ເພື່ອເປັນມື້ງາມຍາມດີແກ່ຕົນໃນການປະກອບກິດຈະການໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງທັງເປັນການສື່ໃຫ້ສັງຄົມຜູ້ທີ່ສົນໃນເຂົ້າມາຈັບຈ່ອງຫ້ອງຂາຍສິນຄ້າໃນສູນການຄ້າສະບາຍດີອັນມີຄວາມເໝາະສົມ ແລະເປັນທາງເລືອກທີ່ມີຄວາມຫຼາກຫຼາຍໃນການບໍລິການ.
ວັນທີ 12 ມີນາຜ່ານມາທີ່ສູນການຄ້າສະບາຍດີທີ່ເມືອງປາກເຊ, ໄດ້ມີພິທີທາງສາສະໜາບາສີສູ່ຂວັນຕັກບາດຢາດນ້ຳຂຶ້ນນຳໃຊ້ຕະຫຼາດສະບາຍດີໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ມີທ່ານຮອງເຈົ້າແຂວງ, ບັນດາທ່ານ ຫົວໜ້າພະແນກ, ທ່ານເຈົ້າເມືອງ, ທ່ານ ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ບັນດາທ່ານແຂກຜູ້ໃຫຍ່ຕະຫຼອດເຖິງນັກທຸລະກິດທີ່ມາຈາກຕ່າງປະເທດ, ຈາກຕ່າງແຂວງ ແລະນັກທຸລະກິດພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳໄຕ ແກ້ວດວງດີ ຮອງຜູ້ອຳນວຍການບໍລິສັດຕັງຈະເລີນໃຫ້ຮູ້ວ່າ: ໂຄງການກໍ່ສ້າງສູນການຄ້າສະ ບາຍດີ (ຕະຫຼາດສະບາຍດີ) ທີ່ຫຼັກ 2 ເມືອງປາກເຊ ແຂວງຈຳປາສັກ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2014 ໃນ ເນື້ອທີ່ເກືອບ 2 ເຮັກຕາ, ມາຮອດປະຈຸບັນແມ່ນໄດ້ສຳເລັດ 100% ແລ້ວ, ໃນມູນຄ່າການກໍ່ສ້າງທັງໝົດ 22 ລ້ານກວ່າໂດລາສະຫະລັດ, ຊຶ່ງໃນນັ້ນປະ ກອບມີຕຶກອາຄານ 3 ຊັ້ນ, ທີ່ສ້າງເປັນສູນການຄ້າສະບາຍດີປະກອບມີໂຮງ ໜັງ, ສູນການຄ້າຄົບວົງຈອນ, ຮ້ານອາຫານໃນຫ້ອງແອທີ່ມີຄຸນນະພາບ ແລະ ອື່ນໆ. ທີ່ມີຄວາມຫຼາກຫຼາຍໃນການບໍລິການທີ່ແຕກຕ່າງຈາກບ່ອນອື່ນ, ນອກຈາກນີ້ຍັງໄດ້ມີການກໍ່ສ້າງເປັນຫ້ອງແຖວຫຼາຍຫ້ອງທັງໃຫ້ເຊົ່າ ແລະຂາຍ ຂາດຕົວເພື່ອສ້າງທາງເລືອກໃຫ້ກັບລູກຄ້າທີ່ສົນໃຈເຂົ້າມາຈັບຈ່ອງເພື່ອມາຈຳໜ່າຍສິນຄ້າຂອງຕົນແລະນອກຈາກນີ້ຍັງໄດ້ມີການກໍ່ສ້າງຕະຫຼາດສົດທີ່ມີການນຳໃຊ້ ແລະມີການຄ້າຂາຍຢ່າງມີບັນຍາກາດແລ້ວເວລານີ້.
ທ່ານຮອງຜູ້ອຳນວຍການໃຫ້ຮູ້ຕື່ມວ່າ: ປະຈຸບັນເຖິງວ່າບໍ່ໄດ້ມີການເປີດນຳໃຊ້ຢ່າງເປັນທາງການແຕ່ກໍມີແມ່ຄ້າຊາວຂາຍ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າມາຈັບຈ່ອງແລ້ວເກືອບ 80%, ຊຶ່ງໃນນັ້ນໄດ້ສະແດງໃຫ້ເຫັນວ່າສູນການຄ້າແຫ່ງນີ້ໄດ້ສ້າງຄວາມສົນໃຈຕໍ່ສັງຄົມຊຶ່ງໃນນັ້ນເປັນໄປຕາມເປົ້າໝາຍຂອງບໍລິສັດທີ່ມີຄວາມຕັ້ງໃຈຈະສ້າງເປັນສູນການຄ້າທີ່ມີຄວາມທັນສະໃໝ ແລະ ມີຄວາມແຕກຕ່າງຈາກບ່ອນອື່ນໆເພື່ອຍົກລະດັບການບໍລິການໃນເມືອງກໍ່ຄືແຂວງໃຫ້ມີບັນຍາກາດໃໝ່, ທີ່ສຳຄັນເພື່ອຮອງຮັບໃນການເປີດການຄ້າເສລີ (CLV)ໃນມໍ່ໆນີ້, ຊຶ່ງສູນການຄ້າແຫ່ງນີ້ແມ່ນຈະໄດ້ມີການເປີດການນຳໃຊ້ຢ່າງເປັນທາງການກ່ອນເຂົ້າພັນສາປີນີ້.
ແນວໃດກໍດີ ນອກຈາກບໍລິສັດຈະໄດ້ມີການລົງທຶນກໍ່ສ້າງສູນການຄ້າສະບາຍ ດີທີ່ເມືອງປາກເຊ, ປະຈຸບັນບໍລິສັດຍັງ ໄດ້ລົງທຶນກໍ່ສ້າງສູນການຄ້າທີ່ດອນໜູນນະຄອນຫຼວງວຽງຈັນໃກ້ຈະສຳເລັດ, ຊຶ່ງເປັນສູນການຄ້າທີ່ມີຄວາມທັນສະໃໝ ແລະມີຄວາມເໝາະສົມທີ່ສຸດ, ນອກຈາກນີ້ບໍລິສັດຍັງໄດ້ລົງທຶນກໍ່ສ້າງໂຮງ ແຮມລະດັບ 5 ດາວທີ່ວັງວຽງນຳອີກ.