Homeຂ່າວການພັດທະນາສະຫະລັດອາເມຣິກາ ສະໜັບສະໜູນການເຮັດວຽກເພື່ອໂພຊະນາການທີ່ດີຂຶ້ນຂອງເດັກໃນ ສປປ.ລາວ

ສະຫະລັດອາເມຣິກາ ສະໜັບສະໜູນການເຮັດວຽກເພື່ອໂພຊະນາການທີ່ດີຂຶ້ນຂອງເດັກໃນ ສປປ.ລາວ

Published on

ໂດຍການສະໜັບສະໜູນຈາກແຜນງານທູດວິທະຍາສາດຂອງສະຫະລັດອາເມຣິກາ ບັນດາຊ່ຽວຊານໃນຂະແໜງໂພຊະນາການກ່ຽວກັບເດັກນ້ອຍຈາກປະເທດລາວ ຫວຽດນາມ ກຳປູເຈຍ ມຽນມາ ແລະ ອົສຕຣາລີ ພ້ອມກັນເຮັດວຽກເພື່ອແກ້ໄຂບັນຫາສິ່ງທ້າທາຍທາງດ້ານໂພຊະນາການເດັກ ແລະ ລິເລີ່ມຂະບວນການສ້າງຄວາມກ້າວໜ້າທາງວິທະຍາສາດໃນອາຊີຕາເວັນອອກສະຫຼຽງໃຕ້ ທູດວິທະຍາສາດ ສະຫະລັດອາເມຣິກາ ທ່ານ ດຣ. ເຈີຣາດີນຣິກເມີນ ໃຫ້ການສະໜັບສະໜູນ ຈັດກອງປະຊຸມລະດັບຂົງເຂດເປັນຄັ້ງທຳອິດພາຍໃຕ້ຫົວຂໍ້ ພັດທະນາການວິທະຍາສາດທາງມັນສະໜອງ ແລະ ການຂາດໂພຊະນາການເຮັດໃຫ້ຈະເລີນເຕີບໃຫຍ່ຊ້າ ກໍລະນີສຶກສາທີ່ສຳຄັນເພື່ອປະຕິບັດໃນໄລຍະ 1.000 ວັນທຳອິດ ຈັດຂຶ້ນທີ່ຫຼວງພະບາງ ໃນວັນທີ 16-18 ມີນາ 2016.

ກອງປະຊຸມນີ້ ແມ່ນຄັ້ງທຳອິດຂອງສາມກອງປະຊຸມລະດັບຂົງເຂດທີ່ຈະຈັດຂຶ້ນໃນບັນດາປະເທດທີ່ມີສ່ວນຮ່ວມ ເຊິ່ງຈຸດປະສົງກໍເພື່ອສ້າງຄວາມຮັບຮູ້ໃຫ້ແກ່ບັນດານັກສັງຄົມວິທະຍາສາດກ່ຽວກັບຄວາມກ້າວໜ້າຂອງບັນຫາໂພຊະນາການທີ່ແກ່ຍາວ ການກຳນົດຍຸດທະສາດການແກ້ໄຂ ແລະ ການສ້າງແຜນການເພື່ອເຮັດໃຫ້ບັນຫາໂພຊະນາການຫຼຸດລົງໃນຂົງເຂດ ຮອດປີ 2020 ໃນວາລະດໍາເນີນກອງປະຊຸມ ຍັງຈະຊ່ອຍສ້າງເຄື່ອຂ່າຍບັນດານັກຄົ້ນຄວ້າມືອາຊີບໃນລະດັບຂົງເຂດທີ່ມີຄວາມສົນໃຈໃນການປະສານງານກັນຕໍ່ກັບຂະແໜງໂພຊະນາການຕ່ຳ ແລະ ການພັດທະນາທາງມັນສະໝອງ ເຊິ່ງເຄື່ອຂ່າຍຂອງບັນດາຜູ້ປະສານງານນີ້ ຈະຊ່ອຍວາງແນວທາງຄົ້ນຄວ້າໃນຂົງເຂດອາຊີຕາເວັນອອກສະຫຼຽງໃຕ້ ແລະ ຍັງຈະມີສ່ວນຮ່ວມໃນການພັດທະນາຍຸດທະສາດ ເພື່ອສ້າງຄວາມຮູ້ໃຫ້ສັງຄົມຂອງບັນດານັກສ້າງນະໂຍບາຍ ແລະ ຜູ້ນຳກ່ຽວກັບປັດໄຈທີ່ຈະປະກອບສ່ວນຊ່ອຍແກ້ໄຊບັນຫາພັດທະນາການຈະເລີນເຕີບໃຫຍ່ຊ້າຂອງເດັກໃນໄລຍະ 1.000 ວັນທຳອິດຂອງຊີວິດເດັກນ້ອຍ.

ແຜນງານທູດວິທະຍາສາດຂອງສະຫະລັດອາເມຣິກາ ແມ່ນນຶ່ງໃນຄວາມໝາຍໝັ້ນຂອງສະຫະລັດອາເມຣິກາ ໃນການມີສ່ວນຮ່ວມກັບສາກົນໃນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໂດຍທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດແຜນງານດັ່ງກ່າວຢູ່ນະຄອນຫຼວງເລີແກ ໃນເດືອນມິຖຸນາ 2009 ທີ່ຜ່ານມາ ແລະ ນີ້ແມ່ນການເດີນທາງມາລາວ ຄັ້ງທີ 3 ຂອງທ່ານ ດຣ. ຣິກເມິນ ເປັນຄັ້ງທີ 4 ທີ່ມາຂົງເຂດອາຊີຕາເວັນອອກສະຫຼຽງໃຕ້ ໃນຖານະທູດວິທະຍາສາດ ດຣ. ຣິກເມິນ ເປັນປະທານຄະນະເຄມີສາດຂອງມະຫາວິທະຍາໄລອໍຣິກອນ ແລະ ທັງເປັນສະມາຊິກຂອງສະພາວິທະຍາສາດແຫ່ງຊາດ ທ່ານຫາກໍໄດ້ຮັບຫຼຽນວິທະຍາສາດແຫ່ງຊາດ ເຊິ່ງເປັນລາງວັນສູງສຸດ ມອບໃຫ້ໂດຍລັດຖະບານສະຫະລັດອາເມຣິກາ ໃຫ້ແກ່ບັນດານັກທິທະຍາສາດ ວິສະວະກອນ ແລະ ນັກປະດິດສ້າງ ທ່ານເປັນປະທານສະມາຄົມຄວາມກ້າວໜ້າທາງດ້ານວິທະຍາສາດຂອງອາເມຣິກາ ແລະ ໄດ້ຮັບການມອບໝາຍຈາກປະທານປະເທດໃຫ້ເປັນສະມາຊິກຂອງຄະນະບໍລິຫານວິທະຍາສາດແຫ່ງຊາດ ດຣ. ຣິກເມິນ ໄດ້ປະກອບສ່ວນອຸທິດຄວາມພະຍາຍາມຂອງຕົນ ຊຸກຍູ້ໃຫ້ແມ່ຍິງມີບົດບາດໃນວຽກງານວິທະຍາສາດ ແລະ ວິສະວະກອນ ເຊິ່ງເປັນຜູ້ສ້າງຕັ້ງ ແລະ ປະທານກຳມາທິການວຽກງານຄວາມກ້າວໜ້າຂອງແມ່ຍິງໃນຂະແໜງເຄມີ ເປັນອົງການຈັດຕັ້ງຮາກຖານໃຫ້ການເຝິກອົບຮົມມືອາຊີບ ແລະ ມີເຄື່ອຂ່າຍນັກວິທະຍາສາດຍິງຫຼາຍກວ່າ 12.000 ຄົນທົ່ວປະເທດສະຫະລັດອາເມຣິກາ ແລະ ຢູ່ບັນດາປະເທດພວມພັດທະນາ.

ຂ່າວ/ພາບ: ຈະເລີນສຸກ ສໍປະເສີດ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...