Homeຂ່າວພາຍ​ໃນລັດຖະບານລາວ ສົ່ງສານໄຫວ້ອາໄລ ຕໍ່ຜູ້ຖືກເຄາະຮ້າຍ ຢູ່ປະເທດແບນຊິກ

ລັດຖະບານລາວ ສົ່ງສານໄຫວ້ອາໄລ ຕໍ່ຜູ້ຖືກເຄາະຮ້າຍ ຢູ່ປະເທດແບນຊິກ

Published on

ວັນທີ 25 ມີນາທີ່ຜ່ານມານີ້, ທີ່ສຳນັກງານຜູ້ຕາງໜ້າ ສະຫະພາບເອີລົບ ປະຈຳລາວ,ໄດ້ຈັດພິທີລົງນາມປຶ້ມໄຫວ້ອາໄລ ຕໍ່ຜູ້ຖືກເຄາະຮ້າຍຈາກການວາງລະເບີດສະຫລະຊີບ ຢູ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ, ໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ລົງນາມ, ໂດຍມີເນື້ອໃນວ່າ: “ພວກຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າໂສກ ກ່ຽວກັບເຫດການສະຫຍອງຂວັນ ທີ່ເກີດຂຶ້ນຈາກການກະທຳທີ່ໂຫດຮ້າຍປ່າເຖື່ອນ ຕໍ່ກັບເຫດການວາງລະ ເບີດ ໂດຍກຸ່ມກໍ່ການຮ້າຍ ຢູ່ສະໜາມບິນສາກົນ Zaventem ແລະ ສະຖານນີລົດໄຟໃຕ້ດິນ Mael beek ທີ່ນະຄອນຫລວງ ບຣຸກແຊນ ປະເທດແບນຊິກ, ໃນວັນທີ 22 ມີນາ2016, ຊຶ່ງເຮັດໃຫ້ມີຜູ້ປະສົບເຄາະຮ້າຍ ແລະ ຖືກບາດເຈັບເປັນຈຳນວນຫລາຍ. ດັ່ງນັ້ນ ໃນນາມລັດຖະບານ ແລະ ປະຊາ ຊົນ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ແບນຊິກ ກໍຄືຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກການກະທຳອັນຮ້າຍແຮງດັ່ງກ່າວ”.

 

ແຫລ່ງຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...