Homeຂ່າວຕ່າງປະເທດຈີນ​ຈັດ​ກອງປະຊຸມ​ຄວາມ​ຮ່ວມ​ມື​ປະ​ເທດ​ລຸ່ມ​ແມ່ນໍ້າຂອງ

ຈີນ​ຈັດ​ກອງປະຊຸມ​ຄວາມ​ຮ່ວມ​ມື​ປະ​ເທດ​ລຸ່ມ​ແມ່ນໍ້າຂອງ

Published on

ຈີນ​ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄວາມ​ຮ່ວມ​ມື​ປະ​ເທດ​ລຸ່ມ​ແມ່​ນ້ຳຂ​ອງ ​ແລະ ​ແມ່ນ້ຳລ້ານ​ຊ້າງ ຫຼື ແອ​ລ​ເອັມຊີ ຢູ່​ມົນທົນ​ໄຫ​ໜານ​ທາງ​ພາກ​ໃຕ້​ຂອງ​ຈີນ ໂດຍທ່ານ​ ຫຼີ ​ເຄີ້ສຽງ ນາ​ຍົກ​ລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ຫາ​ລືກັບ​ຜູ້ນຳ​ປະ​ເທດ​ລຸ່ມ​ແມ່​ນ້ຳຂ​ອງ 5 ປະ​ເທດ​ໄດ້ແກ່ ສປປ ລາວ, ສສ ຫວຽດນາມ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ ​ໃນ​ຫຼາຍ​ປະ​ເດັນ​ທັງ​ຄວາມ​ຮ່ວມ​ມື​ດ້ານ​ເສດຖະກິດແລະເພີ່​ມລະ​ວີ​ຄວາມ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ.

ການ​ພົບ​ປະ​ຫາລື​ທະວີ​ພາຄີ​ມີ​ຂຶ້ນ​ ຫຼັງ​ກອງ​ປະຊຸມ​ຫາລື​ກັນ​ແບບ​ກຸ່ມ​ເພື່ອ​ຄວາມ​ຮ່ວມ​ມື​ກັນ​ຫຼາຍ​ດ້ານ ຕັ້ງ​ແຕ່​ກາ​ນຈັດການຊັບພະຍາກອນ​ນ້ຳຂອງ, ການ​ຮ່ວມ​ແກ້​ໄຂ​ບັນຫາ​ຄວາມທຸກ​ຍາກ, ສາທາລະນະ​ສຸກ, ລະບົບ​ສາທາລະ​ນູປະ​ໂພ​ກພື້ນຖານ, ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ສ່ວນ​ຕົວ ລວມທັງ​ຄວາມ​ຮ່ວມ​ມື​ກັນ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕະຫຼອດ​ຮອດ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ຂະນະ​ທີ່​ປະ​ເດັນ​ສຳຄັນ​ຄື​ເລື່ອງ​ແຜນການ​ສ້າງ​ເຂື່ອນ​ເທິງ​ແມ່​ນ້ຳຂອງ​ຂອງ​ຈີນ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຂອງ​ປະ​ເທດ​ລຸ່ມ​ນ້ຳຂອງ​ອື່ນໆ ຊຶ່ງ​ທ່ານ​ ຫຼີ ​ເຄີ້ສຽງ ​ລະບຸ​ວ່າ ຈະ​ໃຫ້​ຄວາມ​ສຳຄັນ​ເລື່ອງ​ນີ້ ​ເພາະ​ກະທົບ​ເຖິງ​ບັນຫາ​ນ້ຳ​ຖ້ວມ, ນ້ຳ​ແຫ້ງ​ແລ້ງ ​ແລະ ການ​ປະມົງ​ຂອງ​ກຸ່ມ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ.

ນອກຈາກ​ນັ້ນ ​ນາຍົກລັດຖະມົນຕີຈີນຍັງຮຽກຮ້ອງ​ໃຫ້​ກຸ່ມ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ​ ດ້ານ​ການ​ເມືອງ​ເຊັ່ນ​ດຽວ​ກັນ​ກັບຄວາມ​ຮ່ວມ​ມື​ດ້ານ​ອື່ນໆ ​ໂອກາດ​ນີ້​ຜູ້ນຳ​ຈີນ​ໄດ້​ປະກາດ​ແຜນ​ເງິນ​ກູ້​ມູນ​ຄ່າ 11,5 ຕື້​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ກຸ່ມ​ປະ​ເທດ​ລຸ່ມ​ນ້ຳຂອງ​ທັງ 5 ປະ​ເທດ​ອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...