spot_img
HomeBaby-ແມ່ແລະເດັກວິທີດູແລ "ຊ່ອງຄອດ" ຫຼັງເກີດລູກໃໝ່

ວິທີດູແລ “ຊ່ອງຄອດ” ຫຼັງເກີດລູກໃໝ່

Published on

ຄວາມກັງວົນໜຶ່ງສຳລັບແມ່ຍິງທີ່ເລືອກວິທີເກີດລູກແບບທຳມະຊາດ (ເກີດເອງບໍ່ໄດ້ຜ່າອອກ) ຄົງໜີບໍ່ພົ້ນເລື່ອງ “ຊ່ອງຄອດ” ທີ່ນອກຈາກຈະຢ້ານແລ້ວ ຍັງບໍ່ກ້າເອີ່ຍປາກຖາມໃຜອີກດ້ວຍ ແນ່ນອນວ່າຫຼັງເກີດລູກໃໝ່ ບໍ່ລິເວນຈຸດລັບຍ່ອມມີຄວາມປ່ຽນແປງຢ່າງຫຼີກລ່ຽງບໍ່ໄດ້ ແຕ່ຄວາມເຈັບປວດຈະດົນປານໃດນັ້ນ ຕ້ອງໃຊເວລາຮັກສາດົນປານໃດ ບັນຫາເລົ່ານີ້ ລາວໂພສຕ໌ມີຄຳຕອບມາໃຫ້.

Image1

ເລື່ອງບາດແຜ

ຫຼັງເກີດລູກທ່ານອາດຈະຮູ້ສຶກເຈັບປວດໄດ້ທັນທີຫຼັງຢາມືນໝົດ ເຖິງແມ່ນວ່າຈະບໍ່ມີການຜ່າການຫຍິບກໍ່ຕາມທ່ານອາດຮູ້ສຶກເຈັບພາຍໃນ 3-5 ອາທິດຫຼັງເກີດລູກ ແລະ ອາດເຈັບຂຶ້ນເມື່ອໄອ ຫຼື ຈາມ ລວມທັງ 2-3ວັນທຳອິດທ່ານຈະຮູ້ສຶກເຈັບເມື່ອເວລາລຸກ, ນັ່ງ ແຕ່ອາການຈະຄ່ອຍໆດີຂຶ້ນໃນກໍລະນີທີ່ຕ້ອງມີການຫຍິບ ຫຼື ມີການສີກຂາດ ທ່ານຈະຮູ້ສຶກປວດແສບ ເນື່ອງມາຈາກການຫຍິບບາດແຜ ເຊິ່ງບາດແຜຈະຄ່ອຍດີຂຶ້ນພາຍໃນ 7-10ວັນ ໃນຊ່ວງເວລານີ້ຂໍໃຫ້ທ່ານໃຈເຢັນໆ ຫາກແຜທີ່ຫຍິບແຫ້ງໄວ ຄວາມເຈັບປວດຕ່າງໆກໍ່ຈະຫາຍດີພາຍໃນ 6 ອາທິດ.

ວິທີດູແລ “ຊ່ອງຄອດ” ຫຼັງເກີດລູກ

ວ່າທີ່ແມ່ມືໃໝ່ສ່ວນຫຼາຍຕ້ອງໃຊ້ເວລາຟື້ນຕົວຈັກໄລຍະໜຶ່ງກ່ອນທີ່ຈະສາມາດກັບໄປໃຊ້ຊີວິດໄດ້ຕາມປົກກະຕິ ເຊິ່ງການດູແລຕົວເອງໂດຍສະເພາະໃນຈຸດສຳຄັນຢ່າງຊ່ອງຄອດນັ້ນເຮັດໄດ້ໂດຍ.

ຄຳຖາມນີ້ຄົງຈະຄ້າງຄາໃຈວ່າທີ່ແມ່ມືໃໝ່ທຸກຄົນຄື “ແລ້ວຈຸດນັ້ນຈະກັບມາເປັນເໝືອນເດີມບໍ່” ຄຳຕອບຄື: ບໍ່ຄືເກົ່າແຕ່ກໍ່ໃກ້ຄຽງ ທັງນີ້ເປັນເພາະກ້າມເນື້ອບໍລິເວນຊ່ອງຄອດບໍ່ພຽງມີຄວາມສາມາດຢືດຂະຫຍາຍໄດ້ ແຕ່ຍັງສາມາດຫົດຕົວໄດ້ອີກດ້ວຍ ທ່ານຕ້ອງໝັ່ນບໍລິຫານຊ່ອງຄອດເປັນປະຈຳກໍ່ຈະຊ່ວຍໃຫ້ບໍລິເວນດັ່ງກ່າວກັບມາໃກ້ຄຽງຕອນທີ່ຍັງບໍ່ທັນເກີດລູກ.

ຫາກທ່ານໃດບໍ່ທັນເຂົ້າໃຈວີທີບໍລິຫານອະໄວຍະພາຍໃນຂອງຜູ້ຍິງທ່ານກໍ່ສາມາດເບິ່ງໃນວິດີໂອສາທິດຂ້າງລຸ່ມນີ້ໄດ້.

ໝາຍເຫດ: ວິດີໂອນີ້ໃຫ້ສຽງເປັນພາສາໄທ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈໃນການອະທິບາຍຂັ້ນຕອນຕ່າງໆໄດ້ງ່າຍຂຶ້ນ.

 

ຮຽບຮຽງໂດຍ: ລາວໂພສຕ໌.ຄອມ

ຂໍ້ມຸນຈາກ: ວາລະສານບັນທຶກຂອງແມ່.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...