Homeຂ່າວເຫດການກະຊວງພາຍໃນ ຈັດສຳມະນາລະດົມຄວາມເຫັນ ວຽກງານຈົດທະບຽນ-ສະຖິຕິພົນລະເມືອງ

ກະຊວງພາຍໃນ ຈັດສຳມະນາລະດົມຄວາມເຫັນ ວຽກງານຈົດທະບຽນ-ສະຖິຕິພົນລະເມືອງ

Published on

ຂປລ. ກະຊວງ​ພາຍ​ໃນ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວຽກ​ງານ​ການ​ຈົດ​ທະບຽນ ແລະ ​ສະຖິຕິ​ພົນລະ​ເມືອງ ​ເພື່ອ​ພ້ອມ​ກັນ​ຄົ້ນຄວ້າ, ປະກອບ​ຄຳ​ເຫັນ​ຕໍ່​ວຽກ​ງານ​ຄຸ້ມ​ຄອງ​ພົນລະ​ເມືອງ ​ໂດຍ​ສະ​ເພາະ ຕໍ່​ກັບ​ຮ່າງ​​ແຜນ​ຍຸດ​ທະ​ສາດ​ການ​ຈົດ​ທະບຽນ ​ແລະ ສະຖິຕິ​ພົນລະ​ເມືອງ, ການ​ທົບ​ທວນ​ນິຕິ​ກຳ​ທີ່​ກ່ຽວຂ້ອງ ​ເພື່ອ​ຄົ້ນ ຄວ້າ​ປັບປຸງ ຫລື ສ້າງ​ກົດໝາຍ​ໃໝ່​ ແລະ ລະບົບ​ຖານ​ຂໍ້​ມູນ​ຄຸ້ມ​ຄອງ​ພົນລະ​ເມືອງ, ພ້​ອມຮັບ​ຟັງ​ການສະ​  ເໜີບົດ​ຮຽນ​ຂອງຊ່ຽວຊານ​ຕ່າງປະ​ເທດ ກ່ຽວ​ກັບ​ບັນດາ​ບົດ​ຮຽນ, ຂັ້ນຕອນ, ຄວາມ​ເປັນ​ໄປ​ໄດ້ ​ແລະ ລະ ບົບ​ຄຸ້ມ​ຄອງຂໍ້​ມູນ​ພົນລະ​ເມືອງ​ຂອງ​ບາງ​ປະ​ເທດ​.

ທ່ານ ສີ​ພຸ​ກ ວົງ​ພັກດີ ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ກ່າວ​ໃນ​ກອງ​ປະ​ຊຸມຄັ້ງນີ້ວ່າ: ປັດຈຸບັນ ກະຊວງ​ພາຍ​ໃນ ພວມ​ຈັດຕັ້ງປະຕິບັດ​ສາມ​ວຽກ​ງານ​ໃຫຍ່​ ກ່ຽວ​ກັບ​ວຽກ​ການຄຸ້ມ​ຄອງ​ພົນລະ​ເມືອງ​ຄື: ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ການ​ຈົດ​ທະບຽນ ​ແລະ ສະຖິຕິ​ພົນລະ​ເມື​ອງ, ການ​ທົບ​ທວນຄືນ​ການຈັດຕັ້ງປະຕິບັດ​ກົດໝາຍ, ບັນດາ​ນິຕິ​ກຳ​ລຸ່ມ​ກົດໝາຍ​ຈຳນວນ​ໜຶ່ງ ​ເພື່ອ​ປັບປຸງ ​ຫລື​ ສ້າງ​ເປັນ​ກົດໝາຍ​ໃໝ່ຂຶ້ນ​ມາ ​​ແນ່​ໃສ່​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ ​ແລະ ສຸດ​ທ້າຍ ແມ່ນ​ການ​ສ້າງ​ຖານ​ຂໍ້​ມູນ​ຄຸ້ມ​ຄອງ​ພົນລະ​ເມືອງ​ໃຫ້​ມີຄວາມ​ສອດຄ່ອງ ​ແລະ ​​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ​ຢູ່​ພາຍ​ໃນ​ປະ​ເທດ​ ​ແລະ ຢູ່​ພາກ​ພື້ນ​ອາຊີ-​ປາຊີຟິກ ກໍ​ຄືຖະ​ແຫລ​ງການ​ບາງກອກ​ທ້າຍ​ປີ 2014 ທີ່​ໄດ້​ລະບຸ​ວ່າ: ພົນລະ​ເມືອງ​ລາວ​ທຸກ​ຄົນ ​ໂດຍ​ສະ​ເພາະ ເດັກ​ເກີດ​​ໃໝ່ຕ້ອງ​​ໄດ້​ຮັບ​ການ​ຈົດ​ທະບຽນ​ໃຫ້​ໄດ້ 70% ຮອດປີ 2024.

ກອງ​ປະຊຸມສຳ​ມະ​ນາ​ວຽກ​ງານ​ການ​ຈົດ​ທະບຽນ ແລະ ​ສະຖິຕິ​ພົນລະ​ເມືອງ ​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມີນາ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ, ​​​ເຊິ່ງຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ (28/3-1/4/2016) ​​ໂດຍ​ມີ​ ທ່າ​ນ ສີ​ພຸ​ກ ວົງ​ພັກດີ ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ທ່ານນາງ ​ແຊ​ລລີ ​ເບີ​ນນິງ​ແຮມ ຫົວໜ້າ​ຫ້ອງ ການ​ທະນາຄານ​ໂລກ​ປະຈຳ​ລາວ ​ແລະ ຜູ້​ຕາງໜ້າ​ຈາກ​ບັນດາ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຈາກ​ສູນ​ກາງ ​ແລະ ທ້ອງ​ຖິ່ນເຂົ້າຮ່ວມຢ່າງ​ພ້ອມພຽງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...