spot_img
Homeຂ່າວການພັດທະນາເຂດ​ພັດ­ທະ­ນາ ​ກວມ​ລວມ​ໄຊ​ເຊດ​ຖາ ອີກ​ຈຸດ​ດຶງ​ດູດ​ນັກ​ລົງ­ທຶນ ເຂົ້າ​ສູ່​ນະ­ຄອນ­ຫຼວງ ດຽວ­ນີ້​ມີ 20 ກວ່າ​ບໍ­ລິ­ສັດຈົດ​ທະ­ບຽນ

ເຂດ​ພັດ­ທະ­ນາ ​ກວມ​ລວມ​ໄຊ​ເຊດ​ຖາ ອີກ​ຈຸດ​ດຶງ​ດູດ​ນັກ​ລົງ­ທຶນ ເຂົ້າ​ສູ່​ນະ­ຄອນ­ຫຼວງ ດຽວ­ນີ້​ມີ 20 ກວ່າ​ບໍ­ລິ­ສັດຈົດ​ທະ­ບຽນ

Published on

   ເຂດ​ພັດ­ທະ­ນາ​ກວມ​ລວມ​ໄຊ​ເຊດ​ຖານັບ ແຕ່​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ໃນ​ລະ­ຫວ່າງ​ທ້າຍ​ປີ 2010 ເປັນ­ຕົ້ນ​ມາ ກໍ​ໄດ້​ເດີນ​ໜ້າ​ພັດ­ທະ­ນາ​ໄປຢ່າງ​ຕໍ່​ເນື່ອງສະ­ເພາະ​ໄລ­ຍະ​ທຳ​ອິດ​ຈາກ​ແຜນໂຄງ­ການ​ທັງ​ໝົດ 3 ໄລ­ຍະ​ແມ່ນ​ໄດ້​ສຸມ​ໃສ່​ການກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ໃນ​ເນື້ອ­ທີ່ 400 ກວ່າເຮັກ­ຕາໃນ​ນັ້ນ ແມ່ນ​ໄດ້​ສຳ­ເລັດ​ໄປ​ແລ້ວ​ວຽກ​ຈຳ ນວນ​ໜຶ່ງຂະ­ນະ​ທີ່​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ​ຕ່າງໆຈາກ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ກໍ​ທະ­ຍອຍ​ເຂົ້າຈົດ​ທະ­ບຽນຮອດ​ເວ­ລາ​ນີ້​ມີ​ທັງ​ໝົດ 23 ບໍ­ລິ­ສັດ ແລະ​ໄດ້​ລົງ­ທຶນ​ກໍ່­ສ້າງເພື່ອ​ດຳ­ເນີນ​ກິດ­ຈະ­ການແລ້ວ 19 ບໍ­ລິ­ສັດ ໃນ​ຂະ­ແໜງ­ການ​ຜະ­ລິດ, ກະ ສິ​ກຳ, ກໍ່­ສ້າງ, ພະ­ລັງ­ງານ ແລະ​ການ​ປຸງ​ແຕ່ງ.

   ວັນ​ທີ 22 ມີ­ນາ 2016 ທ່ານ ຈ່ຽງ ຊ້ຽງ​ເສິນລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ​ຄ້າ​ພ້ອມຄະ­ນະ​ໄດ້​ເດີນ­ທາງ​ມາ​ຢ້ຽມ­ຢາມ​ເຂດ​ພັດ­ທະ­ນາກວມ​ລວມ​ໄຊ​ເຊດ​ຖານະ­ຄອນ­ຫຼວງ​ວຽງ​ຈັນໂດຍ​ການ​ຕ້ອນ­ຮັບຂອງ​ທ່ານ ນາງ ບົວ​ທາ ຂັດ​ທິ​ຍະ ລັດ​ຖະມົນ­ຕີ​ຊ່ວຍ​ວ່າ­ການ, ຮອງ​ປະ­ທານ​ຫົວໜ້າ​ກອງ​ເລ­ຂາ​ຄະ­ນະ​ກຳ­ມະ­ການ​ແຫ່ງຊາດ​ລາວ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດພິ­ເສດ ແລະ​ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຄຂພສ) ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ເຂດ ແລະ​ບໍ­ລິ­ສັດ​ຮ່ວມ​ທຶນ​ລາວ-ຈີນຈຳ­ກັດທີ່​ເປັນ​ຜູ້​ພັດ­ທະ­ນາ.

ໃນ​ໂອ­ກາດ​ນີ້ ທ່ານ ຫຼິວ​ຫູ້ ຜູ້​ອຳ­ນວຍການ​ບໍ­ລິ­ສັດ​ຮ່ວມ​ທຶນ​ລາວ-ຈີນຈຳ­ກັດໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ເຂດ​ພັດທະ​ນາ​ກວມ​ລວມ​ໄຊ​ເຊດ​ຖາຊຶ່ງ​ແມ່ນເຂດ​ພັດ­ທະ­ນາ​ຮ່ວມ​ກັນ​ລະ­ຫວ່າງ​ລັດ​ ຖະບານສປປລາວ ແລະສປຈີນນັບ​ແຕ່ເລີ່ມ​ສ້າງ­ຕັ້ງ​ໂຄງ­ການ​ແຕ່​ເດືອນ​ພະ­ຈິກ 2010 ເປັນ­ຕົ້ນ​ມາ ລັດ­ຖະ­ບານ​ທັງ​ສອງປະ­ເທດ​ໄດ້​ເອົາ­ໃຈ­ໃສ່​ຢ່າງ​ສະ­ໜິດ​ແໜ້ນຕໍ່​ການ​ພັດ­ທະ­ນາ​ເຂດ​ດັ່ງ­ກ່າວໂດຍ​ແມ່ນ ບໍ­ລິ­ສັດ ຮ່ວມ​ທຶນ​ລາວ-ຈີນຈຳ­ກັດຊຶ່ງແມ່ນ​ບໍ­ລິ­ສັດ​ຮ່ວມ​ທຸ­ລະ​ກິດລະ­ຫວ່າງບໍ­ລິ­ສັດລົງ­ທຶນ​ຈາກ​ຕ່າງ­ປະ­ເທດ​ແຂວງຢຸນ​ນານຈຳ­ກັດແລະ​ລັດ­ຖະ­ບານ ສປປ ລາວ​ຕາງ­ໜ້າໂດຍ​ນະ­ຄອນ­ຫຼວງ​ວຽງຈັນ ເປັນ​ຜູ້​ພັດ­ທະ­ນາ​ໃນ​ເນື້ອ­ທີ່ 1.149 ເຮັກ­ຕາ ຕັ້ງ​ຢູ່​ຂອບ​ເຂດ​ເມືອງ​ໄຊ​ເຊດ​ຖາ ແລະ​ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງຈັນ ມີ​ຈຸດ­ປະ­ສົງເພື່ອ​ພັດ­ທະ­ນາ​ໃຫ້​ເປັນເຂດ​ການ​ຜະ­ລິດ​ທີ່​ປະ­ກອບ​ມີ​ອຸດ​ສາ​ຫະກຳ​ປຸງ​ແຕ່ງ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ແລະ ອຸດ­ສາ­ຫະ­ກຳ​ເບົາເພື່ອ​ການ​ສົ່ງ​ອອກ, ການ​ສ້າງ​ອາ­ຄານ​ທີ່​ພັກ​ອາ­ໄສ​ແບບ​ສີ​ວິໄລ, ເຂດ​ຂຽວ, ບ່ອນ​ພັກ­ຜ່ອນ, ທ່ອງທ່ຽວ, ສູນ​ກາງ​ການ​ຂົນ­ສົ່ງ ແລະ​ອື່ນໆ.

ໂດຍ​ການ​ພັດ­ທະ­ນາ​ໄດ້​ຈັດ​ແບ່ງ​ໂຄງການ​ອອກ​ເປັນ 3 ໄລ­ຍະ ຊຶ່ງ​ໄລ­ຍະ​ທຳອິດ​ແມ່ນ​ສຸມ​ໃສ່​ພັດ­ທະ­ນາ​ພື້ນ­ຖານ​ໂຄງລ່າງ​ໃນ​ເນື້ອ­ທີ່​ຈຳ­ນວນ 400 ກວ່າ​ເຮັກຕາ ແລະ​ໄດ້​ສຳ­ເລັດ​ການ​ກໍ່­ສ້າງ​ພື້ນ­ຖານໂຄງ​ລ່າງ​ແລ້ວ​ຈຳ­ນວນ​ໜຶ່ງ​ເປັນ­ຕົ້ນ​ແມ່ນຖະ­ໜົນ​ຫົນ­ທາງ​ອ້ອມ​ຮອບ, ປະ­ຕູ​ເຂົ້າ​ເຂດ, ລະ­ບົບ​ໄຟ­ຟ້າ, ນ້ຳ​ປະ­ປາ, ຕຶກ​ສຳ­ນັກງານ, ຫ້ອງ​ວາງ­ສະ­ແດງ​ຂອງ​ໂຄງ­ການຊຶ່ງ​ເປັນ​ມູນ​ຄ່າ​ການ​ລົງ­ທຶນ 20 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດ ແລະ​ສາ­ມາດ​ດຶງດູດ​ເອົາ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ​ຕ່າງໆ​ຈາກພາຍ​ໃນ ແລະ​ຕ່າງ­ປະ­ເທດເຂົ້າ​ມາ​ຈົດທະ­ບຽນ​ທັງ​ໝົດ 23 ບໍ­ລິ­ສັດ ແລະ​ໄດ້​ລົງທຶນ​ເຂົ້າ​ໃນ​ການ​ກໍ່­ສ້າງເພື່ອ​ດຳ­ເນີນ​ກິດຈະ​ການ​ຂອງ​ຕົນ​ແລ້ວ 19 ບໍ­ລິ­ສັດ ໂດຍມີ​ມູນ​ຄ່າ​ການ​ລົງ­ທຶນ​ຕາມ​ສັນ­ຍາ 300 ລ້ານ​ໂດ​ລາ​ສະ­ຫະ­ລັດໃນ​ຂະ­ແໜງ­ການຜະ­ລິດ, ກະ­ສິ­ກຳ, ການ​ກໍ່­ສ້າງ, ພະ­ລັງງານ, ຂົນ­ສົ່ງ ແລະ​ປຸງ​ແຕ່ງ.

ຊຶ່ງ​ການ​ພັດ­ທະ­ນາ​ເຂດ​ກວມ​ລວມ​ໄຊເຊດ​ຖາແມ່ນ​ເປັນ​ໄປ​ຕາມ​ແຜນ​ແມ່​ບົດການ​ພັດ­ທະ­ນາ​ຂອງ​ເຂດ​ທີ່​ລັດ­ຖະ­ບານ ສປປ ລາວ ໄດ້​ຮັບ­ຮອງ​ເອົາ​ໃນ​ເດືອນ​ກໍລະ​ກົດ 2013 ແລະ​ບົດ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ­ແວ­ດລ້ອມ ແລະ​ສັງ­ຄົມທີ່​ກະຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງແວດ​ລ້ອມ​ໄດ້​ອອກ​ໃບ­ຢັ້ງ­ຢືນ​ໃຫ້​ແກ່​ເຂດພັດ­ທະ­ນາ​ກວມ​ລວມ​ໄຊ​ເຊດ​ຖາສະ­ບັບ ເລກ​ທີ 7560/ກຊສ, ລົງ​ວັນ​ທີ 22 ພະຈິກ 2013 ນອກ­ຈາກ​ນີ້ ເພື່ອ​ຮັບ­ປະ­ກັນໄດ້​ເຖິງ​ມາດ­ຕະ­ຖານ​ສິ່ງ­ແວ­ດລ້ອມ​ນັ້ນ ແລະ​ບັນ­ດາ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ​ທີ່​ເປັນການ​ລົງ­ທຶນ​ຂະ­ໜາດ​ໃຫຍ່​ກໍ​ໄດ້​ມີ​ການເຮັດ​ບົດ​ປະ​ເມີນ​ຜົນ​ກະ­ທົບ​ຕໍ່​ສິ່ງ​ແວດລ້ອມ​ອີກ​ເຊັ່ນ​ກັນ.

ສຳ­ລັບ​ການ​ເດີນ­ທາງ​ມາ​ຢ້ຽມ­ຢາມເຂດ​ພັດ­ທະ­ນາ​ກວມ​ລວມ​ໄຊ​ເຊດ​ຖາຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະຊວງ​ການ​ຄ້າ​ໃນ​ຄັ້ງ​ນີ້ ນອກ­ຈາກ​ຈະ​ໄດ້ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ລວມ​ຂອງການ​ພັດ­ທະ­ນາ​ເຂດ​ແລ້ວ ຄະ­ນະ​ຜູ້​ແທນຍັງ​ໄດ້​ລົງ​ຢ້ຽມ​ຊົມ​ໂຮງ­ງານ​ຈຳ­ນວນໜຶ່ງ​ເຊັ່ນ: ບໍ­ລິ­ສັດຄວາມ​ຫວັງ​ໃໝ່ຈຳກັດທີ່​ເປັນ​ໂຮງ­ງານ​ຜະ­ລິດ​ຫົວ­ອາ­ຫານສັດ, ບໍ­ລິ­ສັດອຸດ­ສາ­ຫະ­ກຳ​ເປຣ​ໂຕ​ເຄ​ມີລາວ-ຈີນຕົ່ງ​ແຢນທີ່​ສ້າງ​ໂຮງ­ງານ​ກັ່ນນ້ຳ­ມັນ​ເຊື້ອ​ໄຟແລະ​ໂຮງ­ງານ​ອື່ນໆ.

ເຂດ​ພັດ­ທະ­ນາກວມ​ລວມ​ໄຊ​ເຊດ​ຖາຖື​ເປັນ​ເຂດ​ໜຶ່ງ​ໃນ​ຈຳ­ນວນ 13 ເຂດ ທີ່ຖືກ​ສ້າງ­ຕັ້ງ​ຂຶ້ນ​ຢູ່ ສປປ ລາວ ພາຍ​ໃຕ້​ນະໂຍ​ບາຍ​ການ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ພິເສດ ແລະ​ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ຢູ່ ສປປ ລາວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...