spot_img
Homeຂ່າວທ້ອງຖິ່ນສະມາຄົມເຟີນີເຈີລາວ ກຽມຈັດງານວາງສະແດງສິນຄ້າ ເຟີນີເຈີວຽງຈັນ ຄັ້ງທີ 1 ປະຈໍາປີ 2016

ສະມາຄົມເຟີນີເຈີລາວ ກຽມຈັດງານວາງສະແດງສິນຄ້າ ເຟີນີເຈີວຽງຈັນ ຄັ້ງທີ 1 ປະຈໍາປີ 2016

Published on

ເພື່ອປະຕິບັດທິດທາງນະໂຍບາຍໃນການສົ່ງເສີມການຜະລິດສິນຄ້າເຟີນິເຈີຈາກໄມ້ລາວ ເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິນຄ້າເຟີນິເຈີລາວຫຼາຍຂຶ້ນ ທັງໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈໍາໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ສາມາດກ້າວສູ່ຕານ່າງການວາງສະແດງ-ຂາຍສິນຄ້າເຟີນິເຈີກັບພາກພື້ນ ແລະ ສາກົນໃນອະນາຄົດ ເພື່ອຮອງຮັບກັບຕະຫຼາດປະຊາຄົມເສດຖະກິດອາຊຽນ ດັ່ງນັ້ນ ສະມາຄົມເຟີນີເຈີລາວ ກໍໄດ້ກະກຽມຈະຈັດງານວາງສະແດງສິນຄ້າ ເຟີນີເຈີວຽງຈັນ ຄັ້ງທີ 1 ປະຈໍາປີ 2016 ຂຶ້ນໃນວັນທີ 23 ມີນາ – 01 ເມສາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍຈະມີບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 20 ຫົວໜ່ວຍ ແລະ ມີຫຼາຍກວ່າ 50 ຫ້ອງວາງສະແດງສິນຄ້າ.

ທັງນີ້ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນຕອນເຊົ້າວັນທີ 15 ມີນາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາໄພ ສົມຊະນະ ປະທານສະມາຄົມເຟີນິເຈີລາວ ມີຜູ້ຕາງໜ້າສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງທ່ານຮອງປະທານສະມາຄົມເຟີນິເຈີລາວ ໃຫ້ຮູ້ວ່າ ເພື່ອເປັນການສ້າງຂະບວນການຕ້ອນຮັບການເຂົ້າເປັນປະຊາຄົມອາຊຽນ AEC ສ້າງຄວາມເຂັ້ມແຂງໃຫ້ກັບ ສະມາຄົມເຟີນີເຈີລາວ ສາມາດແຂ່ງຂັນກັບຜູ້ປະກອບການໃນຍຸກເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ ຫຼື AEC ໃນລະດັບພາກພື້ນ ແລະ ສາກົນ ທັງເພື່ອເປັນການເພີ່ມຍອດຂາຍ ແລະ ຂະຫຽາຍຕະຫຼາດ ຜະລິດຕະພັນເຟີນີເຈີໄມ້ຈາກລາວ ຂອງບັນດາໂຮງງານ ຜູ້ປະກອບການທຸລະກິດ ໃນຂອບເຂດທົ່ວປະເທດ ສໍາລັບປະເພດສິນຄ້າ ທີ່ຈະນໍາມາວາງສະແດງຄັ້ງນີ້ ປະກອບມີ ຜະລິດຕະພັນເຄື່ອງເຟີນີເຈີ ທີ່ຜະລິດດ້ວຍໄມ້ ຫວາຍ ໄມ້ປ່ອງ ວັດສະດຸເສດເຫຼືອ ຜະລິດຕະພັນຫັດຖະກໍາແກະສະຫຼັກ ຜະລິດຕະພັນເບ້ຍໄມ້ ອຸປະກອນຮັບໃຊ້ ເຄື່ອງມື ແລະ ເຄື່ອງຈັກທັນສະໄໝຕ່າງໆ ທີ່ກ່ຽວກັບການຜະລິດເຄື່ອງເຟີນີເຈີ ຕະຫຼອດໄລຍະການຈັດງານ ຍັງຈະຈັດໃຫ້ມີຫຼາຍກິດຈະກໍາ ເປັນຕົ້ນ ການສະແດງສິລະປະວັນນະຄະດີ ໃນແຕ່ລະຄໍ່າຄືນ ການສາທິດການແກະສະຫຼັກໄມ້ ແລະ ອື່ນໆ.

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...