທຽບ​ທ່າ​ບ້ານ​ເຂົາ ​ເຈົ້າ. ສຽວສະຫວາດ​ຈິ່ງ​ເຂົາພົບ​ນາຍ​ສະ​ເພົາ​ເພື່ອ​ຂໍ​ເດີນທາງ​ໄປ​ນຳ.ນາຍ​ສະ​ເພົາ​ ໄດ້​ບອກສຽວສະຫວາດ​ວ່າ​ເຮືອ​ຈະ​ອອກ​ເດີນທາງ​ແຕ່​ເດິກ​ມື້​ຕໍ່​ມາ​ໃຫ້​ລາວ​ຕຽມ ​ຕົວ​ພ້ອມ.ສຽວສະຫວາດ​ໄດ້ຕົບ​ແຕ່ງ​ຫ້າງ​ຫາ​ເອົາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ແລ້ວ ກໍ​ສັ່ງ​ລາ​ອ້າຍ​ ແລະ​ ຍາດຕິ​ພີ່ນ້ອງ​ທັງ​ຫຼາຍ​ພວກ​ພີ່ນ້ອງ​ຮູ້ສຶກ​ອີ​ດູລາ​ວ​ແລະ​​ໄດ້​ກ່າວ​ຄຳ​ຕັກ ​ເຕືອນ​ສອງ​ອ້າຍ​ນ້ອງ​ວ່າ: “ອ້າ​ຍກັບ​ນ້ອງຫ່າງ​ໜ້າ​ຫຼາຍ​ປີ​ມາ​ເປັນ​ອື່ນ​ພວກ​ເຈົ້າທັງ​ສອງ​ຈົ່ງ​ຮັກ​ ແລະ​ຫ່ວງ​ໄຍອາທອນ​ກັນ. ສຽວສະຫວາດ​ໄປ​ໄກ​ແລ້ວບໍ່​ໃຫ້​ໄປ​ລັບ​ໃຫ້​ກັບ​ມາ​ຍື້​ຢາມ​ຖາມ​ຂ່າວ​ແດ່​ພໍ່​ ແມ່​ເຖົ້າ​ແກ່​ທຸກ​ຄົນ​ຄິດ​ຮ​ອດຄິດ​ເຖິງ​ເປັນ​ຫ່ວງ​ເປັນ​ໄຍ”.

ສຽວສະຫວາ​ດອອກ​ບ້ານ​ໄປ​ຫາ​ເຮືອ​ແຕ່​ ເດິກ.ຈາກ​ນັ້ນ​ເມື່ອ​ເຫັນ​ນັກຂັດ​ຕະລຶ​ ແລ້ວ​ນາຍ​ສະ​ເພົາ​ກໍ​ຈັບ​ເອົາ​ຄັນ​ຕະກຸດ​ແລະ​​ແກ້ວ​ໜ້າ​ເລັນ​ອອກ​ມາ​ແຍງ​ ສ່ອງ​ແລ້ວ​ລາວ​ກໍ​ຮ້ອງ​ສັ່ງ​ບ່າວ​ເຮືອ​ທັງຫຼາຍ​ວ່າ:”ມ້ວນ​ເຊືອກ​ເສົາກະ​ໂດ​ ງຄຶງ​ໃບ​ຂຶ້ນ”ຍ້ອນ​ລົມ​ແຮງ​ພັດ​ຕ້ອງ​ໃບ​ເຮືອ​ເຮືອ​ແລ່ນ​ໄປ​ໄວ​ປານ​ຊັດ​ກະສວຍ ​ທັງ​ຄະ​ຍອກ​ຄອກ​ຄອນ​ເຮັດ​ໃຫ້​ສຽວສຫວາດ​ຜູ້​ເຊິ່ງບໍ່​ເຄີຍ​ເດີນ​ເຮືອຈັກ​ ເທື່ອ​ຮູ້ສຶກ​ມືດ​ຫູລາ​ຍຕາ​ຄື​ຈະ​ເປັນ​ລົມ.ລາວ​ໄດ້​ເຫັນ​ຫຼາຍ​ສິ່ງ​ຫຼາຍ​ ຢ່າງ​ຈາກ​ໃນ​ເຮືອ​ແລະ​ຢາກ​ຈະ​ໂອ້​ລົມ​ຊັກ​ຖາມ​ໃຜ​ຜູ້​ໜຶ່ງ​ແຕ່​ລາວ​ບໍ່​ອາດ​ ສາມາດ​ຍ່າງ​​ໄປມາ​ແລະ​ຫາ​ເວົ້າອັນ​ໃດ​ໄດ້​ລາວ​ຈິ່ງ​ນັ່ງ​ຂົດ​ມິດ​ຢູ່​ແຈ​ ເຮືອ​ແລະ​ສົ່ງ​ສາຍຕາ​ລຽບ​ເບິ່ງ​ສິ່ງ​ຕ່າງໆຢູ່​ຕາມ​ຟາກ​ຝັ່ງ​ນ້ຳ, ​ເມື່ອ​ເຮືອ​ແວ່​ຈອດ​ຢູ່​ບ່ອນ​ໜຶ່ງ​ລາວ​ກໍ​ໄດ້​ຊັກ​ຖາມ​ນາຍ​ສະ​ເພົາ​ ວ່າ:”ພໍ່​ ຫາດ​ທີ່ເຮົາ​ກາຍ​ມານັ້ນກໍ່​ມີ​ຫີນ​ແດ່​ບໍ?ປ່າດົງ​ພົງ​ໄພ​ທີ່​ເຮົາ​ກາຍ​ ມານັ້ນກໍ​ມີ​ໄມ້​ບໍ່​ຈາ?ບ້ານ​ທີ​ເຮົາ​ກາຍ​ມານັ້ນກໍ​ມີ​ຄົນ​ບໍ່​ເດ?ພະ​ມະຫາ​ ນະ​ຄອນ​ທີ່​ເຮົາ​ຜ່ານ​ມານັ້ນກໍ​ມີ​ເຈົ້າປົກ​ຄອງ​ແລະ​ມີ​ຜູ້​ເຖົ້າສາມ​ຂາ​ບໍ່ ​ນໍ?ວັດ​ທີ່​ຜ່ານ​ມານັ້ນກໍ​ມີ​ພະ​ເຈົ້າບໍ່​ຈາ?” ​ເມື່ອ​ໄດ້​ຍິນ​ດັ່ງນັ້ນພວກ​ບ່າວ​ເຮືອ​ທັງ​ລາຍ​ກໍ​ພາກັນ​ຫົວຂວັນ​ແລະ​ຕົບມື​ ເອ່ໜ້າ​ລາວ​ເອົາ​ແທ້​ເອົາ​ວ່າ​ຈົນ​ນາຍ​ສະ​ເພົາ​ຈົນ​ໄດ້​ຫ້າມ​ປາມ​ເຂົາ​ເຈົ້າ ​ແລະ​ກ່າວ​ຕັກ​ເຕືອນ​ສຽວສະຫວາດ​ວ່າ:”ລູກ​ເອີຍ! ອັນ ວ່າ​ພວກ​ເຮົາ​ນີ້ມາ​ຄ້າ​ມາ​ຂາຍ​ຢູ່​ກາງ​ເກາະ​ກາງ​ນ້ຳຢູ່​ຕ່າງ​ຖິ່ນ​ຕ່າງ​ແດນ ​ຈັ່ງ​ຊີ້​ລູກ​ແລະ​ເມຍ​ຢູ່ທາງ​ບ້ານ​ເຂົາ​ກໍ​ຢາກ​ຫ້າມ​ຢາກ​ກີດ​ກຳ​ຄະລຳ​ແທ້ ຄຳ​ບູຮານ​ວ່າ​ໄວ້ ​ໂຕ​ບໍ່​ກິນ​ທ້ອງຊ້ຳຢາກ​ໂຕ​ບໍ່​ປາກ​ຫົວ​ໃຈ​ຍັງ​ວອນ”ຄຳ​ຖາມ​ແບບ​ນີ້ລູກ​ຢ່າ​ ຖາມ​ອີກ​ເນີ​ເພາະ​ມັນ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ພໍ​ປານ​ ໃດ. ອັນວ່າ​ຢູ່​ຕາມ​ຫາດ​ມັນ​ກໍ​ມີ​ແຕ່​ຫີນ​ນັ້ນ​ແລ​ ອັນວ່າ​ຢູ່​ຕາມ​ປ່າດົງ​ພົງ​ໄພ​ກໍ​ຫາກ​ມີ​ແຕ່​ໄມ້ຫັ້ນ​ແລ້ວ​, ຢູ່​ໃນ​ພະນະ​ຄອນ​ກໍ​ຍ່ອມ​ມີ​ເຈົ້າປົກຄອງ ​ແລະ ​ມີ​ຜູ້​ເຖົ້າສັກ​ໄມ້​ເທົ້າຢ່າງ​ຫລວງ​ຫຼາຍ​ແທ້​ແລ, ອັນວ່າ​ວັດວາອາ​ຮາມ​ກໍ່​ຍ່ອມ​ມີ​ພະພຸດທະ​ເຈົ້າພະ​ທຳ​ມະ​ເຈົ້​າ ແລະ​ ພະ​ສັງຄະ​ເຈົ້າຫັ້ນ​ແລ. ຈາກ​ນັ້ນນາຍ​ສະ​ເພົາ​ກໍ​ຈັດ​ໃຫ້​ບ່າວ​ເຮືອ​ເລັ່ງພາຍ​ເຮືອ​ເພື່ອ​​ໃຫ້​ເຖິງ​ ເມືອງ​ຂອງ​ຕົນ​ກ່ອນ​ຄໍ່າວັນນັ້ນ. ​ເມື່ອ​ມາ​ເຖິງ​ເມືອງ​ພວກ​ບ່າວ​ເຮືອ​ກໍ​ແຍກ​ກັນ​ກັບ​ບ້ານ​ໃຜ​ບ້ານ​ມັນ. ນາຍ​ສະ​ເພົາ​ກໍ​ພາ​ສຽວສະຫວາດ​ໄປ​ບ້ານ​ຂອງ​ຕົນ.​

ໃນ ​ແລງ​ນັ້ນນາຍ​ສະ​ເພົາ​ໄດ້​ເລົ່າ​ສູ່​ລູກ​ແລະ​ ເມຍ​ຟັງ​ວ່າ: ​ໄປ​ຄ້າ​ຖ້ຽວ​ນີ້ກໍ​ຫາກ​ໂຊກ​ໝານ​ແທ້ການ​ເດີນ​ເຮືອ​ກໍ​ຕະຫຼອດ​ປອດ​ໄພ​ດີ. ຊາຍ​ໜຸ່ມ​ຜູ້​ທີ່​ມາ​ກັບ​ພໍ່​ຊື່ວ່າ ສຽວສະຫວາດ ລາວ​ເປັນ​ລູກ​ກະດຸມພີ​ຜູ້​ຫນຶ່ງ ​ໃນ​ເມືອງ​ພາ​ລາ​ນະ​ສີ; ລາວ​ຢາກ​ເຫັນ​ຕ່າງ​ປະ​ເທດ​ຕ່າງ​ແດນ ລາວ​ຈຶ່ງ​ຂໍ​ມາ​ນຳ; ພໍ່​ເລີຍ​ໃຫ້​ລາວ​ເປັນ​ບ່າວ​ເຮືອ​ມາ​ນຳ ​ແລະ​ ໃຫ້​ລາວ​ພັກ​ຢູ່​ນຳ​ຄອບຄົວ​ເຮົາ.​ ເບິ່ງ​ຊົງ​ລາວ​ເປັນ​ຄົນ​ສະຫຼຽວສະຫຼາດ,​ແຕ່​ພໍ່​ຄິດ​ບໍ່​ອອກ​ຊອກ​ບໍ່​ມາ​ວ່າ​ ເປັນ​ຫຍັງ​ຄົນ​ຊົງ​ສະຫຼາດ​ຈັ່ງຊັ້ນຈິ່ງ​ໄດ້​ຖາມ​ຄຳ​ຖາມ​ຄືຜີບ້າ​ຊ້າ​ເພີ້​ ນີ້​ແຫຼະ. ​ເມື່ອນັ້ນລູກ​ສາວ​ນາຍ​ສະ​ເພົາ​ຊື່ວ່າ​ ນາງ​ສີ​ໄວ​ໄດ້​ຖາມ​ພໍ່​ວ່າ: ລາວ​ຖາມ​ແນວ​​ໃດ​ພໍ່​ຈິ່ງ​ວ່າ​ຄື​ຜີບ້າ?. ຫຼັງ​ຈາກ​ໄດ້​ຟັງ​ນາຍ​ສະ​ເພົາ​ເລົ່າ​ກ່ຽວ​ກັບ​ຄຳ​ຖາມ​ຂອງ​ສຽວ​ສະຫວາດ​ແລ້ວ ນາງ​ສີ​ໄວ​ ຈິ່ງ​ສະ​ແດງ​ຄວາມ​ເຄົາລົບ​ພໍ່​ ແລະ​ ຂໍ​ອານຸຍາດ​ສະ​ແດງ​ຄວາມ​ຄິດ​ເຫັນ: ຄຳ​ຖາມ​ນັ້ນອາດ​ບໍ່​ຜີບ້າ​ຊ້າ​ເພີ້ ດັ່ງ​ທີ່​ເຮົາ​ເຂົ້າ​ໃຈ. ລາວ​ຖາມ​ເຖິງ​ຫີນ​ຢູ່​ໃນ​ຫາດ​ແມ່ນລາວ​ຖາມ​ຫາ​ຫີນ​ທີ່​ປະ​ເສີດ​ເຊັ່ນ​ວ່າ ​ແກ້ວ​ບັບພາ​ເຮືອງ​ຮຸ່ງ​, ແກ້ວມະນີ​ພຸ່ງ​ລັດສະໝີ​, ແກ້ວ​ພີ​ທູນ​ມີຄ່າ​ມາກ​, ແກ້ວ​ວະຊິລະ​ຫຼາກ​ຫຼາຍ​ປະການ ​ແລະ​ ທີ່​ສຳຄັນ​ສຸດ​ແມ່ນ​​ແກ້ວມະນີ​ໂຊດ, ອັນ​ລາວ​ຖາມ​ເຖິງ​ໄມ້​ຢູ່​ໃນ​ດົງ ແມ່ນ​ລາວ​ຢາກ​ຖາມ​ຫາ​ໄມ້​ແກ່ນ​ແຂງ​ອັນ​ປະ​ເສີດ​ເຊັ່ນ​ວ່າ​:​​ໄມ້​ຈວງ​, ​ໄມ້​ຈັນ, ອັນ​ລາວ​ຖາມ​ຫາ​ຄົນ​ ແລະ​ ຜູ້​ເຖົ້າສາມ​ຂາຢູ່​ໃນ​ບ້ານ​ ແລະ​ ເມືອງ​ນັ້ນ​ແມ່ນ​ລາວ​ຖາມ​ຫາ​ຄົນ​ຜູ້​ຮູ້​ສາດຕະສິນ​ອາຄົມ​ໝໍ​ຫວ້ານ, ໝໍ​ຢາ ຄົນ​ມີ​ປັນຍາ ນັກປາດ​ລາດ​ຊະ​ບັນດິດ​ຜູ້​ຮູ້​ຮີດ​ຮູ້​ຄອງ​ຮູ້​ສູດ​ຮູ້​ທຳນັ້ນ​ແລ. ອັນ​ລາວ​ຖາມ​ຫາ​ເຈົ້າປົກ​ຄອງ​ມະ ຫາ​ນະຄອນ​ລາວ​ຢາກ​ຖາມ​ວ່າ​ມີ​ເຈົ້າ​ແຜ່ນ​ດິນຍຶດຖື​ຫຼັກ​ທົດ​ສະ​ພິລາ​ຊະ​ທຳ​ ສິບ​ປະການ​ຜູ້​ສ້າງ​ວຸດ​ທິຈຳ​ເລີ​ນ​ແກ່​ໄພ​ຟ້າ​ລາດ​ຊະ​ດອນ. ອັນ​ລາວ​ຢາກ​ຖາມ​ວ່າ​ມີ​ພະ​ເຈົ້າຢູ່​ວັດ​ບໍ ​ແມ່ນ​ລາວ​ຢາກ​ຖາມ​ວ່າ​ມີ​ພະພຸດທະ​ຮູບ​ສັກສິດ​ທີ່​ກາບ​ໄຫວ້​ບູຊາ​ມາ​ເປັນ​ ເວລາ​ເຫິງ​ນານ​ຕະຫຼອດ​ຮອດ​ຕົ້ນສີ​ມະຫາ​ໂພ​ ແລະ ​ເຈດີ​ ທີ່​ບັນຈຸ​ສາລີຣິກະທາດ​ນັ້ນ​ແລ້ວ. ​ເມື່ອ​ຟັງ​ຄຳ​ເຫັນ​ຂອງ​ລູກ​ສາວ​ແລ້ວ​ ນາຍ​ສະ​ເພົາ​ກໍ​ເຂົ້າ​ໃຈ​ວ່າ​ສຽວສະຫວາດ​ເປັນ​ຄົນ​ມັກ​ຊອກ​ຮູ້​ຮໍ່າຮຽນ. ຫຼັງ​ຈາກ​ໄດ້​ຢູ່​ນຳ​ກັນ​ມາ​ໄລຍະ​ໜຶ່ງ​ແລ້ວ​ນາຍ​ສະ​ເພົາ​ກໍ​ໄດ້​ຖາມ​ ສຽວສະຫວາດ​ໃນ​ວັນ​ຫນຶ່ງ​ວ່າ:”ລູກ​ສຽວສະຫວາດ​ເອີຍ! ພໍ່​ສັງ​ເກດ​ເຫັນ​ວ່າ​ເຈົ້າກັບ​ນາງ​ສີ​ໄວ​ລູກ​ສາວ​ຂອງ​ພໍ່​ນັ້ນ​ໄດ້​ມີ​ຄວາມ ​ມັກ​ຄວາມ​ມ່ວນ​ຕໍ່​ກັນ. ຫາກ​ເປັນ​ດັ່ງນັ້ນພໍ່​ຈະ​ມອບ​ລູກ​ສາວ​ໃຫ້​ລູກ​ດູ​ແລ​ແທນ​ພໍ່​ຕະຫຼອດ​ໄປ” ສຽວສະຫວາດ​ຍໍ​ມື​ນົບ​ນາຍ​ສະ​ເພົາ​ຢ່າງ​ນອບ​ນ້ອມ​ແລ້ວ​ກ່າ​ວວ່າ:”ພໍ່​ໂຜດ​ຜາຍ ​ລູກ​ປານ​ນີ້​ນັບ​ວ່າ​ເປັນ​ບຸນ​ຂອງ​ລູກ​ແທ້​ແລ້ວລູກ​ບໍ່​ຂີນ​ ແລະ ​ຂໍ​ຮັບ​ເອົາ​ຄວາມ​ເມດ​ຕາ​ຈາກ​ພໍ່.​ ແຕ່​ຍາດຕິ​ພີ່ນ້ອງ​ ແລະ ​ເຖົ້າ​ແກ່ລຸງ​ຕາ​ຝ່າຍ​ລູກ​ທີ່​ຈະ​ມາ​ທຳ​ພິທີ​ສູ່ຂໍ​ຕາມ​ປະ​ເພນີ​ນັ້ນບໍ່​ມີ ​ຈັກ​ຄົນ”. ຢ່າ​ກັງວົນ​ເລີຍ!​ແມ່ນ​ວ່າ​ລູກ​ຢູ່​ໄກ​ຍາດຕິ​ພີ່ນ້ອງ​ຂອງລູກ​ແຕ່​ລູກ​ບໍ່​ ໄດ້​ໂດດດ່ຽວດຽວ​ດາຍ. ພໍ່​ແມ່​ພີ່ນ້ອງ ​ແລະ ​ຄອບຄົວ​ຂອງ​ພໍ່​ກໍ​ຖື​ລູກ​ຊ້ຳ​ລູກ​ຫຼານ​ຄີງ, ຂໍ​ໃຫ້​ລູກ​ຖື​ວ່າ​ນີ້​ຄື​ຄອບຄົວ​ຂອງ​ລູກ​ຄື​ກັນ, ​ເພິ່ນ​ວ່າ​ມະນີ​ໂຊດ​ແກ້ວ​ຄື​ຄູ່​ຄຳ​ແດງ ລູກ​ເປັນ​ຄົນ​ດີ​ມີ​ຄວາມ​ຮູ້​ລູກ​ຈົ່ງ​ເປັນ​ຄູ່​ສີ​ໄວ​ລູກ​ສາວ​ຄົນ​ດຽວ​ຂອງ​ ພໍ່ ຢູ່​ສືບ​ວຽກ​ແທນ​ເຮືອນ​ໃຫ້ຈະ​ເລີ​ນຮັ່ງມີ​ຕໍ່​ໄປ”.

ຫຼັງ ​ຈາກ​ນັ້ນ​ເພິ່ນ​ກໍ່​ຈັດ​ພິທີ​ວິວາຫະ​ມຸງຄຸນ​ແກ່​ສຽວສະຫວາດ​​ແລະ​ນາງ​ສີ​ໄວ​ ແລ້ວ​ເຂົາ​ເຈົ້າກໍ​ຢູ່​ຮ່ວມ​ຫໍ​ລົງ​ໂຮງ​ນຳ​ກັນ​ຢ່າງ​ມີ​ຄວາມສຸກ.ມາ​ຮອດ​ປີ​ທີ່​ສາມ​ທີ່​ ເຂົາ ​ເຈົ້າຢູ່​ດອມ​ກັນ​ຈຳປາ​ນະຄອນ​ຕົກ​ຢູ່​ໃນ​ພາວະ​ອັນຕະລາຍ ຍ້ອນ​ວ່າ​ເຈົ້າພະ​ຍາ​ບໍ່​ຢູ່​ໃນ​ພິທີ​ທົດ​ສະ​ພິລາ​ຊະ​ທຳ, ບໍ່​ຢູ່​ໃນ​ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ ບໍ່​ນັບຖື​ເຊື່ອ​ຟັງ​ຍຄຳ​ແນະນຳ​ສັ່ງ ສອນ​ຂອງ​ຊີ​ພາມ ​ແລະ ​ເສນາ​ມຸນຕີ​ຜູ້​ອາວຸດ​ໂສ. ນອກ​ນັ້ນຍັງ​ຂ້ຽນ​ຕີ​ທຳ​ໂທດ​ເຂົາ​ເຈົ້າ​ເມື່ອ​ເຂົາ​ເຈົ້າບໍ່​ເຫັນ​ພ້ອມ​ຄຳ​ ເຫັນ​ທີ່​ເພິ່ນ​ສະ​ເໜີ.​ ເມື່ອນັ້ນ​ເທວະ​ດາ​ໝູ່​ໜຶ່ງ​ເຊິ່ງປົກ​ປັກ​ຮັກສາ​ພະນະ​ຄອນ​ໄດ້​ຕັ້ງ​ໃຈ​ຈະ​ທຳ ​ໂທດ​ພະຍາ​ ແລະ ​ນຳພາ​ພະຍາ​ກັບ​ສຽວສະຫວາດ​ພົບ​ກັນ​ໂດຍ​ການ​ນິລະມິດ​ໃຫ້​ມີ​ຮ່າງ​ລຶກລັບ​ເປັນ ​ຄະ​ມຸກ​ຄະ​ມົວ​ປາກົດ​ຕົວ​ຂຶ້ນ​ເໝືອນ​ດັ່ງ​ຜີ​ ຢູ່​ບ່ອນ​ນັ້ນບ່ອນ​ນີ້​ໃນ​ວັງ​ເມື່ອ​ຕັ້ງ​ໃຈ​ຊອກ​ແທ້​ສິ່ງ​ນັ້ນກໍ​ຫາຍ. ຄວາມ​ຢ້ານ​ວ່າ​ຕົນ​ຈະ​ຕາຍ​ຍ້ອນ​ສິ່ງ​ນັ້ນຫຼອກ​ຫຼອນພະຍາ ​ແລະ ​ບັນ​ດົນ​ໃຫ້​ພະຍາ​ມີ​ການ​ໂກດ​ຮ້າຍ​ຂ້າ​ຟັນ​ຄົນ.​ເພີ່ນ​ໄດ້​ສັ່ງ​ໃຫ້​​ ແຕ່ງຝຽນ​ຍາມຄືນ​ລະ​ຫ້າ​ຮ້ອຍ​ຄົນ​ມາ​ຢູ່ຍາມ​ໃນ​ວັງ​ ແລະ​ ນັບ​ແຕ່​ຄືນ​ທຳ​ອິດ​ເມື່ອ​ເພິ່ນມາ​ຢາມ​ເບິ່ງ​ນາຍ​ຍາມ​ເຫຼົ່ານັ້ນ​ເຫັນ​ເ​ຂົາ ​ເຈົ້ານອນ​ຫຼັບ​ຢູ່​ເພິ່ນ​ກໍ​ໂມ​ໂຫຂຶ້ນ: “ຄົນ​ພວກ​ນີ້​ ກູ​ໃຫ້​ມາ​ຢູ່ຍາມ​ປ້ອງ​ກັນ​ກູ ​ແຕ່​ເຂົາ​ຊໍ້າພັດ​ນອນ​ລັບ​ປະ​ຍາມ​ເສີຍ.​ເຂົາ​ລະ​ເລີຍ​ໜ້າ​ທີ່​ແລະ​ຊີວິດ​ກູ ​ ກູ​ບໍ່​ອາດ​ຝາກຝັງ​ຊີວິດ​​ໄວ້ກັບ​ເຂົາ​ໄດ້” ​ແລ້ວ​ພະຍາ​ກໍ່​ຈັບ​ເອົາ​ງ້າວ​ຂ້າ​ຄົນ​ເຫຼົ່າ​ນັ້ນໝົດ. ຈາກ​ນັ້ນທຸກ​ຄືນ​ຮອດ​ກາງ​ເດິກ​ມາ​ເພິ່ນ​ກໍ​ຈັບງ້າວ​​ຈັບງ້າວ ​ມາກ​ວດຍາມ​ ເມື່ອ​ເພິ່ນ​ເຫັນ​ຍາມ​ນອນ​ປະ​ຍາມ ​ເພິ່ນ​ກໍ​ຂ້າ​ເຂົາ​ຕາຍໝົດ. ຕື່ນ​ເຊົ້າມາ​ມະຫາດ​ເຫຼັກ​ກໍ​ຂັບ​ກວຽນ​ມາ​ຂົນ​ເອົາ​ສົບ​ຄົນ​ຕາຍ​ໄປ​ຖິ້ມ​ນອກ ​ເມືອງ. ບາງ​ພ່ອງ​ກໍ​ມີ​ພີ່ນ້ອງ​ມາ​ຮັບ​ເອົາ​ໄປ​ປະ ກອບ​ພິທີ​​ເຜົາ​ຝູງ​ບໍ່​ມີ​ພີ່ນ້ອງ​ກໍ​ຖືກ​ປະຖິ້ມ​ໃຫ້​ເປັນ​ອາຫານ​ແຮ້ງ​ ແລະ​ ກາ.​ ເວລາ​ນັ້ນທຸກ​ຄົນ​ລ້ວນ​ແຕ່​ອົກ​ສັ່ນ​ຂວັນ​ເສຍ.

ມື້​ທີ່​ສີ່ຝຽນ ​ຍາມ​ຂອງ​ນາຍ​ສະ​ເພົາ​ກໍ​ວຽນມາ​ເຖິງ​, ນາຍ​ສະ​ເພົາ​ຈິ່ງ​ສັ່ງ​ເສຍ​ຄອບຄົວ​ວ່າ:”ລູກ​ແລະ​ເມຍ​ຮັກ​ຂອງ​ພໍ່​ເອີຍ! ນັບ​ແຕ່​ນີ້ຈະ​ມີ​ແຕ່​ພວກ​ເຈົ້າທັງ​ສາມ​ຢູ່​ດອມ​ດູ​ແລ​ກັນ. ອັນ​ເງິນ​ ແລະ​ ຄຳ​ທີ່​ເຮົາ​ມີ​ມູນມັງ​ບໍ່​ໄຮ້​ນັ້ນກໍ​ຫາກ​ຊື້​ໄດ້ໝົດທຸກ​ສິ່ງ, ​ຊື້ບໍ່​ໄດ້​ແຕ່​ຄວາມ​ຕາຍ. ພໍ່​ຄົງ​ບໍ່​ຄາດ​ແຄ້ວ​ຄວາມ​ຕາຍ​ມໍລະນາ​ດ ຄື​ຄົນ​ອື່ນ ອັນ​ເປັນ​ເວລາ​ກຳ​ຂອງ​ພໍ່​ເຊິ່ງກໍ​ໄວ້​ໃນ​ຊາດ​ປາງ​ກ່ອນ, ​ເໝືອນດັ່ງ​ສາທຸ​ເຖົ້າກັບ​ງົວ​ແມ່​ ແລະ​ ພະ​ໂມກ​ຄະລາ​ຜູ້​ມີ​ລິດ​ທາ​ນຸພາບ​ຫັ້ນ​ແລ”.​ ເມື່ອນັ້ນ ສຽວ​ສະຫວາດ​ກ່າວ​ວ່າ:”ຊີ້ນ​ບໍ່​ຂາດ​ບໍ່​ໃຫ້​ຄຸງ​ຂຽງ​ການ​ເມື​ອງມີ​ຂໍ​ນຳ​ໄປ​ ຄ້ຳ ນ້ຳພຽງ​ຄໍ​ຂໍ​ຢັ່ງ​ ນ້ຳພຽງ​ຝັ່ງ​ຂໍ​ລອຍ​ ຫອຍ​ຈັບ​ໄມ້​ອາ​ໄສ​ເພິ່ງ​ກັນ​ໄປ ​ເມື່ອ​ໄພ​ມາ​ຮອດ​ເຈົ້າຂ້າ​ຂໍຄ້ຳຊ່ວຍ​ຕາງ​ພໍ່​ເຮີຍ” ນາຍ​ສະ​ເພົາ​ຕອບ​ສຽວສະຫວາດ​ວ່າ: ”ພໍ່​ປູກ​ໄມ້​ປະສົງ​ໃຫ້​ເປັນ​ດົງ​ ພໍ່​ປູກ​ບົງ​ປະສົງ​​ໃຫ້​ເປັນ​ເຫຼົ່າ ​ເຈົ້າຈົ່ງ​ພາ​ເມຍ​ສ້າງ​ເຮືອນ​ຊານ​ແພງ​​ແມ່​ ພໍ່​ບໍ່​ມີ​ໃຫ້​ຮ້ອນ​ເຖິງ​ເຈົ້າລູກ​ເຂີຍ​ດອກ​ນາ.ລູກນັ້ນຍັງ​ໜຸ່ມ​ແໜ້ນ​ລູກ​ ຍ່ອມ​ດີ​ເກີນ ພໍ່​ນີ້ຊະລາຫຼາຍ​ຢູ່​ບໍ່​ນານ​ກໍ​ຕາຍ​ມ້ວຍ” ​ເຖິງ​ວ່າ​ພໍ່​ເຖົ້າຫ້າມປາມ​ແນວ​ໃດສຽວສະຫວາດ​ກໍ​ບໍ່​ຍອມ​ລາວ​ຕັດສິນ​ໃຈ​ໄປ​ ຢູ່ຍາມ. ສຽວສະ​ຫວາດ​ປູ​ສາດ​ ແລະ​ ວາງ​ໝອນ​ຮຽງ​ກັບ​ນາຍ​ຍາມ​ຄົນ​ອື່ນໆ​ແລ້ວ​ເຂົາ​ເຈົ້າກໍ​ນອນ​​ເທີ້ງ​ລົງ. ​ແຕ່​ແລ້ວ​ເໝືອນດັ່ງ​ຜີ​ສາງ​ດົນ​ບັນດານ​ບໍ່​ນານ​ທຸກ​ຄົນ​ກໍ​ເຊືອບ​ຫຼັບ​ຍັງ​ ແຕ່​ສຽວສະຫວາດ​ຄົນ​ດຽວ. ສຽວສະ​ຫວາດ​ຕັ້ງສະຕິ​ໝັ້ນຄິດ​ຫາ​ບຸ​ນຄຸນ​ພໍ່​ແມ່; ທ່ອງ​ຄາຖາ​ອາຄົມ​ທີ່​ພໍ່​ແມ່​ສອນ​ໃຫ້​ ແລະ​ ໄຫວ້​ວອນ​ເພິ່ນ​ໃຫ້​ມາ​ປົກ​ປັກ​ຮັກສາ​ຕົນ​ ພ້ອມ​ທັງ​ເພື່ອນ​ຮ່ວມ​ຊະ​ຕາ​ກຳ499​ ຄົນ​ທັງ​ໃຫ້​ມາ​ຊ່ວຍ​ຕົນ​ແກ້​ໄຂ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ.​ ເມື່ອຮອດ​ຍາມ​ທ່ຽງພະ ຍາ​ກໍ​ກຳ​ດາບ​ຍ່າງ​ລົງ​ຂັ້ນ​ໄດ​ມາ.​ ເມື່ອ​ສຽວສະຫວາດ​ໄດ້​ຍິນ​ສຽງ​ບາດຕີນ​ ລາວ​ກໍໝາດຄໍ​ອະ​ຮຶອະ​ແຮ່​ມຂຶ້ນ​ແລ້ວ​ກ່າວ​ຄາຖາ​ບົດ​ໜຶ່ງ​ເປັນ​ພາສາ​ບາ​ລີ​ ວ່າ:“ຄະ​ເຕສິ ຄະ​ເຕສິ ກິ​ງກະຣະນັງ ອະຫັງປິ​ຕັງ​ຊະນາ​ມິ”. ​ເມື່ອ​ໄດ້​ຍິນ​ແນວ​ນັ້ນພະຍາ​ກໍ​ຮູ້ສຶກ​ແປກ​ໃຈ​ແລ້ວ​ກັບ​ໄປ​ຫ້ອງ​ນອນ​ຂອງ​ ຕົນ. ພໍ​ຈະ​ຮອດ​ຍາມ​ຕູດ​ຊ້າຍ​ພະຍາ​ກໍ​ມາກ​ວດຍາມ​ຕື່ມ. ສຽວສະຫວາດ​ກໍ​ໝາດ​ຄໍ​ແລ້ວ​ກ່າວ​ຄາຖາ​ອີກ​ບົດ​ໜຶ່ງ​ວ່າ:”ອັດສະຈັນ​ໃຈ​ໂອ້ ​ໂອນໍ​ສັງ​ເວດ ສັງມາ​ເປັນ​ນີ້ ​ເປັນ​ໜ້າ​ຢາກຫົວ​ແທ້ນໍ”. ​ເມື່ອ​ໄດ້​ຍິນ​ຄາຖາ​ພະຍາ​ກໍຫວັ່ນ​ໃນ​ໃຈຂຶ້ນມາ​ເລັກ​ນ້ອຍ,​ ແລ້ວ​ເພິ່ນ​ກໍ​ກັບ​ຫ້ອງ​ນອນ​ຂອງ​ຕົນ.​ ເມື່ອ​ມໍ່​ຈະ​ຮອດ​ຍາມ​ແຖ​ໃກ້​ຮຸ່ງ​ ພະຍາ​ກໍ​ມາກ​ວດຍາມ​ອີກ​ຄັ້ງ. ​ເທື່ອ​ນີ້​ສຽວສະ ຫວາດ​ກ່າວ​ຄາຖາ​ບົດ​ທີ​ສາມ​ວ່າ:”​ເພິ​ງຈາ​ບໍ່​ເພິ​ງຈາ ລັກຄະນາ​ໃນ​ໃຈ ຮູ້ແລ້ວ​ຢ່າ​ເນີ​ ຢ່າ​ເນີ”. ພະຍາ​ກັບ​ຄືນ​ສູ່​ຫ້ອງ​ນອນ,​ ເພິ່ນ​ຄົ້ນຄິດ​ດ້ວຍ​ຄວາມ​ເພິ່ງ​ພໍ​ໃຈ​ວ່າ”​ ໂອນໍ! ກູ​ວ່າ​ກູ​ກະດັດ ຍັງ​ມີ​ຜູ້​ກະດໍ້​ນໍ ກູ​ຍັງ​ຖືກ​ຫຼອກ​ຍ້ອນ​ພາບຫຼອນ​ຈົນ​ນອນ​ບໍ່​ຫຼັບ​ທຸກ​ຄືນ​ຈົນ​ຕ້ອງ​ຂ້າ​ຄົນ​ ຕາຍ​ຄືນ​ລະ500ຄົນ. ບັດ​ນີ້​ມັນ​ຜູ້ນີ້​ໄດ້​ປັດ​ເປົ່າ​ພາບ​ຫລອນ​ເຫຼົ່ານັ້ນ​ໄດ້​ຊ່ວຍ​ກູ​​ໃຫ້ຫາ​ ຍຢ້ານ​ ແລະ​ ຊ່ວຍ​ຊີວິດ​ນາຍ​ຍາມ​ທັງໝົດ​ໄວ້​ໃຫ້​ພົ້ນຄວາມ​ຕາຍ. ມື້ອື່ນ​ກູ​ຕ້ອງ​ສອບ​ຖາມ​ໃຫ້​ໄດ້​ວ່າ​ມັນ​ແມ່ນ​ໃຜ, ມັນ​ຄົງ​ເປັນ​ຄົນ​ມາ​ໃໝ່ຈາກ​ແດນ​ອື່ນ​ສູ່​ປະ​ເທດ​ເຂດ​ເມືອງ​ກູ ຫຼື​ອາດ​ຈະ​ແມ່ນ​ເທພາ​ອາຮັກ​ຈຳ​ແລງ​ແປງກາຍ​ມາ​ເປັນ​ຄົນ. ຫາກ​ມັນ​ເປັນ​ຄົນ​ມັນ​ຄົງ​ເປັນ​ຜູ້​ມີ​ວິຊາ​ອາຄົມ​ເປັນ​ຜູ້​ມີ​ຜະ ຫຍາ​ປັນຍາ​ລ້ຳ​ເລີດ ​ຫຼື​ ເປັນ​ຜູ້​ມີ​ພະລັງ​ຈິດ​ສູງສົ່ງ​. ມັນ​ຈິ່ງ​ໄດ້​ມີ​ສະຕິ​ລະວັງ​ຕົວ​ຕະຫຼອດ​ເວ ລາ”. ຈາກ​ນັ້ນພະຍາ​ກໍ​ນອນ​ລັບຢ່າງ​ເປັນ​ສຸກ. ຮຸ່ງ​ເຊົ້າມາ​ພວກ​ນາຍ​ຍາມ​ກໍ​ພາກັນ​ມ້ຽນ​ສາດ ​ແລະ ໝອນ​ຂອ​ງຕົນ​ແລ້ວ​ກໍ​ກັບ​ບ້ານ. ພວກ​ເຂົາ​ແປກ​ໃຈ​ດ້ວຍ​ເຫດ​ໃດ​ພະຍາ​ຈິ່ງ​ບໍ່​ປະຫານ​ເຂົາ ​ແມ່ນ​ສິ່​ງ​ໃດ​ດົນ​ໃຈ​ພະຍາ​ໃຫ້​ປ່ຽນ​ໄປ. ພວກ​ເຂົາ​ຊື່ນໝື່ນ​ໃຈ​ ແລະ​ ລ້ຳລຶກບຸນຄຸນ​ຂອງ​ຄົນຫ​ລື​ສິ່ງ​ສັກ​ສິດ​ທີ່​ໄດ້​ກອບກູ້​ເອົາ​ຊີວິດ​ຂອງ​ຕົນ​ ໄວ້. ລະຫວ່າງ​ທາງ​ພວກ​ເຂົາ​ເຈົ້າ​ເຈີ​ພວກ​ມະຫາດ​ເຫຼັກທີ່​ຂັບ​ກວຽນ​ມາ​ຂົນ​ສົບ, ພວກ​ເຂົາ​ຈິ່ງ​ບອກ​ໃຫ້​ກັບ ​ເພາະ​ບໍ່​ມີ​ຜູ້​ໃດ​ກາຍ​ເປັນ​ສົບ.​ ເມື່ອ​ມາ​ຮອດ​ເຮື​ອນພໍ່​ແມ່​ພີ່ນ້ອງ ​ແລ​ະ​ ລູກ​ເມຍ​ໄດ້ລໍຖ້າ​ຮອງ​ຮັບ​ຈັບ​ໂຈມ​ດີ​ອົກ​ດີ​ໃຈ.​

ເຂົາ ​ເຈົ້າລົມ​ກັນ​ວ່າ​ຫາກ​ຮູ້​ວ່າ​ຜູ້​ໃດ​ຊ່ວຍ​ຊີວິດ​ຕົນ​ໄວ້​ເຂົາ​​ ເຈົ້າກໍ​ຈະ​ຍອມ​ອຸທິດ​ຕົວ​ເປັນ​ຂ້ອຍ​ຂ້າ​ທີ​ຊື່ສັດ​ເພື່ອຕອບ​ບຸນ​​ແທນ​ຄຸນ. ຫຼັງ​ຈາກ​ພະຍາ​ຕື່ນ​ນອນ​ເພິ່ນ​ກໍ​ສັ່ງ​ໃຫ້​ມະຫາດ​ເຫຼັກ​ໄປ​ຮຽກ​ເອົາ​ຄົນ​ທີ່ ​ໄດ້​ຢູ່ຍາມ​ໃຫ້ມາ​ເຂົ້າ​ເຝົ້າ.​ ເມື່ອນັ້ນຄົນ​ທັງຫຼາຍ​ຍັງ​ອົກ​ສັ່ນ​ຂວັນ​ເສຍ​ຢູ່​ເລີຍ​ຈົ່ມ​​ໄຫ້​ນຳ​ຊະ​ຕາ​ ຊີວິດ​ອັນ​ໂຫດ​ຫ້ຽມຂອງ​ຕົນ​ທີ່​ເຂົ້າ​ໃຈ​ຜິດ​ຄິດ​ໄປ​ວ່າ​ລອດ​ຕາຍ​ຕອນ​ກາງຄືນ ​ແລ້ວ​ຍັງ​ຈະ​ຕ້ອງ​ຖືກ​ສັ່ງ​ໃຫ້​ໄປ​ຕາຍ​ຕອນ​ກາງ​ເວັນ​ອີກ. ພວກ​ເຂົາ​ເຈົ້າພາກັນ​ໄຫວ້​ວອນ​ພະພຸດທະ​ເຈົ້າ​ ແລະ ​ເທບພະດາ​ທັງຫຼາຍ​ໃຫ້​ປົກປ້ອງ​ຮັກສາ​ຕົນ ​ແລະ​ ດົນ​ບັນດານ​ໃຫ້​ພະຍາ​ເມດ​ຕາປາ​ນີ​ເຂົາ​ຈົ້າ. ​ເມື່ອ​ຄືນ​ນັ້ນພວກ​ທ່ານ​ມາ​ຢູ່ ຍາມ​ທີ່​ນີ້​ທຸກ​ຄົນ​ລື?ພະຍາ​ຖາມ. ”​ໂດຍ ຂ້ານ້ອຍ, ພວກ​ນາຍ​ຍາມ​ຕອບ”​ ແມ່ນ​ໃຜ​ຍາມ​ຢູ່​ຕີນ​ຂັ້ນ​ໄດ? ​ແມ່ນ​ຂ້ານ້ອຍ ສຽວສະ ຫວາດ​ຕອບ ຈັ່ງຊັ້ນກໍ​ແປ​ວ່າ​ທ່ານ​ບໍ່​ຫຼັບ​ຕະຫຼອດ​ຄືນ​ເລີຍ​ ແລະ ​ກ່າວ​ຄາຖາ​ສາມ​ບົດ​ເມື່ອ​ເຮົາ​ລົງ​ມາກ​ວດຍາມ ”​ແມ່ນ​ຂ້ານ້ອຍ” ມັນ​ມີ​ຄວາມ​ຫມາຍ​ວ່າ​ແນວ​ໃດ” ​”ເພື່ອ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄາຖາ​ຂ້ານ້ອຍ​ຂໍ​ເຫຼົ່າ​ນິທານ​ໃຫ້​ເພິ່ນ​ຟັງ” ຈາກ​ນັ້ນສຽວສະຫວາດ​ກໍ​ເລົ່າ​ນິທານ​ໃຫ້​ພະຍາ​ຟັງ. ​ເມື່ອ​ໄດ້​ຟັງ​ນິທານ​ແລ້ວພະຍາ​ກໍ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຄາຖາ. ຈາກ​ນັ້ນ​ເພິ່ນ​ກໍ​ຖາມ​ສຽວສະຫວາດ​ວ່າ:”ຈົ່ງ​ຕອບ​ເຮົາ​ມາ​ຢ່າ​ອຳ​ເທີ້ນວ່າ​ ເຮົາ​ໄດ້​ຂ້າ​ຄົນ​ເປັນອັນມາກ​ເຮົາ​ຈະ​ເປັນ​ໂທດ​ປະການ​ໃດ?” ​ເມື່ອນັ້ນສຽວ ສະ ຫວາດ​ກໍ​ກ່າວ​ວ່າ:”ຜູ້​ຂ້າ​​ໃຫ້ມະຫາລາຊາ ມີ​ເທບພະດາ​ຢູ່​ຮັກສາ​ບ້ານ​ເມືອງ​ເຮົາ​ນີ້​ແຕ່​ປະຖົມ​ບູຮານ​ພຸ້ນ​ແລ. ອັນ​ອາ​ເພດ​ທີ​ບັງ​ເກີດ​ຂຶ້ນ​ໃນ​ບ້ານ​ເມືອງ​ເຮົາ​ນີ້​ແມ່ນ​ເທບພະດາ​ເປັນ​ຜູ້ ​ບັນ​ດົນ​ຂຶ້ນ​ເພື່ອ​ເຕືອນ​ໃຫ້​ຮູ້​ວ່າ​ໄດ້​ມີ​ຄົນ​ກະທຳ​ຄວາມ​ຜິດ​ ແລະ ​ຄວາມ​ຫຼາວ​ແຫຼກ ​ອາດ​ແມ່ນ​ພະຍາ ​ນາງ​ເທວີ​ ລູກ​ຫລານ​ຂອງ​ພະຍາ​ຫຼື​ ອາມາດ​ອາດຍາ​ທັງຫຼາຍ​ຈະ​ແກ້​ໄຂ​ບັນຫາ​ຕ້ອງ​ຫາ​ສາ​ເຫດ​ຂອງ​ມັນ​ໃຫ້​ພົບ”. ​ເມື່ອນັ້ນພະຍາ​ກໍ​ມີ​ໃຈ​ຊົມ​ຊື່ນ​ຍິນ​ດີ​ແລ້ວ​ກໍ​ປົງ​ສັກ​ຕັ້ງສຽວ ສະຫວາດ​ເປັນອັກ ຄະ ມະຫາ​ເສນາ​ບໍດີ​ ມີນາ​ມ​ເຕັມ​ວ່າ:ສຽວສະ ຫວາດ​ທຳ​ມິ​ກະ​ບັນ​ດິດ ພ້ອມ​ທັງ​ປະທານ​ລາງວັນ​ເປັນ​ຄຳ ​ແລະ ​ເຂົ້ານ້ຳ​ຢ່າງ​ມະຫາສານ​ພ້ອມ​ດ້ວຍ​ພວກ​ທີ່​ລອດ​ຊີວິດ ​ແລະ​ ຄອບ ຄົວ​ໃຫ້​ເປັນ​ບໍລິວານ​ຮັບ​ໃຊ້​ອີກ​ດ້ວຍ.

ພວກ ​ເສນາ​ອາມາດ ​ແລະ​ ປະຊາລາດ​ທັງ​ເມືອງ​ລ້ວນ​ແຕ່​ຍ້ອງຍໍ​ຊົມ​ຊື່ນ​ງັນ​ດອມ​ທ້າວ​ຊູ​ອັນ​ທີ່​ໄດ້​ ແກ້​ບັນຫາ​ຮ້າຍ​ແຮງ​ທີ່​ຂົ່ມຂູ່​ບ້ານ​ເມືອງ​ເຂົາ​ເຈົ້າມາ​ໄລຍະ​ໜຶ່ງ. ນັບ​ແຕ່​ນັ້ນມາ​ ພາບ​ຫຼອນ​ກໍ​ບໍ່​ປະກົດ​ຕົວ​ຂຶ້ນອີກ ​ແລະ ​ຄວາມ​ຢ້ານ​ຈະ​ຖືກ​ໝາຍ​ເອົາ​ຊີວິດ​ກໍ​ບໍ່​ຫລອກ​ຫລອນ​ພະຍາ​ອີກ. ສ່ວນ​ພະ ຍານັ້ນກໍ​ນັບ​ມື້ ນັບ​ມີ​ຄວາມ​ຮັກ​ ແລະ ​ເຫຼື້ອມ​ໃສ​ ສຽວສະ ຫວາດ​ຂຶ້ນ​ເລື້ອຍໆ​ ຍ້ອນ​ສຽວສະ ຫວາດ​ມີ​ຄວາມ​ຮູ້​ທີ່​ບໍ່​ມີ​ໃຜ​ທຽບ​ທັນ​ ທັງ​ຍັງ​ຖວາຍ​ຄຳ​ແນະນຳ​ທີ່​ດີ​ໃຫ້​ແກ່​ເພິ່ນ​ຕະຫຼອດ ​ມາ.​ ເພິ່ນ​ເຊື່ອ​ຟັງ​ ແລະ ​ປະຕິບັດ​ຕາມ​ຄຳ​ເຫັນ​ຂອງ​ສຽວ​ສະຫວາດສະ​ເໝີ ​ແລະ​ ໜຶ່ງ​​ໃນ​ຄຳ​ເຫັນ​ນັ້ນ​ກໍ​ແມ່ນ​ໃຫ້​ເພິ່ນ​ຫຼິງ​ລຳ​ດູ​ສາ​ເຫດ​ທີ່​ພາ​ໃຫ້​ ເທບພະດາ​ລົງ​ໂທດ​​ເພິ່ນ ​ແລະ ​ດົນ​ໃຈ​ເພິ່ນ​ໃຫ້​ໂຫດ ຮ້າຍ. ທ້າ​ຍທີ່​ສຸດ​ເພິ່ນ​ກໍ​ຮູ້​ວ່າ ນາງ​ເທວີ​ ມີ​ໃຈກັບກອກ​ເປັນ​ຊູ້​ກັບ​ຊາຍ​ທູດ.​ ເພິ່ນ​ບໍ່​ປາກ​ອັນ​ໃດ​ຈົນ​ກວ່າ​ໄດ້​ພິສູດ​ຄວາມ​ຈິງ.​ ໃນ​ຄືນ​ກ່ອນ​ໜ້າ​ງານ​ບຸນ​ໃຫຍ່​ເພິ່ນ​ສັງ​ເກດ​ເຫັນ​ວ່າ​ນາງ​ເທວີ​ນອນ​ບໍ່​ ຫຼັບ​ພິກ​ຕົວ​ໄປ​ມາ​ດັ່ງ​ຄົນ​ເປັນ​ບ້າ​ເພິ່ນ​ເລີຍ​ເຮັດຕິ​ນອນຫ​ລັບ​ໂກນ ກອກໆ​ ຕົກ​ມາ​ຕອນ​ທ່ຽງ​ຄືນ​ນາງ​ເທວີ​ເຂົ້າ​ໃຈ​ວ່າ​ເພິ່ນ​ນອນ​ຫຼັບ​ແລ້ວ​ ກໍ​ຢ່ອງ​ອອກ​ໄປ​ກອຍ​ຊານ ​ແລ້ວ​ກໍ​ເອົາ​ຜ້າສະ​ໄບມັດ​ງ່າ​ມ່ວງທີ່​ຍື່ນ​ຢ່ອນ​ມາ​ແຂວນ​ຕົວ​ໂຫຍ້ນ​ລົງ​ ພື້ນ​ດິນ ​ແລະ​ ແລ່ນ​ໄປ​ຫາ​ຊາຍ​ຊູ້​ຢູ່​ສວນ​ໝາກ​ໄມ້​ຫຼັງ​ວັງ. ພະຍາ​ກໍ​ໝອບໆ​ຕາມ​ນາງ​ໄປ​ແລ້ວ​ດ້ອມໆ​ເຂົ້າ​ໄປ​ພຸ່ມ​ໄມ້​ບໍ່​ໄກ​ຈາກ​ບ່ອນ​ນາງ ​ເທວີ​ ແລະ ​ຊາຍ​ຊູ້​ພົບ​ກັນ ​ແລະ ​ຢູ່​ບ່ອນ​ຫັ້ນສອດສ່ອງ​ເບິ່ງ​ພວກ​ເຂົາ.​ ເນື່ອງ​ດ້ວຍ​ວ່າ​ຊາຍ​ຊູ້​ລໍຖ້າ​ນາງ​ເທວີ​ນານ​ຫຼາຍ. ບ້ອຍວ່າ​ເຫັນ​ນາງ​ມັນ​ກໍ​ອົດ​ຮ້າຍ​ບໍ່​ໄດ້​ມັນ​ຖາມ​ນາງ​ຢ່າງ​ຮຸນ​ແຮງ​ວ່າ: ​ເປັນ​ຫຍັງ​ມາ​ເດິກ​ແທ້? ພະຍາ​ນານ​ນອນ​ຫຼັບ  ຢ່າ​ມາ​ແກ້​ຕົວ ມັນ​ຮ້າຍ​ພ້ອມ​ທັງ​ຟາດ​ຝ່າມື​ຕົບ​ຫູ​ນາງ​ຢ່າງ​ຮ້າຍ​​ແຮງ​ເຮັດ​ໃຫ້​ຕ້າງ​ຫູ​ ເບື້ອງ​ນັ້ນຟົ້ງອອກ​ສະ​ເດັນ​ໄປ​ຕົກ​ໃກ້​ຕີນ​ພະຍາ. ພະຍາກົ້ມ​ເກັບ​ເອົາ​ແລ້ວ​ກັບ​ຄືນ​ວັງ.

ຫຼັງ ​ຈາກ​ເສບ​ສຸກ​ກັນ​ແລ້ວ​ນາງ​​ເທວີ​ກໍ​ກັບ​ວັງ. ມື້ຕໍ່​ມາ​ພະຍາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​ບໍລິວານ​ຈັດ​ງານ​ບຸນ​​ແລະ​ໃຫ້​ປ່າວ ​ເຕືອນ​ຄົນ​ທັງຫຼາຍ​ໃນ​ວັງ​ໃຫ້​ແຕ່ງ​ອົງ​ຊົງ​ເຄື່ອງ​ເຕັມ​ຍົດ​ແລ້ວ​ໄປ​​ໂຮມ​ ກັນ​ຢູ່​ເຂດ​ຂ່ວງ​ສະໜາມ ຫຼວງ​ໃນ​ຍາມ​ທ່ຽງ. ສ່ວນ​ພະຍາ​ກໍ​ຮຽກ​ສຽວສະ​ຫວາດ​ມາ​ພົບ​ລ່ວງ​ໜ້າ​ແລ້ວ​ກໍ​ອອກ​ເດີນ​ໄປ​ຫໍ​ສະໜາມ ​ຫຼວງ​ພ້ອມ​ກັບ​ເສນາ​ອາມາດ​ຜູ້​ອື່ນໆ. ​ເວລາ​ນັ້ນ​ເມື່ອ​ກຳລັງ​ແຕ່ງ​ໜ້ານາງ​ເທວີ​ກໍ​ຊວດ​ຮູ້​ວ່າ​ຕ້າງ​ຫູ​ກິ່ງ​ຊ້າຍ ​ຂອງ​ຕົນ​ຕົກ​ເຮ່ຍ​ ແລະ​ ຊວາ​ດຮູ້​ສາ​ເຫດ​ຂອງ​ການ​ຕົກ​ເຮ່ຍ. ນາງ​ຈິ່ງ​ສັ່ງ​ຄົນ​ໃຊ້​ຜູ້​ເຊື່ອ​ໃຈ​ໄດ້​ໄປ​ຮຽນ​ເອົາ​ຊ່າງ​ຄຳ​ມາ​ຫາ​ໃນ​ບັດ​ ນັ້ນ ນາງ​ເວົ້າກັບ​ຊ່າງ​ຄຳ​ວ່າ:”ຊ່າງ​ຄຳ​ເອີຍ! ຫາກ​ເຈົ້າ​ເຮັດ​ຕ້າງ​ຫູ​ອີກ​ກິ່ງ​ໜຶ່ງ​ແລ້ວ​ກ່ອນ​ຍາມ​ທ່ຽງ​ ເພື່ອ​ເປັນ​ການ​ຕອບ​ແທນ​ຂ້ອຍ​ຈະ​ໃຫ້​ລາງວັນ​ໃຫຍ່​ແກ່​ເຈົ້າ”. ຊ່າງ​ຄຳ​ຮັບ​ເອົາ​ຕ້າງ​ຫູ​ກິ່ງ​ທີ​ເຫຼືອ​ເພື່ອ​ເປັນ​ແບບ​ແລ້ວ​ກໍ​ກັບ​ບ້ານ. ​ໃນ​ຂະນະ​ທີ່​ຊ່າງ​ຄຳ​ພວມ​ສຸມ​ຈິດ​ສຸມ​ໃຈ​ເຮັດ​ຕ້າງ​ຫູ​ນັ້ນ ນາງ​ເທວີ​ກໍ​ໃຈຮ້ອນ​ຮົນ​ເໝືອນ​ໄຟ​ລົນ​ ຍ້ອນ​ນາງ​ຢ້ານ​ວ່າ​ຊ່າງ​ຄຳ​ຈະ​ເຮັດ​ຕ້າງ​ຫູ​ສຳ​ເລັດ​ຊ້າ​ເກີນ​ໄປ.​ ເມື່ອ​ຮອດ​ຍາມ​ນັດ​ໝາຍ​ພະຍາ​ກໍ​ສັ່ງມະຫາດ​​ເຫຼັກ ມາ​ຕາມ​ເອົານາງ​ເທວີ.​ ເມື່ອ​ບໍ່​ທັນ​ໄດ້​ຕ້າງ​ຫູ​ເທື່ອ​ນາງ​ເທວີ​ກໍ​ຝາ​ກຄຳ​ນຳ​ມະ​ຫາດ​ເຫຼັກ​ວ່າ​ ນາງ​ຍັງ​​ເຈັບຫົວ​ ແລະ ​ເປັນຫວັດ ​ແລະ​ ກິນ​ຢ່າ​ແດ່​ແລ້ວ​ຫາກ​ໄຄ​ແຄນ​ຂຶ້ນ​ແລ້ວ​ກໍ​ຈະ​ໄປ​ຫາ​ພະຍາ​ຢູ່​ຫໍ​ສະໜາມ​ເອງ. ຂະນະ​ດຽວ​ກັນ​ນາງ​ກໍ​ໃຫ້​ຄົນ​ໃຊ້​ໄປ​ຖາມ​ຊ່າງ​ຄຳ​ວ່າ​ຕ້າງ​ຫູ​ຂອງ​ຕົນ​ສຳ​ ເລັດ​ແລ້ວ​ບໍ່ ຊ່າງ​ຄຳ​ກໍ​ບອກ​ຄົນ​​ໃຊ້​ນາງ​ເທວີ​ວ່າ:”​ເຮືອນ​ຮ່າງ​ຕ້າງ​ຫູ​ນັ້ນສຳ​ເລັ​ດ​ ແລ້ວ​ຍັງ​ແຕ່​ຊິ​ຕອກ​ຊັກ​ລາຍ​ໜ້າ​ແວ່ນ​ບ່ອນ​ຊິ​ໃສ່​ແກ້ວ ທັງ​ມວນ, ​ຄັນ​ບໍລິບວນ​ແລ້ວ​ຂ້າ​ຫາກ​ຈະ​ເອົາ​ໄປ​ຖວາຍ​ເທວີ​ເຈົ້າ​ເອງ​ແລ. ນາງ​ເທວີ​ຮ້ອນຮົນ​ໃຈ​ຍິ່ງ​ ເມື່ອ​ໄດ້​ຍິນ​ຄຳນັ້ນຈິດ​ໃຈ​ນາງ​ຄິດ​ຟົ້ງຊ່ານ​ໄປ​ຫຼາຍ​ປະການ:”ພະຍາ​ເຈົ້າຈະ​ ເຮັດ​ແນວ​ໃດ​ເມື່ອ​ຮູ້​ຄວາມ​ຖ່ອຍ​ຂອງ​ກູ. ກູ​ຈະ​ຕ້ອງ​ໂທດ​ໜັກ​ຖືກ​ຂ້ຽນ​ ຖືກ​ຕີ ຫຼື​ຖືກ​ປະຫານ? ​ເມື່ອນັ້ນພະຍາ​ຊ້ຳພັດ​ໃຊ້​ຄົນ​ມາ​ນຳ​ເອົາ​ນາງ​ເທວີ​ອີກ​ຕື່ມ​, ນາງ​ກໍ​ຕົວ​ະມະຫາດ​ເຫຼັກ​ຂອງ​ພະຍາ​ຕື່ມ​ອີກ ນາງ​ຍັງ​ບໍ່​ທັນ​ແຂງ​ແຮງ​ແທ້​ເທື່ອ.​ ເຖິງ​ເວລາ​ຍາມ​ຕູດ​ຊ້າຍ ຊ່າງ​ຄຳ​ກໍ​ເອົາ​ຕ້າງ​ຫູ​ທັງ​ຄູ່​ມາ​ຖວາຍ​ຈາກ​ນັ້ນນາງ​ເທວີ​ກໍ​ແຕ່ງ​ອົງ​ຊົງ ​ເຄື່ອງ​ອອກ​ໄປ. ຂ້າ​ບໍລິ ພານ​ທັງຫຼາຍ​ກໍ​ແຫ່​ນາງ​ອອກ​ໄປ​ສູ່​ສະໜາມ​ຫຼວງ, ພະຍາ​ໃຈຮ້ອນ​ຮຸ່ມ​ແຕ່​ອົດ​ເອົາ​ເສຍ​ບໍ່​ໂກດ​, ເຮັດ​ໜ້າ​ສົດ​ໃສ​ງາມ​ນາງ​ເທວີ​ເຫັນ​ດັ່ງ ນັ້ນກໍ​ເລີຍ​ເບົາ​ໃຈ.​

ເມື່ອ ​ເຂົາ​ເສບ​ດຸລິ​ຍົນ​ດົນຕີ​ແລ້ວ​ແທນ​ທີ່​ຈະ​ເປີດ​ພິທີ​ພະຍາ​ກັບ​ດຳ​ເນີນ ​ການ​ໄຕ່​ສວນຄວາມ​ຜິດ​ຂອງ​ນາງ​ເທວີ​ວ່າ ”ດູລາ​ນາງ​ເທວີ​ໂສມ​ສີ​ເປັນ​ເອກ​ງາມ​ເຊກ​ເລກ​ໜຶ່ງ​ດຽວ​ເຈົ້າສັງ​ຖື​ກະຈອນ​ ຕ້າງ​ແກ້ວ​ຫນ້າ​​ເອກ​ກິ່ງ​ດຽວນີ້ຈາ” ນາງ​ເທວີ​ຕົກຄະ​ມາ​ໃຈ​ລູບ​ເບິ່ງ​ຫູ​ແລ້ວ​ເວົ້າວ່າ”ຜູ້​ຂ້າ​ຖື​ຄົບ​ທັງ​ຄູ່​ ນີ້​ເດ” ”ຢ່າ​ແກ້​ຕົວ​ເລີຍ”ພະ ຍາ​ຢ້ຳ​ເຈົ້າຖື​ແຕ່​ກິ່ງ​ດຽວ​ແຕ່​ທຳທ່າ​ວ່າ​ຖື​ທັງ​ຄູ່. ຕ້າງ​ກິ່ງ​ໜຶ່ງ​ນັ້ນ​ເຈົ້າ​ເອົາ​ໄປ​ໄວ້​ໃສ,​ ເຈົ້າ​ເຮັດ​ເຮ່ຍ​ທາງ​ໃດ​ຫຼື​ເຈົ້າ​ແບ່ງປັນ​ໃຫ້​ໃຜ?”. ຈາກ​ນັ້ນພະຍາ​ກໍ​ປ່າວ​ໃຫ້​ທຸກ​ຄົນຮູ້​ກ່ຽວ​ກັບ​ການ​ພົວພັນ​ລະ​ວ່າງ​ນາງ​ເທວີ ​ກັບ​ຊາຍ​ຂີ້ທູດ​ທັງ​ຊູ​ຕ້າງ​ຫູ​ກິ່ງ​ໜຶ່ງ​ຂຶ້ນ​ເປັນ​ຫຼັກ​ຖານ​ໃຫ້​ເບິ່ງ. ນາງ​ເທວີ​ກົ້ມໜ້າ​ລົງ​ຕໍ່າ​ຮ່າງກາຍ​ສັນ​ສະທ້ານ​ເຫື່ອ​ ແລະ ​ໄຄ​ຄ້າວ​ໄຫຼ​ຊືມທົ່ວ​ຮ່າງ​ກາຍ​ນາງ​ຫັນ​ໃຈ​ຂັດ, ສິ່ງ​ທີ່​ກຽມ​ໄວ້​ເພື່ອ​ແກ້​ຕົວ​ຕໍ່​ພະຍານັ້ນຖືກ​ອັ້ນຢູ່​ໃນ​ຮູ​ຄໍ. ພະຍາ​ຈິ່ງ​ຫຼຽວ​ໜ້າ​ເຈລະຈາ​ດອມ​ສຽວສະຫວາດ​ວ່າ:”​ໂທດ​ອັນ​ນາງ​ທີ​ກະທຳນັ້ນຈະ​ ເປັນ​ດັ່ງ​​ໃດ​ລື? ສຽວສະຫວາດ​ກາບ​ທູນ​ພະຍາ​ວ່າ: ”ອັນ​ໂທດ​ກຳນັ້ນກໍ​ໜ້າ​ລະ ອາຍ​ໜັກ​ໜາ​ ຊາ​ແຜ່ນດິນ​ແທ້​ແລ. ມັນ​ນຳ​ຄວາມ​ເສື່ອ​ມ​ເສຍ​ມາສູ່​ທຸກ​ຄົນ ທັງ​ຕົວ​ນາງ​ເອງ ທັງ​ມະຫາລາຊາ​ ທັງ​ແຜ່ນດິນ ​ແລະ ​ຊາວ​ປະ​ຊາ​ທັງ ຫຼາຍ. ຈະ​ປະຫານ​ນາງ​ເສຍ​ກໍ​ສົມຄວນ​ຢູ່​ດອກ​ ແຕ່​ວ່າ​ຂ້າ​ນາງ​ໄປ​ກໍ​ເສຍ​ຄົມ​ດາບ​ດາຍດອກ ຈະ​ຂ້ຽນ​ຕີ​ກໍ​ເສຍ​ເດຊາ​ນຸ ພາບ​ ຈະ​ຈັບ​ໃສ່​ຄອກ​ຂັງ​ກັງ​ຄາ​ຄອກ​ ຄຸກ​ກໍ​ຈະ​ເປື້ອນ ​ເຈົ້າພະຍາ​ກໍ​ຈະ​ເຈັບ​ຕາ​ປວດ​ໃຈອີກ​ອັນ​ໜຶ່ງ​ກໍ​ບໍ່​ມີ​ຜູ້​ໃດ​ຂັງ​ໃຈ​ໃຜ​ ໄດ້ດອກ​ ແໜງ ວ່າ​ເພື່ອ​ຮັກສາ​ເດຊາ​ນຸພາບ​ເຮົາ​ທຳ​ຄວາມ​ດີ​ ມີ​ຈະຣິຍະ​ທຳ​ອັນ​ໜ້າ​ສັນລະ​ເສີນ​ດີກ​ວ່າ​ ຍັງ​ຈະ​ເຮັ​ດ​ໃຫ້​ນາງ​ຍອມຮັບ​ໂທດ​ກຳ​ອັນ​ໜ້າ​ລະອາຍ​ແລ້ວ​ເຮັດ​ໃຫ້​ຄົນ​ ທັງຫຼາຍ​ສັດທາ​ບູຊາ​ມະຫາລາຊາ​ອີກ​ດ້ວຍ.” ພະຍາ​ຢາກ​ຮູ້​ຄຳ​ແນະນຳ​ຂອງ​ສຽວສະ ຫວາດ​ທັນທີ​ຈຶ່ງ​ຕັດ​ຖາມ​ວ່າ:”​ເຮັດ​ແນວ​ໃດ​ຈຶ່ງ​ຄວນ​ລື? ປະທານ​ສິ່ງ​ທີ່​ຈຳ​ເປັນ​ແກ່​ນາງ​ ແລ້ວ​ພາ​ໄປ​ປ່ອຍໄວ້​ທີ່​ຫ່າງ​ໄກຂອບ​ຈິ່ມ​ແດນ​ເມືອງ​ ໃຫ້​ນາງ​ດຳລົງ​ຊີບ​ຕາມ​ມັກ ​ແລະ​ ບໍ່​ໃຫ້​ນາງ​ສ້າງ​ຄວາມ​ເຊື່ອມ​ເສຍ​ໃຫ້​ມະຫາລາຊາ​ອີກ​ຕື່ມ” ພະ ຍາ​ເຫັນ​ດ້ວຍ​ກັບ​ຄຳ​ແນະນຳ​ຈິ່ງ​ສັ່ງ​ໃຫ້​ຂ້າ​ບໍລິວານ​ໄປ​ຈັດການ. ຫລັງ​ຈາກ​ໄຕ່​ສວນ​ແລ້ວ​ພະຍາ​ກໍ​ເປີດ​ງານ​ບຸນ.

ຫຼັງ ​ຈາກ​ພະຍາ​ຈຳປາ​ນະຄອນ​ໄດ້​ຈັດການ​ຄະດີ​ຂອງ​ນາງ​ເທວີ​ຕາມ​ຄຳ​ແນະນຳ​ຂອງ​ ສຽວສະ ຫວາດ​ແລ້ວ, ຢູ່​ມາ​ວັນ​ໜຶ່ງ​ພະຍາ​ໄດ້​ຖາມ​ສຽວສະຫວາດ​ວ່າ:ສິ່ງ​ອັນ​ໃດ​ດົນ​ບັນ ດານ​ໃຫ້​ທ່ານ​ຕັດ ສິນ​ຄະດີ​ຂອງ​ນາ​ງ​ເທວີ​ດັ່ງນັ້ນ?​ ໃນ​ບູຮານ​ນະ​ການ​ກໍ​ມີ​ສັກຂີ​ນິທານ​ດັ່ງ​ນີ້​ຢູ່​ບໍ? ”ອັນວ່າ​ສັກຂີ​ນິທານ​ດັ່ງ​ນີ້​ກໍ​ມີ​ແທ້​ແລ,​ເວົ້າ​ແລ້ວ​ສຽວ​ສະ​ຫວາດ​ກໍ​ ເລົ່າ​ນິທານ​ໃຫ້​ພະຍາ​ຟັງ. ພາຍ​ລຸນ​ມາ​ພະຍາ​ກໍ​ຫົດສົງ​ກຸລະ​ນາຣີ ຜູ້​​ໃໝ່​ໃຫ້​ເປັນ​ມະ​ເຫ​ສີ​ເທວີ​ແຫ່ງ​ຈຳປາ​ນະຄອນ. ນັບ​ແຕ່​ນັ້ນມາ​ພະຍາ​ກໍ​ຄອງ​ແຄ້ວ​ຈຳປາ​ນະຄອນ​ໄດ້​ຢ່າ​ງດີ ດວ້ຍ ທົງ​ຢູ່​ໃນ​ມົດ​ສະ​ພິລາ​ຊະ​ທຳ ​ແລະ​ ການ​ສະໜອງ​ງານ​ຂອງ​ມະຫາ​ມຸນຕີ​ສຽວສະຫວາດ, ບ້ານ​ເມືອງ​ຮຸ່ງ​ເຮືອງ​ເຫຼືອງ​​ເຫຼື້ອມ, ປະຊາ ຊົນ​ຢູ່​ດີ​ກິນ​ດີ ​ແລະ ​ນັບຖື​ລະບຽບ​ບ້ານ​ເມືອງ​ທຸກ​ປະການສືບ​ໄປ​ ຈົນ​ຊົ່ວ​ກາລະ​ນານ.

 

ຂໍ້ມູນຈາກ: ທ່ານ ສິດທິສອນ ແກ້ວວິຈິດ

 

ບົດຄວາມຫຼ້າສຸດ

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...

ຄືບໜ້າ 70 % ການສ້າງທາງປູຢາງ ແຍກທາງເລກ 13 ໃຕ້ ຫາ ບ້ານປຸງ ເມືອງຫີນບູນ

ວັນທີ 18 ທັນວາ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການກ່ຽວຂ້ອງຂອງແຂວງຈໍານວນໜຶ່ງ ໄດ້ເຄື່ອນໄຫວຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ...