spot_img
Homeຂ່າວຕ່າງປະເທດຜູ້ນຳສະຫະລັດຯ-ກູບາ ຖະແຫລງຍົກເລີກ ຫ້າມການຄ້າຂາຍ ລະຫວ່າງສອງປະເທດ!

ຜູ້ນຳສະຫະລັດຯ-ກູບາ ຖະແຫລງຍົກເລີກ ຫ້າມການຄ້າຂາຍ ລະຫວ່າງສອງປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ມີນານີ້ວ່າ ມື້ວານນີ້ (21 ມີນາ) ທ່ານ ຣາອູນ ກາສໂຕຣ ປະທານປະເທດກູບາ ແລະ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ຖະແຫລງການຮ່ວມກັນ ໃນໂອກາດທີ່ຜູ້ນຳສະຫະລັດອາເມຣິກາ ຢ້ຽມຢາມສາທາລະນະລັດກູບາ ຢ່າງເປັນທາງການ ທີ່ນະຄອນຫລວງລາຮາວານ ໂດຍທັງສອງຝ່າຍໄດ້ເຫັນດີຮ່ວມກັນ ໃນການຍົກເລີກມາດຕະການ ຫ້າມການຄ້າຂາຍລະຫວ່າງສອງປະເທດຢ່າງສິ້ນເຊີງ.

ທັງນີ້ ເນື່ອງຈາກລັດຖະບານສະຫະລັດອາເມຣິກາ ໄດ້ດຳເນີນມາດຕະການຂວ້ຳບາດເສດຖະກິດ ຕໍ່ປະເທດກູບາ ເປັນເວລາ 50 ປີຜ່ານມາ ຊຶ່ງທ່ານ ບາຣັກ ໂອບາມາ ໄດ້ກ່າວວ່າ ” ສິ່ງທີ່ເຮົາເຮັດມາຕະຫລອດ 50 ປີ ບໍ່ມີຕໍ່ຜົນປະໂຫຍດຂອງເຮົາ ຫລື ຂອງປະຊາຊົນກູບາ “

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...