Homeຂ່າວທ້ອງຖິ່ນລາວ-ຫວຽດນາມຈະປັບປຸງກົນໄກຊຸກຍູ້ເສດຖະກິດ

ລາວ-ຫວຽດນາມຈະປັບປຸງກົນໄກຊຸກຍູ້ເສດຖະກິດ

Published on

ລາວ ແລະ ຫວຽດນາມ, ຈະປັບປຸງຄືນບັນດາກົນໄກການຮ່ວມມືດ້ານເສດຖະກິດທີ່ເຫັນວ່າຍັງບໍ່ທັນອໍານວຍໃຫ້ແກ່ການຄ້າ, ການລົງທຶນລະຫວ່າງສອງປະເທດເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ ແລະ ມີຄວາມຍືນຍົງ.

ບັນຫາສໍາຄັນດັ່ງກ່າວໄດ້ມີການປືກສາຫາລືໃນກອງປະຊຸມຮ່ວມມືການລົງທຶນລາວ-ຫວຽດນາມປະຈໍາປີ 2016 ເມື່ອບໍ່ດົນມານີ້ທີ່ນະຄອນດານັງ ສສ ຫວຽດນາມ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົມສະຫວາດ ເລັ່ງສະຫວັດ ແລະ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ.

ກອງປະຊຸມໄດ້ພ້ອມກັນຕີລາຄາຄືນໝາກຜົນການຮ່ວມມື ແລະ ສະພາບການລົງທຶນຂອງສອງຝ່າຍໃນໄລຍະໜຶ່ງປີຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ການຮ່ວມມືການລົງທຶນສອງຝ່າຍມີປະສິດທິຜົນສູງ, ທັງນໍາເອົາຜົນປະໂຫຍດມາໃຫ້ສອງປະເທດຢ່າງຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະວິຊາການສອງຝ່າຍ ແລະ ຕົວແທນວິສາຫະກິດທີ່ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ, ລົງເລິກໃນບັນຫາຕ່າງໆ, ເຊິ່ງໄດ້ສະແດງໃຫ້ເຫັນວ່າສອງຝ່າຍມີຄວາມຕັ້ງໃຈທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ດ້ານອື່ນໆລະຫວ່າງສອງປະເທດໃຫ້ີມີຄວາມກ້າວໜ້າ, ທັງສຸມໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆໃຫ້ໝົດໄປເທື່ອລະກ້າວ, ໂດຍສອງຝ່າຍໄດ້ຕົກລົງຈະປັບປຸງຄືນບັນດາກົນໄກ, ລະບຽບການເພື່ອໃຫ້ສອດຄ່ອງກັບສະພາບການລົງທຶນໃນເງື່ອນໄຂການເຊື່ອມໂຍງພາກພື້ນ ແລະ ສາກົນ, ພ້ອມທັງສຸມໃສ່ການລົງທຶນເຂົ້າໃນໂຄງການທີ່ນໍາເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນສອງປະເທດ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...