spot_img
Homeຊີວິດແລະຄວາມຮັກ"ຂອງຫລິ້ນ" ກັບ "ຂອງຕາຍ" ທ່ານຄິດວ່າ...ສິ່ງໃດ?... ເຈັບກ່ວາກັນ

“ຂອງຫລິ້ນ” ກັບ “ຂອງຕາຍ” ທ່ານຄິດວ່າ…ສິ່ງໃດ?… ເຈັບກ່ວາກັນ

Published on

ຍັງເປັນຫົວຂໍໃຫ້ເປີດໃຈບໍ່ມີວັນຈົບສິ້ນ ແລ້ວທ່ານຄິດວ່າ “ຂອງຫລິ້ນ” ກັບ “ຂອງຕາຍ” ສິ່ງໃດ?… ເຈັບກ່ວາກັນ າມທັກສະນະຄະຕິຂອງຜູ້ຂຽນໄດ້ສັງລວມຄວາມໝາຍຂອງຄຳລະຫວ່າງ “ຂອງຫລິ້ນ” ກັບ “ຂອງຕາຍ” ໂດຍມີເນື້ອໃນດັ່ງນີ້:
ຖ້າປຽບໃສ່ຄວາມຮັກແລ້ວ ບໍ່ມີໃຜດັອກທີ່ຢາກເປັນຂອງຫຼິ້ນ ຫຼື ຂອງຕາຍ ເພາະທັງສອງຢ່າງນີ້ມັນກໍ່ສ້າງຄວາມເຈັບປວດໃນໃຈໄດ້ເຊັ່ນດຽວກັນ ແຕ່ຈະຕ່າງບ່ອນທີ່ວ່າ ຄົນໃດທີ່ເຮັດໃຫ້ຕົນເອງກາຍເປັນຂອງຫຼິ້ນຂອງຄົນອື່ນ ແມ່ນຄົນທີ່ບໍ່ຮູ້ຈັກຮັກສາຄຸນຄ່າຂອງຕົນເອງ ປ່ຽນຄົນຮັກບໍ່ຊ້ຳໜ້າປ່ຽນໄປເລື້ອຍໆ ງ່າຍໆ ຈັ່ງໃດກໍ່ໄດ້ ຈົນຕົວເອງກາຍເປັນຄົນບໍ່ມີຄຸນຄ່າໃນສາຍຕາຂອງຄົນອື່ນ .
ສ່ວນຂອງຕາຍເຖິງຈະມີຄ່າກັບເຂົາຫຼາຍເທົ່າໃດກໍ່ບໍ່ມີຄວາມໝາຍ ເພາະມັນຈະເປັນຄວາມຮັກແບບຄາອົກຄາໃຈ “ຈະຮັກກະບໍ່ຮັກ ຈະຖິ້ມກະບໍ່ຖິ້ມ” ຄວາມຮູ້ສຶກກ້ຳກືນ ກິນບໍ່ໄດ້ຄາຍບໍ່ອອກ ຈະໄປເລີ່ມຕົ້ນຊີວິດກັບຄົນໃໝ່ ກໍ່ຍັງຄາໃຈກັບຄົນເກົ່າຢູ່ ບໍ່ມີການຕັດສິນໃຈທີ່ເດັດຂາດ  ທ່ານຈະຈົມຢູ່ກັບຫ້ວງສະຫວາດທີ່ເຂົາເຄີຍມອບໃຫ້ທ່ານຈົນທ່ານລືມຄວາມເຈັບປວດທີ່ເຂົາມີໃຫ້ທ່ານ ພຽງຄຳເວົ້າຫວານໆຜ່ານຫູທ່ານ ໃຈຂອງທ່ານກໍ່ຈະຍອມໃຫ້ອະໄພຕະຫຼອດ ໃຫ້ອະໄພທຸກເລື່ອງ ຈົນເຂົາໄດ້ໃຈ ແລະ ເຮັດໃຫ້ຕົນເອງກາຍເປັນຂອງຕາຍໃນສາຍຕາຄົນອື່ນ.
ແລ້ວນິຍາມ “ຂອງຫລິ້ນ” ກັບ “ຂອງຕາຍ” ສິ່ງໃດ? ໃນຮູບແບບຂອງທ່ານເປັນແນວໃດ? ສາມາດປະກອບສ່ວນຄວາມຄິດເຫັນນຳກັນໄດ້.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...