ສຽງຂັບສຽງລຳ ຫຼື ສຽງ ເພງປະສົມສຽງດົນຕີແລະຖ້າມີການຟ້ອນເປັນຈັງຫວະໄປຕາມ ກັນກໍຍິ່ງຈະມີຄວາມມ່ວນຊື່ນຂຶ້ນຕື່ມອີກສຽງຂັບລຳ ສຽງເພງດົນຕີ
ແລະຟ້ອນໄດ້ມີບົດບາດທັງມີອິດ ທິພົນສູງໃນວິຖີຊີວິດຈິດໃຈຂອງ ບຸກຄົນ, ການຈັດຕັ້ງ ແລະສັງຄົມ ລາວເຮົາທົ່ວໄປຈົນບໍ່ສາມາດຂາດ ໄດ້ ຊຶ່ງສິ່ງນັ້ນໄດ້ຫຼໍ່ລ້ຽງຈິດໃຈ ຂອງຄົນໃຫ້ມີເອກະລັກລົດຊາດ ຂອງຊີວິດບັນຍາກາດທີ່ແຕກຕ່າງ ກັນໄປເຮັດໃຫ້ຊີວິດອຸດົມສົມບູນ ແລະຂາດບໍ່ໄດ້ຈົນກາຍເປັນເອກະ ລັກວັດທະນະທຳການຟ້ອນລຳ ວົງລາວໃນການຈັດງານປະເພນີ ບຸນສິນກິນທານງານລ້ຽງສ້າງ ສັນທີ່ມີການຟ້ອນລຳວົງລາວເປັນ ປະຈຳ.
ດັ່ງນັ້ນ ຄໍລຳວັດທະນະທຳບັນ ເທີງໃນມື້ນີ້ຈິ່ງຂໍກ່າວເຖິງວັດທະ ນະທຳການຟ້ອນ “ລຳວົງລາວ” ເພາະການຟ້ອນລຳວົງໄດ້ກາຍ ເປັນປະເພນີທີ່ຄູ່ກັບຊີວິດ ແລະວັດ ທະນະທຳຂອງສັງຄົມລາວມາ ແຕ່ບູຮານຫາກຈະກ່າວເຖິງການ ຟ້ອນນັ້ນຄົງມີມາຕັ້ງແຕ່ດົນນານ ມາພ້ອມກັບການເກີດມີການຂັບ ລຳ ແລະອຸປະກອນເຄື່ອງເສບດົນ ຕີທີ່ມີຂຶ້ນມາການຟ້ອນລຳວົງມີ ມາແຕ່ສະຕະວັດໃດກໍບໍ່ທັນແຈ້ງ ເຫດຜົນກໍເພາະວ່າໃນປະຫວັດ ສາດບໍ່ມີເອກະສານໃດເອີ່ຍເຖິງ. ຟ້ອນລຳວົງແມ່ນຄຳສັບທີ່ໃຊ້ໄປ ຕາມຮູບການ 3 ຢ່າງປະສົມປະ ສານກັນຄື: ຟ້ອນ, ສຽງຂັບລຳ, ສຽງດົນຕີ ແລະຮູບແບບການ ເຄື່ອນຍ້າຍເວລາຟ້ອນນັ້ນເປັນວົງ ດັ່ງນັ້ນເພິ່ນຈິ່ງຮ້ອງວ່າ “ຟ້ອນ ລຳວົງ” ຊຶ່ງບາງຄົນກໍມັກຮ້ອງວ່າ “ລຳວົງ” ເທົ່ານັ້ນ, ການຟ້ອນລຳ ວົງ, ມີມູນເຫດເກີດຈາກການຟ້ອນ ດ້ວຍຄວາມສະໝັກໃຈຂອງຜູ້ໃດ ຜູ້ໜຶ່ງໃນຕອນມີສຽງອອນຊອນ ຈາກສຽງເພງ ແລະດົນຕີ ຈາກນັ້ນ ຈິ່ງມີຜູ້ສະໝັກ ຫຼື ມີສະເໜີຕື່ມເປັນ ຄູ່ຍິງຊາຍໂຍກໄປເປັນວົງ ແຕ່ການ ຟ້ອນລຳວົງເກີດຂຶ້ນຈາກພິທີການ ໃດກ່ອນ ແລະປີ ຄສ ເທົ່າໃດນັ້ນ ຍັງບໍ່ໄດ້ກ່າວລະອຽດແຕ່ມັນໄດ້ ປາກົດຕົວຢູ່ໃນງານບຸນວັດ ໂດຍ ມີສັງຄົມຮັບຮູ້ເລີ່ມແຕ່ຊຸມປີ 1940 ເປັນຕົ້ນມາ ເບື້ອງຕົ້ນຝ່າຍຍິງຈະ ຟ້ອນໄດ້ແຕ່ຜູ້ເປັນສາວໂສດເທົ່າ ນັ້ນ ສຳລັບຄູ່ຟ້ອນຄືຜູ້ຊາຍບໍ່ຈຳ ກັດ ສະຖານະໂສດ ຫຼື ມີເມຍແລ້ວ, ອີກປະມານ 20 ປີຕໍ່ມາບໍ່ໄດ້ຈຳກັດ ວ່າຝ່າຍໃດຈະໂສດ ຫຼື ມີຜົວແລ້ວ ກໍໂຄ້ງເປັນຄູ່ກັນຟ້ອນ, ມາຮອດ ປະຈຸບັນການຟ້ອນລຳວົງມີສະ ພາບປ່ຽນແປງປັບປຸງບາງອັນໄປ ແດ່ ທັງຮູບຊົງການຍ່າງຍ້າຍໂດຍ ອີງຕາມສະຖານທີ່ ແລະຈັງຫວະ ບາງບ່ອນຈິ່ງຟ້ອນບໍ່ເປັນວົງກໍມີ.
ການຟ້ອນລຳວົງເຖິງຈະມີ ການປ່ຽນແປງໄປຕາມສະພາບ ຂອງຍຸກສະໄໝກໍຕາມ ແຕ່ກໍຍັງ ຮັກສາຄວາມສາມັກຄີໄດ້ດີຕະ ຫຼອດມາ ແລະກາຍເປັນປະເພນີ ອັນດີງາມທັງເປັນລາຍການມ່ວນ ຊື່ນໃນງານຕ່າງໆຂອງຄົນລາວ ເຮົາເກືອບວ່າຂາດບໍ່ໄດ້ຈົນກາຍ ເປັນເອກະລັກຂອງຄວາມມ່ວນ ຊື່ນຕາມປະເພນີລຳວົງລາວ.
ແຫລ່ງຂໍ້ມູນຈາກ: