spot_img
Homeຂ່າວທ້ອງຖິ່ນຂໍເຊີນທ່ານຮ່ວມງານແຟຊັນການກຸສົນ ໃນຫົວຂໍ້ "ຄວາມງົດງາມໃນຄວາມບໍ່ສົມບູນແບບ"

ຂໍເຊີນທ່ານຮ່ວມງານແຟຊັນການກຸສົນ ໃນຫົວຂໍ້ “ຄວາມງົດງາມໃນຄວາມບໍ່ສົມບູນແບບ”

Published on

ງານແຟຊັນການກຸສົນ ໃນຫົວຂໍ້ “ຄວາມງົດງາມໃນຄວາມບໍ່ສົມບູນແບບ” ເພື່ອລະດົມທຶນຊ່ວຍເຫຼືອ ສູນພັດທະນາແມ່ຍິງພິການລາວ ທີ່ໂຮງແຮມແລນມາກ ຊັ້ນ 2..ທ່ານສາມາດຮັບບັດເຂົ້າງານໂດຍການອຸດໜູນຜລິດຕະພັນສີມືຂອງເອອື້ຍນ້ອງແມ່ຍິງພິການ ຫຼື ສັ່ງຈອງຊຸດຍິງ-ຊາຍຈາກ ນັກອອກແບບທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 400,000ກີບຂຶ້ນໄປ ຕັ້ງແຕ່ມື້ນີ້ ຫາ ວັນທີ 31 ມີນາ 2016.

ງານດັ່ງກ່າວຍັງໄດ້ຮັບກຽດຈາກນາງສາວລາວ 2011 (ລູກນ້ຳ ທິດາລັດ) ນາງສາວລາວ 2012 (ຄຮິດສຕິນາ) ແລະ ສິນລະປິນຊື່ດັງເຊັ່ນ: ກິມມີ້ ແທັມໂປກາຍ, ຕ້າ ເອແພັກ, ຕຸ່ນ ດີວາ, ວິນລີ່ ວິໄລວັນ, ລັກກີ້ ບຸບຜາ, ອາລີນາ, ແຊນດີ້, ບີລານ ຮ່ວມຍ່າງແບບກັບບັນດາແມ່ຍິງພິການລາວ

ຊ່ວຍກັນສະໜັບສະໜູນ ເອື້ອຍນ້ອງແມ່ຍິງພິການລາວເຮົາ ໄປພ້ອມໆກັນກັບໂຮງແຮມແລນມາກຂອງພວກເຮົາ, ເພື່ອເປັນຂວັນກຳລັງໃຈໃຫ້ພວກເຂົາໄດ້ຕໍ່ສູ້ ແລະ ສ້າງລາຍຮັບໄດ້ດ້ວຍຕົນເອງ
————————————————————————
Charity Fashion Show “The Beauty of Imperfection” is a fundraiser event to raise money to help the Lao Disabled Women’s Development Center. Your spent above 400,000kip on our LDWDC’s products or pre-order dresses/suit from our featured designers at the Exhibition (Landmark) to get the VIP invitation card to our event on 31st March 2016d

In this event, we have an honor os Miss Laos 2011 (Louknam Thidalat), Miss Laos 2012 (Christina) and more famous singers featuring with our LDWDC sisters on the catwalk too!

Please join us at this fundraiser event to show your spirit to our LDWDC sister!

ແຫລ່ງຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...