Homeຂ່າວທ່ອງທ່ຽວໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ຂ່າວທ່ອງທ່ຽວ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 2233 ທ່ອງທ່ຽວກັບລາວໂພສຕ໌ ວານນີ້ເຮົາໄດ້ໄປທ່ຽວຖ້ຳທ່ານປະທານໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງ ຫົວພັນມາແລ້ວ ມື້ນີ້ເຮົາຈະພາທຸກທ່ານໄປທ່ຽວ “ໝູ່ບ້ານຊ້າງ” ແຂວງຫຼວງພະບາງ ເຖິງຊື່ສຽງຂອງ “ໝູ່ບ້ານຊ້າງ” ອາດຈະບໍ່ໂດ່ງດັງເທົ່າສະຖານທີ່ຕ່າງໆໃນຫຼວງພະບາງ ເຊັ່ນ: ຕາດກວາງຊີ,ວັດພູສີ… ແລະ ບາງຄົນອາດຈະຮູ້ຈັກ, ບາງຄົນອາດຈະບໍ່ຮູ້ກໍ່ຕາມ ແຕ່ຖ້າໄດ້ມາທ່ຽວຫຼວງພະບາງແລ້ວ ຫາກທ່ານມີເວລາພໍກໍ່ຄວນລອງມາທ່ຽວທີ່ “ໝູ່ບ້ານຊ້າງ” ແລ້ວທ່ານຈະຮູ້ວ່າ ຫຼວງພະບາງມີຫຼາຍຢ່າງກ່ວາທີ່ທ່ານຄິດ. “ໝູ່ບ້ານຊ້າງ” ຕັ້ງຢູ່ທີ່ບ້ານຊຽງລ້ອມ ໃຊ້ເສັ້ນທາງດຽວກັນກັບທາງໄປບ້ານຜານົມ ໄລຍະທາງປະມານ 15 ກິໂລແມັດ ສຳລັບການເດີນທາງທ່ານສາມາດນຳລົດສ່ວນຕົວໄປເອງ, ໄປນຳກລຸບທົວ ຫຼື ຈະເມົາລົດຮັບຈ້າງໃນຕົວເມືອງຫຼວງພະບາງໄປກໍ່ໄດ້ ສ່ວນລາຄາແມ່ນຕໍ່ລອງກັນເອງ. ເຖິງຈະເດີນທາງໄກແນ່! ແຕ່ຂໍບອກເລີຍວ່າຄຸ້ມຄ່າ ເພາະທ່ານຈະໄດ້ມີຄວາມຮູ້ສຶກຕື່ນເຕັ້ນເມື່ອເວລາໄດ້ຂຶ້ນຂີ່ຊ້າງເລາະຊົມທິວທັດທຳມະຊາດທີ່ສວຍງາມລຽບແຄມນ້ຳຄານ ພ້ອມຮັບສາຍລົມເຢັນໆທີ່ພັດຜ່ານ ແລະ ຍັງໄດ້ຊົມການສະແດງຂອງຊ້າງທີ່ແສນຮູ້… ຂໍເລົ່າວ່າຊ້າງໜ້າຮັກສຸດໆ. “ຊ້າງ” ເປັນສັດທີ່ປະເສີດເປັນສັດໃນຕຳນານຂອງລາວເຮົາ ດັ່ງນັ້ນທຸກຄົນຈົ່ງຢ່າທຳຮ້າຍ, ຢ່າຂ້າຊ້າງເພື່ອຕັດເອົາງາມັນໄປ ແລະ ອື່ນໆ ຂໍໃຫ້ຊ່ວຍກັນອະນຸລັກຮັກສາຊ້າງລາວໄວ້ເພື່ອຄົນລຸ້ນລູກຫຼານຈະໄດ້ມີຊ້າງໄວ້ເບິ່ງ. ຮຽບຮຽງເລື່ອງໂດຍ: ລາວໂພສຕ໌ ຂໍ້ມູນຈາກ: ທ່ອງທ່ຽວ ແຂວງຫຼວງພະບາງ. Tagsທ່ອງທ່ຽວລາວໝູ່ບ້ານຊ້າງໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ບົດຄວາມຫຼ້າສຸດ ຂ່າວພາຍໃນ ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung... 07/10/2026 ຂ່າວພາຍໃນ ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ... 07/10/2026 ຂ່າວພາຍໃນ ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ... 06/10/2026 ຂ່າວພາຍໃນ ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,... 06/10/2026