spot_img
Homeຂ່າວທ້ອງຖິ່ນສະຖານທູດຝຣັ່ງ ປະຈໍາລາວ ກຽມຈັດງານເທສະການອາຫານຝຣັ່ງ ພ້ອມກັນທົ່ວໂລກ ໃນວັນທີ 21 ມີນາ 2016

ສະຖານທູດຝຣັ່ງ ປະຈໍາລາວ ກຽມຈັດງານເທສະການອາຫານຝຣັ່ງ ພ້ອມກັນທົ່ວໂລກ ໃນວັນທີ 21 ມີນາ 2016

Published on

ພາຍຫຼັງປະສົບຜົນສໍາເລັດໃນການຈັດງານເທສະການອາຫານຝຣັ່ງ ໃນປີ 2015 ຜ່ານມາ ກະຊວງການຕ່າງປະເທດ ແລະ ພັດທະນາສາກົນ ແຫ່ງ ສາທາລະນະລັດຝຣັ່ງ ໄດ້ຕັດສິນໃຈສືບຕໍ່ຈັດງານເທສະການອາຫານ ປະຈໍາ 2016 ພ້ອມກັນທົ່ວໂລກ ເຊິ່ງຈະຈັດຂຶ້ນໃນວັນທີ 21 ມີນາ 2016 ໂດຍໃສ່ຊື່ວ່າ Gout de France/Good France 2016 ເພື່ອສະເຫຼີມສະຫຼອງວັດທະນະທໍາການປຸງແຕ່ງອາຫານຝຣັ່ງ ແລະ ໃນປີນີ້ ມີພໍ່ຄົວຫຼາຍກວ່າ 1.600 ຄົນ ທີ່ມີສີມືດີດ້ານການປຸງແຕ່ງອາຫານໃນທົ່ວໂລກ ຈະແບ່ງປັນປະສົບການ ແລະ ບົດຮຽນເຊິ່ງກັນແລະກັນ ທັງເປັນການເຜີຍແຜ່ສິລະປະການດໍາລົງຊີວິດແບບຝຣັ່ງ ໂດຍຜ່ານການຈັດງານເທສະການໃດນຶ່ງໃນລະດັບສາກົນ.

ທັງນີ້ ທ່ານນາງ ກະໂລດິນ ເລີດູ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ.ລາວ ໄດ້ຖະແຫຼງໃນຕອນບ່າຍວັນທີ 14 ມີນາ 2016 ທີ່ສະຖານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ.ລາວ ວ່າ ການຈັດງານເທສະການອາຫານຝຣັ່ງ ປະຈໍາປີ 2016 ນີ້ ແມ່ນໂອກາດໃນການເຜີຍແຜ່ສູດອາຫານຝຣັ່ງ ເຊິ່ງກະຊວງການຕ່າງປະເທດຝຣັ່ງ ໄດ້ເນັ້ນສົ່ງເສີມການບໍລິໂພກທີ່ດີ ແລະ ເຄົາລົບສິ່ງແວດລ້ອມ ທັງສົ່ງເສີມບັນດາຮ້ານອາຫານຕ່າງໆໃຫ້ນໍາໃຊ້ໄຂມັນ ນໍ້າຕານ ແລະ ເກືອໜ້ອຍລົງ ແລະ ເນັ້ນປະເພດຜັກ ແລະ ອາຫານປະເພດເມັດ.

ສໍາລັບຢູ່ ສປປ.ລາວ ບັນດາຮ້ານອາຫານຕ່າງໆກໍໄດ້ມີການກະກຽມຈັດງານເທສະການອາຫານຝຣັ່ງ ຮ່ວມກັບປະເທດຕ່າງໃນທົ່ວໂລກ ແລະ ປີນີ້ຈະຈັດຂຶ້ນຢູ່ 5 ສະຖານທີ່ຄື ຢູ່ນະຄອນຫຼວງວຽງຈັນ ທີ່ຮ້ານອາຫານ L’Adresse ໂຮງແຮມອັນຊາຣາ ທີ່ເຮືອນພັກສະຖານທູດຝຣັ່ງ ປະຈໍາ ສປປ.ລາວ ພ້ອມນັ້ນ ກໍໄດ້ຂະຫຽາຍການຈັດກິດຈະກໍາໄປທີ່ແຂວງຫຼວງພະບາງ ຄື ຮ້ານອາຫານ Governoe’s Grill ເຊິ່ງເປັນຮ້ານອາຫານຂອງ Hotel de la paix (ກຸ່ມທຸລະກິດ ACCORD ຂອງປະເທດຝຣັ່ງ) ແລະ ຢູ່ຮ້ານອາຫານ Elephant ໂດຍມີພໍ່ຄົວເຂົ້າຮ່ວມທັງໝົດ 9 ທ່ານ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...