HomeຊີວິດແລະຄວາມຮັກWedding-Sex-love5 ຂໍ້ອ້າງຍອດຮິດ ທີ່ຜູ້ຊາຍຈະໄດ້ບໍ່ຕ້ອງໃຊ້ຖົງຢາງ! 5 ຂໍ້ອ້າງຍອດຮິດ ທີ່ຜູ້ຊາຍຈະໄດ້ບໍ່ຕ້ອງໃຊ້ຖົງຢາງ! Wedding-Sex-love Published on 14/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 4138 ຜູ້ຊາຍຫຼາຍກ່ວາ 80% ຍອມຮັບວ່າ ເຄີຍໃຊ້ມຸກຫຼອກເພື່ອທີ່ຈະສຽບສົດ ງົດໃຊ້ຖົງຢາງ ໃນກຸ່ມຜູ້ຊາຍບໍ່ມີໃຜຢາກເປີດເຜີຍພຶດຕິກຳຕໍ່ຕ້ານການໃຊ້ຖົງຢາງ ລວມທັງຂໍ້ອ້າງຕ່າງໆ ເພື່ອໂນ້ມນ້າວອີກຝ່າຍໃຫ້ຍອມ ແລະ ບໍ່ແມ່ນຜູ້ຊາຍຈະໃຊ້ຂໍ້ອ້າງນີ້ພຽງຄັ້ງໜຶ່ງ ຫຼື ສອງຄັ້ງໃນຊ່ວງໄວລຸ້ນເທົ່ານັ້ນ ສ່ວນຫຼາຍພວກເຂົາພະຍາຍາມຫາຂໍ້ອ້າງຕະຫຼອດ ຮຽກໄດ້ວ່າເປັນຕັ້ງແຕ່ໜຸ່ມຈົນເຖົ້າກັນເລີຍ. ຢ່າຍອມໃຫ້ເຂົາສຽບສົດ – ງົດຖົງເດັດຂາດ ຖ້າທ່ານທັງຄູ່ບໍ່ແມ່ນຜົວເມຍກັນ ການຖືພາແບບບໍ່ທັນພ້ອມ ຫຼື ການຕິດຕໍ່ທາງເພດສຳພັນຈະເຮັດໃຫ້ຊີວິດທ່ານພັງຕັ້ງແຕ່ຕອນທີ່ທ່ານຍັງອາຍຸໜຸ່ມນ້ອຍໄດ້ ຜູ້ຊາຍນັ້ນຈະມີຂໍ້ອ້າງສາລະພັດ ຄວາມກະລ້ອນຫຼາຍຮ້ອຍເຫຼັ້ມກວຽນທີ່ຈະໃຊ້ຫຼອກທ່ານ ເພື່ອຫຼີກລ່ຽງການໃຊ້ຖົງຢາງອະນາໄມ ແຕ່ຜູ້ຍິງຍຸກໃໝ່ບອກເລີຍວ່າມັນບໍ່ໂອເຄເລີຍ ເຊິ່ງວັນນີ້ລາວໂພສຕ໌ມີ 5 ຂໍ້ອ້າງຍອດຮິດ ທີ່ຜູ້ຊາຍຈະໄດ້ບໍ່ຕ້ອງໃຊ້ຖົງຢາງ! ມາຝາກສາວໆ ເພື່ອໃຫ້ຮູ້ກ່ອນລ່ວງໜ້າ. 1. “ຂ້ອຍບໍ່ມີພະຍາດ ໄວ້ໃຈໄດ້” ນີ້ຄືຂໍ້ອ້າງຂອງຜູ້ຊາຍມັກໃຊ້ຫຼາຍທີ່ສຸດ… ຜູ້ຊາຍ 73.7% ຄິດວ່າຕົນເອງປອດໄພບໍ່ມີພະຍາດ ແຕ່ພະຍາດຕິດຕໍ່ທາງເພດສຳພັນຈະບໍ່ສະແດງອາການໃນຜູ້ຊາຍ ດັ່ງນັນ ຫາກບໍ່ໄດ້ຜົນກວດຈາກແພດ ພວກເຂົາກໍ່ບໍ່ມີວັນຈະຮູ້ໂຕເລີຍວ່າຕົນເອງມີເຊື່ອພະຍາດຫຍັງແນ່. 2. “ໜ້າຮັກຂະໜາດນີ້ອົດໃຈບໍ່ໄຫວລ່ະ ຂໍສະ !!!” ຜູ້ຊາຍສ່ວນຫຼາຍ 73.2 % ຄິດວ່າຫາກປາກຫວານແນ່ ດຽວແມ່ຍິງກໍ່ຍອມເອງ ນີ້ຄືຂໍ້ອ້າງທີ່ອັນຕະລາຍທີ່ສຸດ ເພາະມັນຄືການຍ້ອງຍໍອີກຝ່າຍ ໃນຂະນະທີ່ຮໍໂມນກຳລັງທຳງານ ດັ່ງນັ້ນເຂົາຈະພະຍາຍາມເວົ້າແນວໃດກໍ່ໄດ້ເພື່ອໃຫ້ໄດ້ທ່ານມາ ເຖິງແມ່ນວ່າເລື່ອງນັ້ນຈະເປັນເລື່ອງຂີ້ຕວະກໍ່ຕາມ ແຕ່ກໍ່ມັກຈະໄດ້ຜົນ ດັ່ງນັ້ນທ່ານຕ້ອງຍຶດໝັ້ນຈິດໃຈທ່ານໄວ້ ຄິດໄວ້ວ່າຢ້ານຕິດພະຍາດ ຫຼື ຢ້ານຖືພາກ່ອນເວລາສົມຄວນ. 3. “ມັກແບບບໍ່ໃຊ້ຖົງຢາງຫຼາຍກ່ວາ” ຜູ້ຊາຍກ່ວາ 50.3% ຍັງຄົງໃຊ້ມຸກນີ້ຢູ່ ຂ່າວດີກໍ່ຄື ໃຊ້ບໍ່ໄດ້ທຸກຄັ້ງ ຈາກວາລະສານ Sexual Medicine ລາຍງານວ່າ ທັງຍິງ ແລະ ຊາຍມັກການມີເຊັກສ໌ແບບປ້ອງກັນ ແລະ ແບບບໍ່ໃຊ້ຖົງຢາງເທົ່າກັນ ແຕ່ແມ່ຍິງຈະຮອດຈຸດສຸດຍອດຫຼາຍຄັ້ງກ່ວາຖ້າສວມຖົງຢາງ ເພາະບໍ່ຕ້ອງກັງວົນເລື່ອງຈະຖືພາ ແລະ ຕິດຕໍ່ພະຍາດທາງເພດສຳພັນ ຖົງຢາງສະໄໝນີ້ມີລູກຫຼິ້ນຫຼາກຫຼາຍບໍ່ວ່າຈະມີຜິວຂົນ ມີຣົດ ມີກິ້ນ ຫຼື ບາງຊະນິດເໝືອນກັບບໍ່ໄດ້ໃຊ້ເລີຍກໍ່ມີ ເວລາມີເຊັກສ໌ທ່ານຈະໄດ້ຮູ້ສຶກເລົ້າໃຈ ແລະ ປອດໄພໄປພ້ອມໆກັນ. 4. “ຄືນນີ້ ຂໍບໍ່ໃຊ້ຖົງຢາງໄດ້ບໍ່?” ໜ້າສົນໃຈທີ່ຜູ້ຊາຍກ່ວາ 40% ໃຊ້ວິທີຕໍ່ລອງກັບອີກຝ່າຍຕົງໆ ວ່າຂໍບໍ່ໃຊ້ຖົງຢາງ ເຂົາອາດຄິດວ່າທ່ານຈະເອັນດູກັບການຂໍອະນຸຍາດຂອງເຂົາ ແລ້ວທ່ານຈະຕົກລົງ ທາງແກ້ເກມກໍ່ຄື ຕອບກັບໄປຕົງໆເລີຍວ່າ “ບໍ່ໃຊ້ຖົງຢາງກໍ່ບໍ່ຕ້ອງມີຫຍັງກັນ ຈະເອົາ ຫຼື ບໍ່ເອົາ” ເພາະນີ້ບໍ່ແມ່ນນິທານກ່ອນນອນ ທ່ານຕ້ອງຍື່ນຄຳຂາດ ບໍ່ດັ່ງນັ້ນ ເຂົາຈະຕີລາຄາໃນຕົວທ່ານວ່າ “ຄົນຢ່າງທ່ານ ແນວໃດກໍ່ໄດ້” ຫຼື ຄິດວ່າຂໍໄດ້ຄັ້ງນີ້ແລ້ວ ຕ້ອງມີຄັ້ງຕໍ່ໄປອີກ. 5. “ບໍ່ເຊື່ອໃຈກັນເລີຍຫວາ” ມາອີກແລ້ວຄຳເວົ້າສຸດດຣາມ່າຈາກປາກຜູ້ຊາຍ ເຖິງຈະຄ້າຍຄືນ້ຳເນົ່າກໍ່ຕາມ ແຕ່ຈາກຜົນການສຳຫຼວດພົບວ່າ ຜູ້ຊາຍກ່ວາ 34% ເຄີຍໃຊ້ມຸກນີ້ມາແລ້ວ “ຜູ້ຊາຍບາງຄົນຮູ້ສຶກງຸດງິດ ເມື່ອເຫັນອີກຝ່າຍບໍ່ຍອມຢືນຢັນໃຫ້ໃຊ້ຖົງຢາງເທົ່ານັ້ນ” ບາງຄົນຄິດໄປໄກເຖິງຂັ້ນວ່າ… ທ່ານຢາກຖືກໃຊ້ກຳລັງ ດັ່ງນັ້ນ ທ່ານຈົ່ງອະທິບາຍໃຫ້ເຂົາເຂົ້າໃຈວ່າ “ເລື່ອງນີ້ບໍ່ແມ່ນເລື່ອງຈະມາຕໍ່ລອງກັນເທິງຕຽງ”. ຂໍ້ມູນຈາກ: ເວັບໄຊ໌ ບັລອດໂພສຕ໌ຈັງດັອດຄອມ. TagsSEX ບົດຄວາມຫຼ້າສຸດ ຂ່າວພາຍໃນ ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ. ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ... 31/07/2026 ຂ່າວພາຍໃນ ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ. ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,... 31/07/2026 ຂ່າວພາຍໃນ ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026. ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ... 30/07/2026 ຂ່າວພາຍໃນ ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ. ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5... 29/07/2026