spot_img
Homeຂ່າວທ້ອງຖິ່ນສປປ.ລາວ ເປັນເຈົ້າພາບຈັດກອງປະຊຸມວຽກງານ ເຝົ້າລະວັງພະຍາດຕາມອ່າງແມ່ນໍ້າຂອງ 6 ປະເທດ

ສປປ.ລາວ ເປັນເຈົ້າພາບຈັດກອງປະຊຸມວຽກງານ ເຝົ້າລະວັງພະຍາດຕາມອ່າງແມ່ນໍ້າຂອງ 6 ປະເທດ

Published on

ອີງຕາມບົດບັນທຶກຄວາມເຂົ້າໃຈທີ່ລົງນາມຮ່ວມກັນລະຫວ່າງ ກະຊວງສາທາລະນະສຸກ ຂອງ 6 ປະເທດອ່າງແມ່ນໍ້າຂອງ ປະກອບມີ ລາວ ຫວຽດນາມ ກໍາປູເຈຍ ມຽນມາ ໄທ ແລະ ຈີນ ໃນວັນທີ 15 ພຶດສະພາ 2015 ຜ່ານມາ ທີ່ນະຄອນເໍີແນວ ປະເທດສວິດ ໃນການຮ່ວມມືດ້ານເຝົ້າລະວັງ ແລະ ຕອບໂຕ້ພະຍາດຕິດຕໍ່ທີ່ເກີດຂຶ້ນໃໝ່ຕາມຊາຍແດນຮ່ວມກັນແຕ່ລະປະເທດ ແລະ ໃນປີນີ້ ສປປ.ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ວຽກງານເຝົ້າລະວັງພະຍາດຕາມອ່າງແມ່ນໍ້າຂອງ ທີ່ຈັດຂຶ້ນເມື່ອວັນທີ 23 ແລະ 24 ມີນາ 2016 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສຈ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ.ລາວ ມີຄະນະຜູ້ແທນ ແລະ ເຈົ້າໜ້າທີ່ຂະແໜງສາທາລະນະສຸກ ຂອງ 6 ປະເທດ ເຂດອ່າງແມ່ນໍ້າຂອງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ.ລາວ ໄດ້ກ່າວວ່າ ກອງປະຊຸມຈັດຂຶ້ນໃນຄັ້ງນີ້ ຖືເປັນກອງປະຊຸມທີ່ແທດເໝາະກັບສະພາບການທີ່ພວມມີການລະບາດຂອງຫຼາຍພະຍາດຕິດຕໍ່ຢູ່ປະເທດຕ່າງໆໃນພາກພື້ນ ໂດຍສະເພາະບັນດາປະເທດທີ່ມີຊາຍແດນຮ່ວມກັນ ຍິ່ງເປັນສິ່ງທ້າທາຍໃຫ້ແກ່ວຽກງານສາທາລະນະສຸກ ເຊັ່ນ ພະຍາດໄຂ້ຫວັດສັດປີກ H5N1  H5N6 ແລະ H5N9 ເນື່ອງຈາກວຽກງານເຝົ້າລະວັງຢູ່ຕາມຊາຍແດນແມ່ນຍັງມີຂໍ້ຈໍາກັດຫຼາຍຢ່າງ ເຊິ່ງເປັນສາເຫດໃຫ້ມີການແຜ່ກະຈາຍຂອງພະຍາດໄຂ້ຫວັດສັດປີກຊະນິດຕ່າງໆຈາກປະເທດທີ່ມີການລະບາດໄປຍັງປະເທດໃກ້ຄຽງໄດ້ຢ່າງວ່ອງໄວ ເພື່ອແກ້ໄຂບັນຫາດັ່ງກ່າວ ຈິ່ງມີການເຊັນສັນຍາເພື່ອຈັດຕັ້ງປະຕິບັດໂຄງການເຝົ້າລະວັງພະຍາດຕາມແມ່ນໍ້າຂອງລະຫວ່າງກະຊວງສາທາລະນະສຸກ 6 ປະເທດ ທີ່ຢູ່ອ້ອມຂ້າງແມ່ນໍ້າຂອງ ເຊິ່ງໂຄງການດັ່ງກ່າວກໍໄດ້ປະຕິບັດມາເປັນເວລາ 12 ປີ ໂດຍມີການເຮັດວຽກຮ່ວມກັນລະຫວ່າງປະເທດ ແລະ ພາຍຫຼັງຈັດຕັ້ງປະຕິບັດໂຄງການເຝົ້າລະວັງພະຍາດຕາມແມ່ນໍ້າຂອງ ກໍເຫັນວ່າ ການປະຕິບັດໂຄງການແມ່ນເປັນວຽກງານສໍາຄັນທີ່ສະໜັບສະໜູນໃຫ້ວຽກງານປ້ອງກັນ ແລະ ຄວບຄຸມພະຍາດສາມາດບັນລຸໄດ້ຕາມເປົ້າໝາຍ ມີຄວາມສາມາດແກ້ໄຂບັນຫາວຽກງານສາທາລະນະສຸກຢ່າງມີປະສິດທິພາບ ຈິ່ງຮຽກຮ້ອງໃຫ້ມີການແລກປ່ຽນ ຖອດຖອນບົດຮຽນ ແລະ ປະສົບການຮ່ວມກັນຂອງບັນດາປະເທດທີ່ຢູ່ອ້ອມຂ້າງແມ່ນໍ້າຂອງຢ່າງເປັນປົກກະຕິ ເພື່ອເພີີ່ມຄວາມເຂັ້ມແຂງທາງດ້ານການພັດທະນາຍຸດທະສາດ ນະໂຍບາຍ ແລະ ກໍານົດແຜນງານໃນການຈັດຕັ້ງປະຕິບັດ ເຊິ່ງກອງປະຊຸມໃນເທື່ອນີ້ ກໍຈະກາຍເປັນແຜນງານ ແລະ ຍຸດທະສາດອັນສໍາຄັນໃຫ້ແກ່ວຽກງານປ້ອງກັນ ແລະ ຄວບຄຸມພະຍາດຢູ່ພາຍປະເທດ ແລະ ບັນດາປະເທດໃກ້ຄຽງທີ່ມີຊາຍແດນຮ່ວມກັນ.

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...