Homeປະຊາສຳພັນວັນທີ 20/03/2016 ກຸ່ມແມ່ຍິງສາກົນ (WIG LAOS) ຈະຈັດງານຕະຫຼາດນັດເປີດຈອງບ່ອນຂາຍສິນຄ້າ ດ່ວນ!

ວັນທີ 20/03/2016 ກຸ່ມແມ່ຍິງສາກົນ (WIG LAOS) ຈະຈັດງານຕະຫຼາດນັດເປີດຈອງບ່ອນຂາຍສິນຄ້າ ດ່ວນ!

Published on

ກຸ່ມແມ່ຍິງສາກົນທີ່ປະເທດລາວ (WIG LAOS) ໄດ້ຮ່ວມມືກັນຈັດງານຕະຫຼາດນັດຂຶ້ນ ທີ່ລານໜ້າຫ້າງວຽງຈັນເຊັນເຕີໃນວັນທີ 20/03/2016 ເລີ່ມເວລາ 16:00 – 19:00ໂມງແລງ, ເຊິ່ງເປັນໂອກາດດີທີ່ທ່ານຈະນໍາງານສິນລະປະ ແລະ ເຄື່ອງໃຊ້ມືສອງທີ່ຍັງຄົງຄຸນນະພາບດີ ນໍາອອກມາວາງຂາຍ ແລະ ທ່ານໃດສົນໃຈເຂັ້າຮ່ວມວາງສະແດງສິນຄ້າໃນຄັ້ງນີ້ ສາມາດເຂົ້າເບິ່ງລາຍອຽດ ພ້ອມສະໝັກໃນແບບຟອມໄດ້ທີ່: http://goo.gl/forms/Z03qhsis8u

ຄ່າຈອງສະຖານທີ່ (ປະມານ 2 m x 2 m space ເດີ່ນກາງແຈ້ງ) :

 ລາຄາ: 80,000 Kip
 ລາຄາ: 130,000 kip
 ລາຄາ: 200,000 Kip
 ລາຄາ: 250,000 kip

ຫາກທ່ານສົນໃຈ ຫຼື ມີຄຳຖາມເພີ່ມເຕີມ ຕິດຕໍ່ທີ່

somchit:
Email: somchitluangkhot@gmail.com
ໂທລະສັບ: 020-5570-6025 ຫຼື

Nami Ishihara
Email: nami73ishihara@gmail.com
Phone: 020-9842-3258

ພື້ນທີ່ມີຈຳນວນຈຳກັດຮີບຟ້າວຈັບຈອງກັນເດີ້!!!

 

 

ຂໍ້ມູນຈາກ: ວຽງຈັນເຊັນເຕີລາວ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...