spot_img
Homeຍ້ອງຍໍຄົນດີເດັ່ນລັດສະໝີ ເວດຊະພົງ ນັກທຸລະກິດລາວ ໄດ້ຮັບລາງວັນດີເດັ່ນແມ່ຍິງອາຊຽນ!

ລັດສະໝີ ເວດຊະພົງ ນັກທຸລະກິດລາວ ໄດ້ຮັບລາງວັນດີເດັ່ນແມ່ຍິງອາຊຽນ!

Published on

ທ່ານ​ນາງ ລັດສະໝີ ເວດຊະ​ພົງ ເຈົ້າ​ຂອງ​ຮ້ານ​ອາຫານແຊບ​ອີ່ຫຼີ ໜຶ່ງ​ໃນ 8 ນັກ​ທຸລະກິດ​ຍິງ​ຂອງ​ລາວ​ທີ່​ໄດ້​ຮັບ​ລາງວັນ ຜູ້​ປະກອບ​ການ​ດີເດັ່ນ​ແມ່ຍິງ​ອາຊຽນ ປະຈຳ​ປີ 2016 ທີ່​ຈັດ​ຂຶ້ນຕົ້ນ​ເດືອນ​ມີນາ 2016 ຜ່ານ​ມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ ຖື​ວ່າ​ເປັນ​ອີກ​ລາງວັນ​ໜຶ່ງ ທີ່​ໄດ້​ສ້າງ​ຊື່​ສຽງ​ໃຫ້​ແກ່​ຜູ້​ປະກອບການ ກໍ່​ຄືນັກທຸລະກິດ​ຍິງ​ຂອງລາວ​ເຮົາ​ຕໍ່​ບັນດາ​ປະເທດ​ອາ​ຊຽນ ແລະ ໃນ​ໂລກ.

ທ່ານ​ນາງ ລັດສະໝີ ເວດ​ຊະພົງ ໄດ້​ກ່າວ​ວ່າ: ລາງວັນ​ດັ່ງກ່າວ ເປັນ​ລາງວັນ​ທີ​ສາມ​ແລ້ວ ​ທີ່​ຂ້າພະເຈົ້າ​ໄດ້​ຮັບ​ລາງວັນ​ລະດັບ​ອາຊຽນ ຄື​ປີ 2013 ໄດ້​ຮັບ​ລາງວັນເຄື່ອງໝາຍ​ການ​ຄ້າ​ອາ​ຊຽນ ແລະ ປີ 2014 ໄດ້​ຮັບ​ລາງວັນໜຶ່ງ​ໃນ 100 ນັກທຸລະກິດ​ໜຸ່ມດີເດັ່ນ​ອາ​ຊຽນ ນັບ​ວ່າ​ເປັນຄວາມພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ ກໍ່​ເປັນ​ສິ່ງ​ທ້າ​ທາຍ​ໜຶ່ງ​ທີ່​ຈະ​ຕ້ອງໄດ້​ພະຍາຍາມ​ສູງ​ໃນ​ການ​ຮັກສາ ຜູ້​ປະກອບ​ການ​ດີເດັ່ນ​ໄວ້​ໄປ​ຕະຫຼອດ ແລະ ກ່ອນ​ຈະ​ໄດ້​ລາງວັນນີ້​ ການ​ດຳເນີນ​ທຸລະ​ກິດ​ກໍ່​ບໍ່​ແມ່ນງ່າຍໆ ໃນ​ໄລຍະ​ຜ່ານ​ມາ ນອກຈາກ​ຈະ​ເຮັດ​ທຸລະ​ກິດ​ບໍລິສັດ ລັດສະໝີ​ຕົບແຕ່ງ​ພາຍ​ໃນ ແລະ ບໍ​ລິສັດ ແມ່​ຂອງ​ລາວຂາ​ອອກ-ຂາເຂົ້າ​ແລ້ວ ຕໍ່​ມາ​ປີ 2005 ກໍ່​ໄດ້​ມາເຮັດ​ທຸລະ​ກິດ​ຮ້ານ​ເຂົ້າປຽກ​ປາແຊບ​ອີ່ຫຼີ ທີ່​ຕັ້ງ​ຢູ່​ບ້ານ​ວັດ​ຈັນ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງວຽງ​ຈັນ ດ້ວຍ​ການ​ບໍລິການ​ດີເລີດ ເນັ້ນ​ຄວາມ​ສະອາດ ແລະ ເປັນ​ອາຫານ​ສົ່ງເສີມ​ສຸຂະພາບ ຈຶ່ງ​ເຮັດ​ໃຫ້​ລູກ​ຄ້າ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ບໍລິການເປັນ​ຈຳນວນ​ຫຼວງຫຼາຍ ແລະ ຕໍ່ມາ​ຕອບ​ສະໜອງ​ຕາມ​ຄວາມຕ້ອງການ​ຂອງ​ລູກ​ຄ້າ ຈຶ່ງ​ໄດ້​ຂະຫຍາຍ​ສາຂາ​ອອກ​ໄປ​ຫຼາຍ​ຈຸດ ພາຍ​ໃນ​ເຂດ​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ ເປັນຕົ້ນ ສາຂາບ້ານ​ອາ​ນຸ ໃກ້​ກັບ​ທະນາຄານ​ພົງສະຫວັນ ສາຂາ​ສະໜາມ​ບິນພາຍ​ໃນ​ວັດ​ໄຕ ສາຂາ​ສູນ​ການຄ້າ​ໄອ​ເຕັກ​ມໍ​ຊັ້ນ​ໃຕ້​ດິນ ແລະ ຊັ້ນ 6 ແລະ ສາຂາ​ຊັ້ນ 4 ສູນ​ການຄ້າ​ວຽງ​ຈັນ​ເຊັນ​ເຕີ ແລະ ພາຍໃນ​ປີ 2016 ຍັງ​ມີ​ແຜນ​ຂະຫຍາຍສາຂາ​ໄປ​ຕ່າງ​ແຂວງຄື: ແຂວງຈຳປາ​ສັກ ສະຫວັນ​ນະ​ເຂດ ແລະ ແຂວງ​ຫຼວງ​ພະ​ບາງ ໃນ​ອະ​ນາຄົດ​ຂ້າງ​ໜ້າ ​ຍັງ​ມີ​ແຜນ​ຂະຫຍາຍໄປ​ທຸກ​ແຂວງ ສ່ວນ​ຢູ່​ຕ່າງປະເທດແມ່ນ​ບັນດາ​ປະເທດ​ອາ​ຊຽນ ແລະ ປັດຈຸບັນ ມີ​ແລ້ວ​ຢູ່​ສາຂາພູ​ເກັດ ປະເທດ​ໄທ ເພື່ອ​ໃຫ້​ຊາວຕ່າງປະເທດ​ໄດ້​ຊີມ ແລະ ໄດ້​ບໍ​ລິໂພກ​ອາຫານ​ຂອງ​ລາວ ເພື່ອເປັນ​ການ​ໂຄສະນາ​ປະເທດ​ລາວ ໄປ​ໃນ​ໂຕ​ໃຫ້​ຊາວ​ໂລກ​ໄດ້​ຮູ້ຈັກ​ປະເທດ​ລາວ​ຫຼາຍ​ຂຶ້ນ.

ສຳລັບ​ຮ້ານ​ອາຫານ​ແຊບ​ອີ່ຫຼີ ຈະ​ປະກອບ​ມີ ເຂົ້າປຽກ ເຂົ້າປຸ້ນ ແລະ ເຝີ ສ່ວນ​ເຂົ້າປຽກ​ປາ ຈະ​ມີ​ປາຕອງ ແລະ ປາທະ​ເລ (ປາ​ລໍ​ລີ) ລາຄາ​ນັບ​ແຕ່ 15-18 ພັນ​ກີບ​ຕໍ່​ຖ້ວຍ ແລະ ຮ້ານ​ສາຂາ ແຕ່​ລະ​ແຫ່ງ​ຈະ​ເນັ້ນ​ເປັນ​ຫ້ອງແອ ເພື່ອ​ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ລູກ​ຄ້າ ​ໃນ​ເວລາ​ຮັບປະທານ​ອາຫານ ສຳລັບ​ຮ້ານ​ອາຫານ​ໃຫຍ່ ເປັນຕົ້ນ ຢູ່​ສາຂາ​ສູນການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ຈະ​ມີອາຫານ​ພື້ນ​ບ້ານ​ແບບ​ຄົບ​ວົງຈອນ ນັບ​ແຕ່​ເໜືອ​ເຖິງ​ໃຕ້ ນອກຈາກ​ຈະ​ມີ​ອາຫານ​ປະເພດ​ເສັ້ນແລ້ວ ຍັງ​ມີ​ປີ້ງ​ໄກ່ນາ​ປົ່ງ ລາບ ແກງ​ໜໍ່ໄມ້ ແກງ​ເຫັດ ໝົກ​ຂີ້​ປາ ເອາະຫຼາມ ແລະ ອື່ນໆ​ຫຼາຍ​ຢ່າງ ຄອຍ​ບໍລິການ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ທັງ​ພາຍ​ໃນ ແລະ ຕ່າງປະເທດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...