spot_img
Homeຂ່າວພາຍ​ໃນກະຊວງ ຖວທ ວາງສີລາລືກ ໂຄງການກໍ່ສ້າງອາຄານເຝິກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ

ກະຊວງ ຖວທ ວາງສີລາລືກ ໂຄງການກໍ່ສ້າງອາຄານເຝິກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ

Published on

ໂຄງການກໍ່ສ້າງອາຄານເຝິກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ ມູນຄ່າການກໍ່ສ້າງ 32 ຕື້ກວ່າກີບ ເປັນທຶນຂອງລັດຖະບານ 100% ຈັດຕັ້ງປະຕິບັດໂດຍກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເຈົ້າຂອງໂຄງການ ແລະ ບໍລິສັດໄຊພັດທະນາຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງຄາດວ່າຈະໃຫ້ສໍາເລັດພາຍໃນ 18 ເດືອນຕາມສັນຍາ ຈິ່ງນໍາສູ່ພິທີວາງສີລາລືກໂຄງການກໍ່ສ້າງອາຄານເຝິກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ ຢ່າງເປັນທາງການໃນຕອນເຊົ້າວັນທີ 11 ມີນາ 2016 ທີ່ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ອຍວ່າການກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ຄໍາເຫຼັກ ສຸກຈັນທາລາວົງ ອໍານວຍການກອງກາຍະສິນແຫ່ງຊາດ ທ່ານ ກັນຍາ ຍາດວງຈິດ ຮອງປະທານບໍລິສັດໄຊພັດທະນາຈໍາກັດ ມີຫົວໜ້າ ຮອງຫົວໜ້າກົມ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານອໍານວຍການກອງກາຍະສິນແຫ່ງຊາດ ໄດ້ໃຫ້ຮູ້ວ່າ ໂຄງການກໍ່ສ້າງອາຄານເຝິກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ ເປັນອາຄານ 2 ຫຼັງ ມີເນື້ອທີ່ກໍ່ສ້າງທັງໝົດ 35×75 ຕາແມັດ ເຊິ່ງແຕ່ລະຫຼັງປະກອບມີ 3 ຊັ້ນ ສໍາລັບຊັ້ນ 1 ສ້າງເປັນຫ້ອງເຝິກແອບຂອງນັກຮຽນ ໃນນັ້ນມີ ໂຕະ ຕັ່ງ ແລະ ອຸປະກອນຮັບໃຊ້ໃນຫ້ອງຮຽນ ຫ້ອງນໍ້າ ລະ ບົບໄຟຟ້າ ນໍ້າປະປາ ຄົບຊຸດ ສ່ວນດ້ານນອກອາຄານສ້າງໃຫ້ມີສະຖານທີ່ຈອດລົດ ສວນຫຽ້າ ເສົາຫຼັກທຸງ ມີກໍາແພງກໍ່ດວ້ຍດິນຈີ່ອ້ອມຮອບ ແລະ ປະຕູທາງເຂົ້າ-ອອກ ໂດຍຈະໃຊ້ເວລາໃນການກໍ່ສ້າງໃຫ້ສໍາເລັດຕາມແຜນການ ພາຍໃນ 18 ເດືອນນັບຈາກນີ້ເປັນຕົ້ນໄປ.

ໂຄງການກໍ່ສ້າງອາຄານເຝິກແອບ ແລະ ຫໍພັກນັກຮຽນກາຍະສິນແຫ່ງຊາດ ແຫ່ງນີ້ ພາຍຫຼັງກໍ່ສ້າງສໍາເລັດຈະກາຍເປັນບ່ອນສຶກສາຮໍ່າຮຽນ ຖ່າຍທອດ ຄວາມຮູ້ ຄວາມສາມາດ ເພື່ອເຝິກແອບນັກຮຽນກາຍະສິນໃນແຕ່ລະລະດັບ ໃຫ້ມີຄວາມຊໍານິຊໍານານ ມີຄວາມວ່ອງໄວ ພ້ອມກັນນີ້ ຍັງເປັນບ່ອນອໍານວຍຄວາມສະດວກໃຫ້ນັກຮຽນມີທີ່ພັກພາອາໄສ ເພື່ອຮັບປະກັນດ້ານຄຸນະພາບ ມີມາດຕະຖານດ້ານການສະແດງກາຍະສິນ ທັງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການທາງດ້ານການພັດທະນາຊັບພະຍາກອນມະນຸດໃນໄລຍະໃໝ່ ເຂົ້າສູ່ການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ ອອກຮັບໃຊ້ສັງຄົມກໍຄືປະເທດຊາດ ເປັນໂຕແທນກອງກາຍະສິນລະດັບຊາດ ເຂົ້າຮ່ວມລາຍການສະແດງຮັບໃຊ້ໃນເວທີພາກພື້ນ ແລະ ສາກົນໃນອະນາຄົດ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...