Homeຂ່າວທ່ອງທ່ຽວໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ ໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ ຂ່າວທ່ອງທ່ຽວ Published on 16/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 3533 ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ຊື່ອາດບໍ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ບາງຄົນອາດຈະຍັງບໍ່ຮູ້ວ່າທີ່ຊຽງຂວາງມີອີກໜຶ່ງສະຖານທີ່ທ່ຽວທີ່ໜ້າສົນໃຈ ແລະ ຢາກໃຫ້ທຸກຄົນໄດ້ລອງໄປທ່ຽວ. ໝູ່ບ້ານລະເບີດ ບ້ານມົ້ງແຂວງຊຽງຂວາງ ເປັນໝູ່ບ້ານທີ່ຊາວບ້ານມີລະເບີດຫຼາຍຈົນນຳໄປໃຊ້ໃຫ້ເປັນປະໂຫຍດຕ່າງໆ ນຳໄປເຮັດຮົ້ວ, ເສົາເຮືອນ, ຂອງໃຊ້ໃນຄົວເຮືອນ ໝູ່ບ້ານມົ້ງຕັ້ງຢູ່ແຄມທາງຫຼວງເສັ້ນທາງທີ 7 ໄປທາງຕະເວັນອອກສຽງເໜືອນຂອງໂພນສະຫວັນ 3 ກິໂລແມັດ, ຫາກມາທ່ຽວຊຽງຂວາງເມືອງໂພນສະຫວັນ ຢ່າລືມແວ່ທ່ຽວໝູ່ບ້ານມົ້ງກ່ອນທີ່ຈະໄປທ່ຽວທົ່ງໄຫຫີນ 1 ຮັບຮອງວ່າການເດີນທາງຂອງທ່ານຄັ້ງນີ້ບໍ່ຜິດຫວັງແນ່ນອນ. ໝູ່ບ້ານລະເບີດນອກຈາກຈະມີລະເບີດແລ້ວທ່ານຍັງຈະໄດ້ເຫັນການດຳລົງຊີວິດຂອງຊາວບ້ານແທ້ໆ ເຊັ່ນການເຮັດນາ, ການລ້ຽງນົກກາງເກ, ເຫັນບັນດາແມ່ຍິງນັ່ງແຊ່ວຜ້າ, ເຫັນເຮືອນຄົວຊາວມົ້ງ, ເຫັນເຄື່ອງໃຊ້ໃນເຮືອນຄົວທີ່ເຮັດຈາກລູກລະເບີດ. ຊາວເຜົ່າມົ້ງເປັນຄົນທີ່ມີນ້ຳໃຈ, ໃຈດີເໝືອນກັບຊົນເຜົ່າອື່ນໆ ພວກເຂົາຈະປະຕິບັດຕໍ່ແຂກທີ່ໄປຢ້ຽມຢາມດ້ວຍມິດໄມຕີອັນດີດ້ວຍຄວາມຈິງໃຈ ຢູ່ໃນເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ເຮົາຍັງບໍ່ຮູ້ບໍ່ເຄີຍໄປ ສະນັ້ນໃນຊີວິດນີ້ທ່ານຕ້ອງລອງໄປສຳພັດຈັກຄັ້ງໜຶ່ງແລ້ວທ່ານຈະບໍ່ມີວັນລືມ. ຂອບໃຈພາບ ແລະ ຂໍ້ມູນຈາກ: ເວັບໄຊ໌ຮັອດເຊຍ ສັງລວມພາບ ແລະ ເນື້ອໃນໂດຍ: ລາວໂພສຕ໌ Tagsບ້ານມົ້ງແຂວງຊຽງຂວາງໝູ່ບ້ານລະເບີດໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ ບົດຄວາມຫຼ້າສຸດ ຂ່າວພາຍໃນ ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ... 27/11/2026 ຂ່າວພາຍໃນ ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ... 26/11/2026 ຂ່າວພາຍໃນ ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ... 26/11/2026 ຂ່າວພາຍໃນ ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ... 26/11/2026