HomeມູມໄອທີລາວUMi ເປີດໂຕສະມາດໂຟນເຮືອທຸງ Touch ໃຊ້ລະບົບ Android ແລະ Windows 10 Mobile

UMi ເປີດໂຕສະມາດໂຟນເຮືອທຸງ Touch ໃຊ້ລະບົບ Android ແລະ Windows 10 Mobile

Published on

image

ຜູ້ຜະລິດສະມາດໂຟນຈາກປະເທດຈີນ ນາມວ່າ UMi ໄດ້ປະກາດເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ນັ້ນກໍຄື UMi Touch ເຊິ່ງເປັັນສະມາດໂຟນທີ່ສາມາດເລືອກໄດ້ວ່າຈະຕິດຕັ້ງລະບົບໃດລະຫວ່າງ Android ແລະ Windows 10 Mobile ກໍໄດ້

UMi Touch ໂຕເຄື່ອງນັ້ນເຮັດມາຈາກໂລຫະໝົດເຄື່ອງ, ມາພ້ອມກັບໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1920 x 1080 (Full HD) ພ້ອມກັບຈໍແບບ 2.5D. ໃຊ້ງານຊິບປະມວນຜົນ Mediatek 1.5 GHz Octa core ແລະ ຊິບປະມວນຜົນກຣາບຟິກ Mali T720. Rom 16 GB, RAM 3GB.

image

ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ໃຊ້ເຊັນເຊີຂອງ Sony IMX328 ແລະ ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ. ແບັດເຕີຣີ 4,000 mAh, ມີລະບົບສະແກນລາຍນິ້ວມືມາພ້ອມ. ສຳລັບໂຕເຄື່ອງຕອນນີ້ເປີດໃຫ້ສັ່ງຈອງແລ້ວໃນລາຄາພຽງແຕ່ $149.99 (1.220.000 ກີບ)

image

ສຳລັບ UMi Touch ນັ້ນແມ່ນຖືກອອກແບບມາເພື່ອສະມາດໂຟນ Android ໂດຍສະເພາະ ແລະມາພ້ອມກັບເວີຊັ່ນ 6.0 ເລີຍ. ແຕ່ວ່າທາງ UMi ບອກວ່າຈະຮອງຮັບລະບົບ Windows 10 Mobile ສຳລັບເຄື່ອງນີ້ແນ່ນອນ. ໂດຍທີ່ UMi ຈະເປີດໃຫ້ຜູ້ໃຊ້ເລືອດດາວໂຫຼດ ROM ຂອງລະບົບປະຕິບັດການ Windows 10 Mobile ມາເອງ. ແຕ່ໃນອະນາຄົດທາງ UMi ນັ້ນກຳລັງມີແຜນທີ່ຈະເປີດໂຕສະມາດໂຟນທີ່ມາພ້ອມກັບລະບົບ Windows 10 Mobile ໃນກ່ອງເລີຍ

ທີ່ມາ:mspoweruser

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...