spot_img
Homeວັນນະກຳລະຫວ່າງ...ຄວາມດີ ກັບ ຄວາມຮັກ! ທ່ານຈະເລືອກສິ່ງໃດ???

ລະຫວ່າງ…ຄວາມດີ ກັບ ຄວາມຮັກ! ທ່ານຈະເລືອກສິ່ງໃດ???

Published on

ເລື່ອງຂອງຄວາມຮັກມັກເປັນເລື່ອງທີ່ເດົາໃຈຍາກ ຫາຈຸດສິ້ນສຸດລຳບາກ ຕັດສິນໄດ້ຍາກຫຼາຍ
ຂ້ອຍມີຕົວຢ່າງ 3 ຄົນທີ່ຮັກກັບແບບພົວພັນທັງຄວາມດີ ແລະ ຄວາມຮັກ ມາໃຫ້ທ່ານຊ່ວຍວິເຄາະ ໃຜໂຊກດີ ຫຼື ໃຜໂຊກຮ້າຍ!

ຝ່າຍຍິງເປັນຄົນງາມ ມີການສຶກສາ ການງານດີ ມັກທ່ຽວ ແລະ ຮັກອິດສະຫຼະ
ນາງມີແຟນຄົນທຳອິດເປັນໜຸ່ມໜ້າຕາປານກາງ ດຸໝັ່ນ ມີອານາຄົດ ແລະ ຮັກນາງຫຼາຍ ຮຽກໄດ້ວ່າເທໃຈໃຫ້ເຕັມຮ້ອຍ ຢາກແຕ່ງງານກັບນາງ ໃຫ້ກຽດ ແລະ ບໍ່ເຄີຍນອກໃຈເລີຍ.
ເມື່ອເປັນແຟນກັນມາໄດ້ 2 ປີ ຝ່າຍຍິງໄປພົບຜູ້ຊາຍອີກຄົນ ເຊິ່ງກໍ່ເປັນເພື່ອນກັບຜູ້ຊາຍຄົນທຳອິດຂອງນາງ
ຜູ້ຊາຍຄົນທີ 2 ນີ້ ເປັນຄົນລວຍ, ຮັກອິດສະຫຼະ, ເປັນນັກທ່ຽວ, ຮັກສະໜຸກ ທັງຄູ່ເຂົ້າກັນໄດ້ດີ ເບິ່ງແລ້ວເໝືອນຈະຮັກກັນຫຼາຍ.

ຝ່າຍຍິງໄດ້ປ່ຽນໃຈມາຮັກຜູ້ຊາຍຄົນທີສອງໂດຍທີ່ນາງໄດ້ຍອມຮັບກັບຊາຍຄົນທຳອິດວ່າ ນາງຮັກຜູ້ຊາຍຄົນທີສອງ. ສ່ວນຜູ້ຊາຍຄົນທຳອິດນັ້ນ ນາງບອກວ່າເຂົາເປັນຄົນດີທີ່ສຸດ ນາງເຄີຍຮັດ ແຕ່ບໍ່ແມ່ນຕອນນີ້!      

ທັງສາມຄົນແມ່ນຮູ້ຈັກກັນໝົດ! ຄົນທີ່ຕັດສິນໃຈຈະເລືອກກໍ່ຄື ຝ່າຍຍິງ.    
ນາງຂໍເວລາກັບຜູ້ຊາຍຄົນທຳອິດປະມານ 3 ເດືອນ ຂໍໃຊ້ຊີວິດຢູ່ກັບຜູ້ຊາຍຄົນທີ່ນາງຮັກ (ແຕ່ບໍ່ແນ່ໃຈວ່າອານາຄົດຈະເປັນແນວໃດ) ແລ້ວຈະກັບມາຫາຜູ້ຊາຍຄົນທຳອິດຂອງນາງ.

ພໍຄົບເວລາສາມເດືອນ ນາງກໍ່ກັບມາບອກຜູ້ຊາຍຄົນທຳອິດວ່າ “ນາງຮັກກັບຜູ້ຊາຍຄົນທີ່ສອງ ແຕ່ນາງຄິດວ່າຄົງໄປກັນບໍ່ໄດ້ດ້ວຍດີ ຄົງບໍ່ມີອານາຄົດທີ່ດີກັບຜູ້ຊາຍຄົນນັ້ນ ນາງຈະບອກເລີກກັບເຂົາ” ແລະ ກັບມາຫາຜູ້ຊາຍຄົນທຳອິດ ທີ່ນາງບອກວ່າເຂົາເປັນຄົນດີທີ່ສຸດໃນຊີວິດ.
ຜູ້ຊາຍຄົນທຳອິດທຳໃຈບໍ່ໄດ້ ລະແວງວ່ານາງບໍ່ຮັກເຂົາຄືເກົ່າ ຖ້າຄົບໄປນາງອາດຈະກັບຄືນໄປຫາຜູ້ຊາຍຄົນທີ່ສອງທີ່ນາງຮັກອີກ
ສ່ວນຜູ້ຊາຍຄົນທີສອງກໍ່ບອກວ່າ ຮັກຜູ້ຍິງ ແຕ່ບໍ່ແນ່ໃຈວ່າຈະແຕ່ງງານນຳຫຼືບໍ່ ເພາະຍັງຢາກເປັນໂສດຕໍ່ໄປ.

ຖ້າທ່ານຕ້ອງການຊ່ວຍຕັດສິນໃຈໃນກໍລະນີນີ້ທ່ານຈະເຮັດແນວໃດ?
ມະນຸດທີ່ຈະເປັນຄູ່ຄອງກັນນັ້ນຕ້ອງມີທັງຄວາມຮັກ ແລະ ຄວາມດີ ຖ້າໄປຮັກຄົນທີ່ບໍ່ມີຄວາມດີກໍ່ໄປບໍ່ລອດ ແລະ ຖ້າຢູ່ກັບຄົນດີໂດຍບໍ່ຮັກ ກໍ່ຈະທໍລະມານເມື່ອຕົນເອງມີຄົນຮັກຢູ່ ຄວາມຮັກ ທົດແທນຄວາມດີບໍ່ໄດ້ ແຕ່ຄວາມດີທົດແທນຄວາມຮັກໄດ້ ໂດຍສະເພາະຖ້າຍັງບໍ່ມີຄົນຮັກມາກ່ອນ.

ຄົນທີ່ຈະເບິ່ງເຫັນຄວາມດີ ແລະ ຢາກຢູ່ກັບຄວາມດີ ຕ້ອງເປັນຄົນທີ່ຢາກມີຊີວິດສະຫງົບ ແລະ ໝັ້ນຄົງ ແຕ່ຖ້າຢາກສະໜຸກ ຫວືຫວາ ຕື່ນເຕັ້ນ ຄົງຈະເລືອກທາງຄວາມຮັກຫຼາຍກ່ວາ ແລະ ພ້ອມໄປຕາຍເອົາດາບໜ້າ.

ເຫັນໃຈຜູ້ຊາຍຄົນທຳອິດ ແລະ ເຫັນໃຈຜູ້ຍິງທີ່ເວົ້າຕົງກັບໃຈຈົນຜູ້ຊາຍຮັບບໍ່ໄດ້…ເຮີ້ຍ!!!

ພາສາຂອງຄວາມດີມັນບໍ່ຫວານວາບຫວິວເທົ່າກັບພາສາຂອງຄວາມຮັກດອກ ມາລອງຟັງພາສາຄວາມຮັກມ່ວນໆ ຈັກປະໂຫຍກໜຶ່ງ “ຂ້ອຍ ຮັກ ເຈົ້າ ເພາະເຈົ້າງາມສະເໝີ ສຳລັບຂ້ອຍ”. ແຕ່ຖ້າຟັງປະໂຫຍກຄຳເວົ້າກ່ຽວກັບຄວາມດີ ຍົກຕົວຢ່າງຄຳນີ້ “ຄວາມດີ ສະຫງ່າງາມສະເໝີ” ເຊິ່ງຄົງຈະຊ່ວຍໃຫ້ຄົນທີ່ເປັນຄົນດີ ບັນເທົາຄວາມເຈັບປວດໜ້ອຍລົງໃນເລື່ອງຄວາມຮັກທີ່ມັກບໍ່ຄ່ອຍສົມຫວັງເລີຍ.

ເມື່ອອ່ານຈົບແລ້ວທ່ານລອງຄິດທົບທວນວ່າ ສຳລັບຕົວທ່ານເອງເດ ລະຫວ່າງ…ຄວາມດີ ກັບຄວາມຮັກ ທ່ານຈະເລືອກສິ່ງໃດ???

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...