spot_img
Homeຄວາມງາມເກືອກັບຢາສີແຂ້ວ ຮັກສາສິວຫົວດຳໄດ້

ເກືອກັບຢາສີແຂ້ວ ຮັກສາສິວຫົວດຳໄດ້

Published on

ສິວຫົວດຳນັ້ນສາມາດເກີດຂຶ້ນໄດ້ກັບທຸກຄົນ ເພາະຜິວໜັງຈະຜະລິດນ້ຳມັນອອກມາ ເຊິງມີຊື່ວ່າ ຊີບຳ (Sebum) ເປັນຕົວທີ່ຊ່ວຍຄົງຄວາມຊຸ່ມຊື່ນໃຫ້ແກ່ຜິວໜັງ ແລະ ເສັ້ນຂົນ ເພື່ອບໍ່ໃຫ້ຜິວໜັງຂອງເຮົາແຫ້ງນັ້ນເອງ ແຕ່ບາງຄັ້ງນ້ຳມັນເຫຼົ່ານັ້ນໄດ້ເກີດການສະສົມໃນຮູຂຸມຂົນ ຂະນະທີ່ຮ່າງກາຍຕ້ອງການກຳຈັດສານຜິດຕ່າງໆອອກ ເມືອເວລາຜ່ານໄປຈິ່ງເຮັດໃຫ້ເກີດການແຂງຕົວອຸດຕັນຮູຂຸມຂົນ ເຊິ່ງການຮັກສາສິວຫົວດຳດ້ວຍວິທີທຳມະຊາດນີ້ກໍ່ມີຫຼາຍວິທີດ້ວຍກັນ ແຕ່ວັນນີ້ລາວໂພສຕ໌ກໍ່ມີອີກວິທີໜຶ່ງມານຳສະເໜີ “ສູດເກືອກັບຢາສີແຂ້ວ” ເຊິ່ງວັດຖຸດິບກໍ່ຫາໄດ້ງ່າຍ ປະຫຍັດເງິນ ເພາະເປັນເຄື່ອງໃຊ້ພາຍໃນເຮືອນຢູ່ແລ້ວ. 

ວັດຖຸດິບປະກອບມີ ເກືອ ແລະ ຢາສີແຂ້ວ

ວິທີເຮັດ:

ນຳຢາສີແຂ້ວບີບໃສ່ຝາມືເອົາປະມານທີ່ທ່ານຄິດວ່າພໍດີ ຈາກນັ້ນກໍ່ຕັກເກືອລົງໄປປະມານທີ່ທ່ານຄິດວ່າພໍດີເໝາະສົມກັບຢາສີແຂ້ວ ແລ້ວຄົນໆເຂົ້າກັນ ຈາກນັ້ນກໍ່ເອົາມາທາທີ່ບໍລິເວນເກີດສິວຫົວດຳ ປະໄວ້ 5 ນາທີ ກ່ອນຂັດອອກ ເມື່ອຮູ້ສຶກວ່າມັນແຫ້ງແລ້ວ ໃຫ້ທ່ານໃຊ້ມືຈຸ່ມນ້ຳມາແປະໆໃສ່ເລັກນ້ອຍເພື່ອໃຫ້ມັນຊຸ່ມໆ ຈາກນັ້ນກໍ່ໃຊ້ມືຂັດໆ ຖູໆເບົາໆ ເຮັດຄືການສະຄັບໜ້າ ແລ້ວຈິ່ງຄ່ອຍລ້າງອອກດ້ວຍນ້ຳສະອາດ ເຮັດເປັນປະຈຳອາທິດລະ 2 ຄັ້ງຈະຊ່ວຍໃຫ້ສິວຫົວດຳທ່ານລຸດລົງຢ່າງເຫັນໄດ້ຊັດ.

 

ຂໍ້ມູນຈາກ: ເວັບໄຊ໌ ຕິບສ໌ຊາດັອດຄອມ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...