ກະຊວງ ຖວທ ວາງສີລາລືກ ສ້າງອາຄານຝຶກແອບ ແລະ ຫໍພັກນັກຮຽນ ກາຍະສິນແຫ່ງຊາດ!

ວັນທີ 11 ມີນາຜ່ານ ມານີ້, ທີ່ກອງກາຍະສິນແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດໃຫ້ມີພິທີວາງສີລາລືກ ໂຄງການກໍ່ສ້າງອາຄານຝຶກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ ໂດຍ ມີທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ ພ້ອມດ້ວຍການນຳກະຊວງ, ບັນດາຄະນະກອງກາຍະສິນແຫ່ງຊາດ ຕະຫຼອດຮອດແຂກຖືກເຊີນ, ບັນດາພາກສ່ວນກ່ຽວຂ້ອງ ແລະ ບໍລິສັດ ຜູ້ຮັບເໝົາເຂົ້າຮ່ວມ.

ໂຄງການກໍ່ສ້າງອາຄານຝຶກແອບ ແລະ ຫໍພັກນັກຮຽນ ກາຍະສິນແຫ່ງຊາດ ຕັ້ງຢູ່ໃນບໍລິເວນກອງກາຍະສິນແຫ່ງ ຊາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີອາຄານ 2 ຫຼັງ 3 ຊັ້ນເປັນອາ ຄານເບຕົງເສີມເຫຼັກ ໂດຍຊັ້ນ ທີ 1 ເປັນບ່ອນຝຶກ ຫຼື ຫ້ອງຮຽນຂອງນັກຮຽນ, ສ່ວນຊັ້ນທີ 2 ແລະ 3 ເປັນບ່ອນເຮັດວຽກ, ຫໍພັກຂອງນັກຮຽນ ແລະ ອື່ນໆ.ນອກຈາກນີ້ ຢູ່ດ້ານໜ້າຍັງຈະມີເດີ່ນຈອດລົດ. ອາຄານດັ່ງກ່າວຍາວ 35 ແມັດ x 75 ແມັດ ລວມເນື້ອທີ່ທັງໝົດ 2.625 ຕາແມັດ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 32 ຕື້ກີບ ໂດຍແມ່ນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ໄຊພັດທະນາ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງຄາດວ່າຈະໃຊ້ເວລາ 18 ເດືອນ ຈຶ່ງສຳເລັດ.

 

ແຫລ່ງຂ່າວ:

ປຊຊ