spot_img
Homeຂ່າວພາຍ​ໃນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລະບຸ ສົກນີ້ເສດຖະກິດລາວ ຈະສືບຕໍ່ຂະຫຍາຍຕົວ 7,9%

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລະບຸ ສົກນີ້ເສດຖະກິດລາວ ຈະສືບຕໍ່ຂະຫຍາຍຕົວ 7,9%

Published on

ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດແຫ່ງ​ຊາດ (​ສຄສ) ກະຊວງ​ແຜນການ ແລະ ການ​ລົງທຶນ ຈັດ​ກອງປະຊຸມ​ເຜີຍແຜ່​ບົດ​ລາຍ​ງານ​ເສດຖະ​ກິດ​ຂອງ ​ສປປ ລາວ ປະຈຳສົກ​ປີ 2014-2015 ແລະ ທ່າອ່ຽງ 2015-2016 ຂຶ້ນ​ໃນ​ວັນ​ທີ 23 ມີນາ 2016 ທີ່​ໂຮງແຮມແລນ​ມາກ ໂດຍ​ເປັນ​ປະທານຂອງ​ທ່ານ ​ດຣ. ບຸນ​ທະວີ ສີ​ສຸພັນທອງ ຮອງ​ລັດຖະມົນຕີ ກະຊວງແຜນການ ແລະ ການ​ລົງທຶນ ທ່ານ ​ດຣ. ລີ​ເບີ ລີ​ບົວ​ປາວ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດ​ຖະກິດ​ແຫ່ງ​ຊາດ ທ່ານ​ຫົວໜ້າ​ກົມ ຮອງ​ກົມ ພະແນກການ​ອ້ອມຂ້າງ​ສູນ​ກາງ ອົງ​ການຈັດຕັ້ງ​ສາກົນ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ອີງ​ຕາມ​ຜົນ​ການ​ຄາດ​ຄະເນຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະ​ກິດ​ແຫ່ງ​ຊາດ ເສດຖະກິດລາວ​ຄາດ​ວ່າ​ຈະ​ເຕີບ​ໂຕປະມານ 7,7% ໃນ​ສົກ​ປີ 2015-2016 ຕົ້ນຕໍ​ແມ່ນ​ຍ້ອນ​ຂະແໜງ​ພະລັງງານ​ໄຟຟ້າ ແລະ ອຸດສາຫະກຳປຸງ​ແຕ່ງ ຄາດ​ວ່າ​ຈະ​ປະກອບສ່ວນ​ຫຼາຍ​ຂຶ້ນ​ຕໍ່​ການ​ເຕີບ​ໂຕ​ໃນສົກ​ປີ 2016-2017 ຄາດ​ວ່າ GDP ຈະ​ເຕີບ​ໂຕ 7,9% ໃນ​ຂະແໜງ​ການ​ບໍລິການ ແລະ ພະລັງງານ​ໄຟຟ້າ ຈະ​ສືບຕໍ່​ຊຸກຍູ້​ເສດຖະ​ກິດ​ຢ່າງ​ແຂງແຮງ ຂະແໜງບໍ່​ແຮ່​ຈະ​ຄ່ອຍ​ປະກອບສ່ວນໜ້ອຍ​ລົງ ສຳລັບ​ເງິນ​ເຟີ້ ຄາດວ່າ​ຈະ​ສືບຕໍ່​ຢູ່​ໃນ​ລະດັບ​ຕ່ຳ ເປັນຕົ້ນ​ແມ່ນ​ຍ້ອນ​ລາຄາ​ນ້ຳມັນ​ຍັງມີ​ທ່າ​ອ່ຽງ​ຫຼຸດ​ລົງ ແລະ ເງິນ​ເຟີ້ຂອງ​ປະເທດ​ຄູ່​ຄ້າ​ຕົ້ນຕໍ​ມີ​ທ່າ​ອ່ຽງຕ່ຳ​ລົງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...