Homeຂ່າວພາຍ​ໃນລັດຖະບານ ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ປະທານບໍລິສັດລາວເວີນຯ ຊ່ວຍສ້າງຂົວ 2 ແຫ່ງຢູ່ ນ.ວ!

ລັດຖະບານ ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ປະທານບໍລິສັດລາວເວີນຯ ຊ່ວຍສ້າງຂົວ 2 ແຫ່ງຢູ່ ນ.ວ!

Published on

ລັດຖະບານ ແຫ່ງ ​ສປປ ລາວ ປະດັບ​ຫຼຽນ​ໄຊ​ພັດທະນາ ຊັ້ນ I ໃຫ້​ທ່ານ ສັກ​ໄຊ ວົງ​ມາລາ​ສິດ ປະທານ​ບໍລິສັດ​ ລາວ​ເວີນ ວິ​ສະວະ​ກຳ ແລະ ກໍ່ສ້າງ​ຂົວ​ທາງ ຈຳກັດ ທີ່​ມີ​ຜົນງານ​ຄຸນງາມຄວາມດີ ປະກອບສ່ວນ​ຊ່ວຍເຫຼືອ​ລ້າ​ດ້ານທຶນຮອນ ​ໃນ​ການ​ກໍ່ສ້າງ​ເສັ້ນທາງເບ​ຕົງ​ເສີມ​ເຫຼັກ-ຂົວ​ຂ້າມ​ຮ່ອງແຊງ ແລະ ກໍ່ສ້າງ​ຂົວ​ຂ້າມ​ນ້ຳງື່ມ ບ້ານ​ນາ​ບົງ-ທ່າ​ກົກ​ໄຮ ລວມມູນ​ຄ່າ 147 ຕື້​ກີບ.

ພິທີ​ປະດັບ​ຫຼຽນ​ດັ່ງກ່າວ ​ໄດ້​ຈັດຂຶ້ນ​ວັນ​ທີ 22 ມີນາ 2016 ຢູ່​ຫ້ອງວ່າການ​ປົກຄອງ ນວ ເຊິ່ງ​ຕາງໜ້າ​ໃຫ້​ລັດຖະບານ​ແຫ່ງ ​ສປປ ລາວ ປະດັບ​ໂດຍ​ທ່ານ ​ດຣ. ສິນລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ແລະ ຮັບ​ໂດຍທ່ານ ສັກ​ໄຊ ວົງ​ມາລາ​ສິດ ໂດຍຊ້ອງ​ໜ້າ​ບັນດາ​ຮອງ​ເຈົ້າ​ຄອງ ເຈົ້າເມືອງ ພະແນກການ ຫ້ອງການ ແລະ ແຂກ​ຖືກ​ເຊີນ.

ປັດຈຸບັນ ການ​ກໍ່ສ້າງ 2 ໂຄງການ​ດັ່ງກ່າວແມ່ນ​ມີ​ຄວາມ​ຄືບໜ້າ ແລະ ສຳເລັດ​ໄປ​ບາງ​ໜ້າວຽກ​ແລ້ວ ໃນ​ນີ້ ການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ​ເສີມ​ເຫຼັກ-ຂົວ​ຂ້າມຮ່ອງ​ແຊງ ໄດ້​ສຳເລັດ​ການ​ກໍ່ສ້າງ​ເສັ້ນທາງ​ໂດຍ​ພື້ນຖານ ແລະ ກຳລັງ​ດຳເນີນ​ປັບ​ແບບ​ຂົວ​ຮ່ອງແຊງ ແລະ ຈະ​ສືບຕໍ່​ດຳເນີນການ​ກໍ່ສ້າງ ເຊິ່ງ​ຄາດ​ວ່າ​ຈະ​ໃຫ້ສຳເລັດ ແລະ ນຳ​ໃຊ້​ໃນ​ເດືອນກັນຍາ 2016 ສ່ວນ​ຂົວ​ຂ້າມ​ນ້ຳງື່ມ ບ້ານ​ນາ​ບົງ-ທ່າ​ກົກ​ໄຮ ແມ່ນກຳລັງ​ກະກຽມ​ຖົມ​ດິນ ກຽມ​ກົນຈັກ ແລະ ວັດຖຸ​ອຸປະກອນ​ລົງ​ສະໜາມ ເພື່ອ​ຕອກ​ເສົາ​ເຂັມ ເຊິ່ງ​ມີຄວາມ​ຄືບ​ໜ້າ ປະມານ 10% ຂອງ​ແຜນການ ຈາກ​ນັ້ນ ກໍ່​ຈະສືບຕໍ່​ດຳເນີນ​ການ​ກໍ່ສ້າງ ເຊິ່ງຄາດ​ວ່າ​ຈະ​ສຳເລັດ ແລະ ເປີດນຳ​ໃຊ້​ໃນ​ທ້າຍ​ປີ 2017.

ການ​ຊ່ວຍເຫຼືອ​ຂອງ​ທ່ານ ສັກ​ໄຊ ວົງ​ມາລາ​ສິດ ຖື​ວ່າ​ເປັນການ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າໃນ​ການ​ສ້າງສາ ແລະ ພັດທະນາປະເທດ​ຊາດ ດັ່ງນັ້ນ ທ່ານ​ປະທານ​ປະເທດ​ແຫ່ງ ສປປ ລາວ ຈຶ່ງ​ໄດ້​ອອກດຳລັດວ່າ​ດ້ວຍ​ການປະດັບ​ຫຼຽນ​ໄຊ​ພັດທະນາ ຊັ້ນ I ເປັນ​ການ​ຍ້ອງຍໍ​ສັນລະເສີນ​ຕໍ່ການ​ປະກອບສ່ວນ​ດັ່ງກ່າວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...