spot_img
Homeຂ່າວການພັດທະນາຜ່ານບົດສຳຫຼວດກຳນົດຂອບເຂດ ແລ້ວທາງລົດໄຟສະຫວັນ-ລາວບາວ

ຜ່ານບົດສຳຫຼວດກຳນົດຂອບເຂດ ແລ້ວທາງລົດໄຟສະຫວັນ-ລາວບາວ

Published on

    ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ແລະ​ຮັບຟັງ​ການ​ລາຍ​ງານ​ຜ່ານ​ບົດ​ສຳ​ຫຼວດ​ການກຳ­ນົດ​ຂອບ​ເຂດ​ແລວ​ທາງ​ລົດ­ໄຟ​ສະຫວັນ​ນະ​ເຂດ​ຫາ​ຊາຍ​ແດນ​ລາວ-ຫວຽດນາມ (ສະ­ຫວັນ​ນະ​ເຂດ-ລາວ​ບາວ), ໄລ­ຍະ​ທາງ 220 ກິ­ໂລ­ແມັດ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 14 ມີ­ນາ 2016 ທີ່​ຫ້ອງ​ວ່າ ການ​ປົກ­ຄອງ​ແຂວງ​ພາຍ​ໃຕ້​ການ​ເປັນປະ­ທານ​ຂອງ​ທ່ານ ດຣ. ບຸນ​ຈັນ ສິນ​ທະວົງ ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ໂຍ­ທາທິ​ການ ແລະ​ຂົນ­ສົ່ງ ແລະ​ທ່ານ ດຣ. ສຸ­ພັນແກ້ວ​ມີ​ໄຊ ເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດມີ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ­ຖິ່ນ​ຕະ­ຫຼອດ​ເຖິງ​ພາກ​ທຸ­ລະ ກິດ​ເຂົ້າ​ຮ່ວມ.

    ທ່ານ ສອນ​ສັກ ນໍ​ຍານ​ຊະ­ນະ ຮອງຫົວ­ໜ້າ​ກົມ​ທາງ​ລົດ­ໄຟ​ໄດ້​ລາຍ​ງານ​ວ່າ: ສຳ­ລັບ​ເສັ້ນ­ທາງ​ລົດ­ໄຟ​ດັ່ງ­ກ່າວ​ມີ​ຄວາມຍາວ 220 ກິ­ໂລ­ແມັດ, ລະ­ບົບ​ລາງ​ມີ ຄວາມ​ກວ້າງ 1,43 ແມັດ (Standard Gauge)ເປັນ​ລາງ​ຄູ່​ໄປ​ກັບ​ໄດ້, ເພື່ອ​ຮັບ​ໃຊ້​ການ ຂົນ­ສົ່ງ​ໂດຍ­ສານ ແລະ​ສິນ­ຄ້າ, ເສັ້ນ­ທາງດັ່ງ­ກ່າວ​ເປັນ​ໜຶ່ງ​ຂອງ​ທາງ​ຮ່ອມ​ຂອງ ລົດ­ໄຟ​ສິງ­ກະ­ໂປ-ຄຸນ​ໝິງ ທັງ​ເປັນ​ເສັ້ນ ທາງ​ເສດ­ຖະ­ກິດ​ຕາ­ເວັນ​ອອກ-ຕາ­ເວັນ ຕົກ, ໂດຍ​ແມ່ນ​ບໍ­ລິ­ສັດ Giant Consolidated Limited (GCL) ເປັນ​ຜູ້ ສຳ​ປະ­ທານ​ໂຄງ­ການ, ໂດຍ​ການ​ຜ່ານ ແບບ​ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ແບບ​ທີ 2 ພາຍ ຫຼັງ​ທີ່​ໄດ້​ມີ​ການ​ສຳ​ຫຼວດ​ອອກ​ແບບ​ແລວ ທີ 1 ແລ້ວ­ແຕ່​ເຫັນ​ວ່າ​ເປັນ​ແບບ​ທີ່​ໃຊ້​ງົບ ປະ­ມານ​ມະ­ຫາ­ສານ ແລະ​ມີ​ການ​ກະ­ທົບຕໍ່​ສິ່ງ­ແວ­ດລ້ອມ ແລະ​ສັງ­ຄົມ​ໃນ​ຫຼາຍ​ຈຸດ ສະ­ນັ້ນ ຈິ່ງ​ໄດ້​ມີ​ການ​ສຳ​ຫຼວດ ແລະ​ອອກ ແບບ​ແລວ​ໃໝ່ ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ໃຫ້​ໜ້ອຍ​ທີ່​ສຸດ, ໂຄງ­ການ​ທາງ​ລົດ­ໄຟ ແມ່ນ​ຈະ​ກໍ່­ສ້າງ​ໄປ​ຂະ­ໜານ​ກັບ​ທາງ​ເລກ 9 ຫ່າງ​ກັນ​ປະ­ມານ 30 ແມັດ, ລວມ​ມີ ທັງ​ໝົດ 11 ສະ­ຖາ­ນີ ໃນ​ນີ້​ມີ 4 ສະ​ຖາ ນີ​ໃຫຍ່ ແລະ 7 ສະ­ຖາ­ນີ​ນ້ອຍ, ຊຶ່​ິ່ງ​ສະ​ຖາ ນີ​ຫຼັກ​ແມ່ນ​ຕັ້ງ​ຢູ່​ທີ່​ບ້ານ​ທ່າ​ສະ­ໂນ​ນ້ອຍ ເມືອງ​ໄກ­ສອນ​ພົມ­ວິ­ຫານ ແລະ​ໄປ​ສິ້ນ ສຸດ​ຢູ່​ທີ່​ສະ­ຖາ­ນີ​ສຸດ​ທ້າຍ​ບ້ານ​ແດນ​ສະ ຫວັນ​ເມືອງ​ເຊ​ໂປນ. ລົດ­ໄຟ​ຟ້າ​ດັ່ງ­ກ່າວ ສາ­ມາດ​ແລ່ນ​ໄດ້​ເຖິງ 160 ກິ­ໂລ­ແມັດ​ຕໍ່ຊົ່ວ­ໂມງ, ຮັບ​ນ້ຳ​ໝັກ​ໄດ້ 25 ໂຕນ​ຕໍ່​ເພົາ. ຈາກ​ການ​ກຳ­ນົດ​ແລວ​ທາງ​ຕາມ​ມາດ​ຕະຖານ​ໃຈ­ກາງ​ທາງ​ລົດ­ໄຟ​ແມ່ນ​ເບື້ອງ​ລະ 40 ແມັດ, ລວມ​ສອງ​ຟາກ​ທາງ 80 ແມັດແລະ​ເຂດ​ສະ­ຖາ­ນີ ສະ­ເພາະ​ສະ­ຖາ­ນີ​ໃຫຍ່ ແມ່ນ 240-500 ແມັດ ແລະ​ລວງ​ຍາວ 2 ກິ­ໂລ­ແມັດ​ຫາ 3 ກິ­ໂລ­ແມັດ, ສະ­ຖາ­ນີ ນ້ອຍ​ກວ້າງ 160-200 ແມັດ, ຍາວ 1,5 ກິ­ໂລ­ແມັດ-2 ກິ​ໂລແມັດ.

ໂອ­ກາດ​ນີ້ ທ່ານ ດຣ. ບຸນ​ຈັນ ສິນ​ທະ ວົງ ໄດ້​ກ່າວ​ມີ​ຄຳ​ເຫັນ​ຕໍ່​ກອງ​ປະ­ຊຸມ​ວ່າ: ໂຄງ­ການ​ທາງ​ລົດ­ໄຟ ສະ­ຫວັນ​ນະ​ເຂດ-ລາວ​ບາວ ໄດ້​ລົງ​ນາມ​ສັນ­ຍາ​ແມ່ ວ່າ​ດ້ວຍ ການ​ສຳ​ປະ­ທານ​ໂຄງ­ການ​ກໍ່­ສ້າງ ແລະ ພັດ­ທະ­ນາ​ເສັ້ນ­ທາງ​ລົດ­ໄຟ​ແຕ່​ສະ­ຫວັນນະ​ເຂດ​ຫາ​ລາວ​ບາວ ໃນ​ຮູບ​ແບບ BOT (ບໍ­ລິ­ສັດ​ລົງ­ທຶນ​ກ່ອນ) ລະ­ຫວ່າງ​ລັດ​ຖະ ບານ ສປປ ລາວ ແລະ​ບໍ­ລິ­ສັດ Giant Consolidated Limited ໃນ​ວັນ​ທີ 5 ພະ­ຈິກ 2012, ຊຶ່ງ​ມີ​ໄລ­ຍະ​ສຳ​ປະ­ທານ ໂຄງ­ການ 50 ປີ ແລະ​ສາ­ມາດ​ຕໍ່​ສັນ­ຍາ ໄດ້​ບົນ​ພື້ນ­ຖານ​ການ​ຕົກ­ລົງ​ເຫັນ​ດີ​ຈາກ ລັດ­ຖະ­ບານ, ໂຄງ­ການ​ດັ່ງ­ກ່າວ​ໃຊ້​ເວ­ລາ ກໍ່­ສ້າງ 5 ປີ, ດ້ວຍ​ທຶນ​ທັງ​ໝົດ 5 ຕື້​ໂດ ລາ​ສະ­ຫະ­ລັດ, ຜ່ານ​ການ​ສະ­ເໜີ​ລາຍ​ງານ ເຫັນ​ວ່າ​ບໍ­ລິ­ສັດ ໄດ້​ພະ­ຍາ­ຍາມ​ຈັດ​ຕັ້ງ​ປະ ຕິ​ບັດ​ໃນ​ການ​ສຳ​ຫຼວດ​ອອກ​ແບບ​ໂຄງ ການ​ຢ່າງ​ຕັ້ງ­ໜ້າ ແລະ​ມີ​ຜົນ­ສຳ­ເລັດ​ໂດຍ ພື້ນ­ຖານ​ໃນ​ການ​ດຳ­ເນີນ​ໂຄງ­ການ.

ແນວ­ໃດ​ກໍ​ດີ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ກ່າວ​ຕື່ມ​ວ່າ: ເພື່ອ​ເປັນ​ການ ປັບ­ປຸງ​ເນື້ອ​ໃນ​ຂອງ​ບົດ​ສຳ​ຫຼວດ​ການ ກຳ­ນົດ​ຂອບ​ເຂດ​ແລວ​ທາງ​ລົດ­ໄຟ ທີ່​ໄດ້ ສະ­ເໜີ​ມາ​ນັ້ນ​ໃຫ້​ຄົບ​ຖ້ວນ ແລະ​ສົມ­ບູນ ຕ້ອງ​ໄດ້​ສືບ­ຕໍ່​ປັບ­ປຸງ​ເນື້ອ​ໃນ​ໃຫ້​ຄົບ​ຖ້ວນສົບ​ບູນ ເພື່ອ​ຈະ​ໄດ້​ລາຍ​ງານ​ລັດ­ຖະ­ບານ ພິ­ຈາ­ລະ­ນາ​ຮັບ­ຮອງ ແລະ​ພາຍ­ຫຼັງ​ທີ່​ລັດ ຖະ​ບານ​ພິ­ຈາ­ລະ­ນາ​ຮັບ­ຮອງ​ຢ່າງ​ເປັນ ທາງ​ການ​ແລ້ວ​ໃຫ້​ບໍ­ລິ­ສັດ​ສືບ­ຕໍ່​ການ​ດຳ ເນີນ​ການ​ອອກ​ແບບ​ເຕັກ­ນິກ​ກໍ່­ສ້າງ, ສຶກ ສາ­ຜົນ​ກະ­ທົບ​ຕໍ່​ສະ­ພາບ​ແວດ​ລ້ອມ​ລວມ ທັງ​ຫົວ­ໜ່ວຍ​ລາ­ຄາ​ກໍ່­ສ້າງເພື່ອ​ສະ­ເໜີ ກະ­ຊວງ ຍທຂ ພິ­ຈາ­ລະ­ນາ​ຮັບ­ຮອງ​ເປັນ ທາງ​ການພ້ອມ​ທັງ​ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໃຫ້​ສຳ­ເລັດ​ຕາມ​ແຜນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...