spot_img
Homeຂ່າວຕ່າງປະເທດໄອ​ເອັມ​ເອຟຊີ້ ລາຄາ​ນໍ້າມັນ​ຕົກຕໍ່າ ກະທົບຊາດ​ອາຊີ​ກາງ

ໄອ​ເອັມ​ເອຟຊີ້ ລາຄາ​ນໍ້າມັນ​ຕົກຕໍ່າ ກະທົບຊາດ​ອາຊີ​ກາງ

Published on

​​ໄອ​ເອັມ​ເອຟ ​ຊີ້ການ​ເຮັດ​ສົງ­ຄາມ ແລະ ການ​ຫຼຸດ​ລົງ​ຂອງ​ລາ­ຄາ​ນ້ຳ­ມັນ ສົ່ງ​ຜົນ​ກະ­ທົບ​ຕໍ່​ທ່າ​ອຽງ​ການ​ຂະ ຫຍາຍ​ຕົວ​ທາງ​ເສດ­ຖະ­ກິດ​ຂອງ​ພາກ​ພື້ນ​ຕາ­ເວັນ​ອອກ​ກາງ ແລະອາ­ຊີ​ກາງ.

ກອງ​ທຶນ​ການ​ເງິນ​ລະຫວ່າ​ປະ​ເທດ ຫຼື ໄອ​ເອັມ​ເອ​ຟ ລະ­ບຸ​ໃນ​ລາຍ​ງານ​ວ່າ ປະ­ເທດ​ຕະ­ຫຼາດ​ເກີດ​ໃໝ່​ທັງ​ໝົດ​ກຳ­ລັງ​ປະ​ເຊີນ​ກັບ​ທ່າ​ອຽງ​ການ​ຂະ­ຫຍາຍຕົວ​ຫຼຸດ​ລົງ​ໃນ​ໄລ­ຍະ 5 ປີ​ຕໍ່­ໜ້າ ແຕ່​ປະ­ເທດ​ຕາ­ເວັນ​ອອກ​ກາງ ແລະ ອາ­ຊີ​ກາງ​ອາດ​ມີ​ການ​ຂະ­ຫຍາຍ­ຕົວ​ຕ່ຳ​ກວ່າ​ຄ່າ​ສະ­ເລ່ຍ​ຂອງ​ປະ­ເທດ​ໃນ​ຕະ­ຫຼາດ​ເກີດ​ໃໝ່ ແລະ ປະ­ເທດ​ກຳ­ລັງ​ພັດ­ທະ­ນາ​ປະ­ມານ 1,25%.

ຜູ້­ອຳ­ນວຍ­ການ​ປະ­ຈຳ​ພາກ​ພື້ນ​ຕາ­ເວັນ​ອອກ​ກາງ­ຂອງ​ໄອ​ເອັມ​ເອ​ຟ ທ້າວ ມາ​ຊູດ ອາ​ເໝັດ ​ກ່າວ​ວ່າ ປະ­ເທດ​ສ່ວນ​ໃຫຍ່​ໃນ​ຕາ­ເວັນ​ອອກ​ກາງ​ຍັງ​ປະ​ເຊີນກັບ​ຄວາມ​ຂັດ​ແຍ້ງ ເຮັດ​ໃຫ້​ເປັນ​ປັດ­ໃຈ​ຖ່ວງ​ດຶງ​ການ​ຂະ­ຫຍາຍ­ຕົວ​ໃນ​ພາກ​ພື້ນ ຂະ­ນະ​ທີ່​ເຮັດ​ໃຫ້​ເກີດ​ຜູ້​ອົບ​ພະ​ຍົບ​ຈຳ­ນວນ​ຫຼາຍ​ລ້ານ​ຄົນ​ຫຼົບໜີ​ອອກ​ຈາກ​ປະ­ເທດ ຂະ­ນະ​ທີ່​ລາ­ຄາ​ນ້ຳ­ມັນ​ຫຼຸດ​ລົງ​ເປັນ​ເວ­ລາ​ດົນ ສົ່ງ​ຜົນ​ກະ­ທົບ​ຕໍ່​ທ່າ​ອຽງ​ການ​ຂະ­ຫຍາຍ­ຕົວ​ໃນ​ໄລ­ຍະ​ຍາວ​ຂອງ​ປະ­ເທດ​ຜູ້​ສົ່ງ​ອອກ​ນ້ຳ­ມັນ ເຮັດ​ໃຫ້​ມີ​ການ​ປັບ​ຫຼຸດ​ຄ່າ​ໃຊ້​ຈ່າຍ ແລະ ຫຼຸດ​ການ​ຈ້າງ​ວຽກ​ເຮັດ​ໃນ​ພາກ​ລັດ ເຮັດ​ໃຫ້​ເກີດ​ແຮງ​ກົດ​ດັນ​ຕໍ່​ມາດ­ຕະ­ຖານ​ຄ່າ​ຄອງ​ຊີບ ແລະ ທ່າ​ອຽງ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ.

ລາຍງານຂອງໄອເອັມເອ​ຟ​ຍັງແນະ­ນຳໃຫ້ປະເທດດັ່ງ­ກ່າວເພີ່ມປະ­ສິດ­ທິ­ພາບການຜະ­ລິດ ດ້ວຍການເພີ່ມສຶກ​ສາ ແລະ ເພີ່ມທັກສະໃຫ້ແກ່ແຮງງານໄປພ້ອມໆກັບປະ­ຕິຮູບກົດລະ­ບຽບ ແລະ ກົດ­ໝາຍດ້ານພາ­ສີ ລວມ​ທັງຫຼຸດ ບົດ­ບາດຂອງລັດວິສາຫະກິດລົງ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...