ສະໜາມບິນໜອງຄ້າງຊຳເໜີອ ອີກເສັ້ນທາງດຶງດູດນັກທ່ອງທ່ຽວເຂົ້າແຂວງຫົວພັນ

0
1817
ສະໜາມບິນໜອງຄ້າງຊຳເໜີອ -LaoPost.com
ສະໜາມບິນໜອງຄ້າງຊຳເໜີອ -LaoPost.com
ສະໜາມບິນໜອງຄ້າງຊຳເໜີອ -LaoPost.com

ໂດຍ: ໂອ​ຫຼົດ

ຫົວ­ພັນ​ເປັນ​ແຂວງ​ໜຶ່ງ​ທີ່ຕັ້ງ​ຢູ່​ທາງ​ພາກ​ເໜືອ​ສຸດ​ຂອງ​ປະເທດ​ລາວຕັ້ງ​ຢູ່​ທິດ­ຕາ­ເວັນ­ອອກສຽງ​ເໜືອ​ຂອງ​ແຂວງ​ຊຽງ​ຂວາງ ຊຶ່ງ​ເສັ້ນ­ທາງ​ເຂົ້າ​ເຖິງ​ແຂວງ​ດັ່ງກ່າວ​ຂ້ອນ​ຂ້າງ​ຫຍຸ້ງ­ຍາກ​ພໍ​ສົມ ຄວນ ເນື່ອງ​ຈາກ​ມີ​ພູ­ເຂົາ​ອ້ອມຮອບ​ຫຼາຍ​ເຮັດ​ໃຫ້­ການ​ສ້າງ​ເສັ້ນທາງ​ຄົດ​ລ້ຽວ, ການ​ເດີນ­ທາງ​ຈິ່ງຕ້ອງ​ໃຊ້​ເວ­ລາ​ດົນ ແລະ ມີ​ຄວາມ​ສ່ຽງ​ສົ່ງ​ຜົນ​ເຮັດ​ໃຫ້­ການ​ຂົນ­ສົ່ງສິນ­ຄ້າ​ລຳ­ບາກ​ທີ່​ສຳ­ຄັນ​ບັນ​ຍາກາດ​ການ­ທ່ອງ­ທ່ຽວ​ແຂວງ​ບໍ່​ຄຶກຄື້ນ​ເທົ່າ​ທີ່​ຄວນ, ຂະ­ນະ​ທີ່​ປະ­ຈຸ​ບັນໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນໜອງ​ຄ້າງ​ຊຳ​ເໜືອ​ໃກ້​ຈະ​ສຳ­ເລັດ​ຄາດ​ກາງ​ປີ­ໜ້າ​ເປີດ​ນຳ​ໃຊ້ ແລະ ເຊື່ອ​ແນ່​ວ່າ​ຈະ​ເປັນ​ອີກ​ເສັ້ນ­ທາງດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ທ່ຽວ​ຊົມແຂວງ​ຫຼາຍ​ຂຶ້ນ.

ສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ສະໜາມ​ບິນ​ໜອງ​ຄ້າງ ເມືອງ​ຊຳເໜືອ ແຂວງ​ຫົວ­ພັນ ເປັນ​ໂຄງ­ການໜຶ່ງ​ຂອງ​ລັດ­ຖະ­ບານ ສປປ ລາວ ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ຮອງ​ຮັບ​ເຮືອບິນ​ສາຍ­ພາຍ​ໃນ ແລະ ຕ່າງ­ປະ­ເທດໃນ​ອະ­ນາ­ຄົດ ເພື່ອ​ເປັນ​ການ​ຊຸກຍູ້ ແລະ ສົ່ງ­ເສີມ​ການ​ພັດ­ທະ­ນາເສດ­ຖະ­ກິດŒສັງ­ຄົມ ແລະ ການ​ຂົນສົ່ງ​ສິນ­ຄ້າ​ທາງ​ອາ­ກາດ ໂດຍ​ສະເພາະ​ຂະ­ແໜງ​ການ­ທ່ອງ­ທ່ຽວຂອງ​ແຂວງ​ຫົວ­ພັນ​ກໍ​ຄື​ພາຍ​ໃນ​ປະເທດ ເນື່ອງ​ຈາ​ກວ່າ​ແຂວງ​ຫົວ­ພັນເປັນ​ແຂວງ​ທີ່​ມີ​ສະ­ຖານ­ທີ່​ທ່ອງທ່ຽວ​ທີ່​ຫຼາກ​ຫຼາຍ ແລະ ສວຍ​ງາມທາງ​ດ້ານ​ວັດ­ທະ­ນະ­ທຳ, ທຳ​ມະຊາດ ແລະ ປະ­ຫວັດ­ສາດ​ເປັນ­ຕົ້ນ: ເມືອງ​ວຽງ​ໄຊອະ­ດີດ​ສູນ​ບັນ­ຊາການ​ໃຫຍ່​ຂອງ​ກຸ່ມ​ຜູ້­ນຳ​ຂະ​ບວນການ​ປະ­ເທດ​ລາວ, ເມືອງ​ຊຳ​ເໜືອ ເມືອງ​ເອກ​ຂອງ​ແຂວງ​ຫົວ­ພັນ​ມີຊາຍ​ແດນ​ຕິດ​ກັບ​ຫວຽດ­ນາມຕັ້ງ​ຢູ່ທ່າມ­ກາງ​ຮ່ອມ​ພູ​ອັນ​ຂຽວ​ຂະ​ຈີ​ມີ ຄວາມ​ສູງ 1.200 ແມັດ ເປັນເມືອງ​ທີ່​ມີ​ທິວ​ທັດ​ທີ່​ສວຍ​ງາມ, ຕາດ​ສະ­ເຫຼີຍ, ວັດ​ໂພ​ໄຊ​ໄຊ​ຍະລາມ ແລະ ອີກ​ຫຼາຍໆ​ແຫ່ງ​ທີ່​ມີຄວາມ​ໂດດ​ເດັ່ນ​ເປັນ​ເອ­ກະ­ລັກ.

ແນວ­ໃດ​ກໍ​ດີ ໂຄງ­ການ​ກໍ່­ສ້າງສະ­ໜາມ​ບິນ​ໜອງ​ຄ້າງ ເມືອງ​ຊຳເໜືອ ທີ່​ຄາດ​ກາງ​ປີ­ໜ້າ​ຈະ​ເປີດນຳ​ໃຊ້​ນັ້ນ​ເຊື່ອ​ວ່າ​ຈະ​ເປັນ​ອີກຊ່ອງ​ທາງ​ໜຶ່ງ​ທີ່​ຈະ​ສາ­ມາດ​ດຶງດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນແລະ ຕ່າງ­ປະ­ເທດ​ໃຫ້​ເດີນ­ທາງເຂົ້າ​ມາ​ທ່ຽວ​ຊົມ​ແຂວງ​ຫົວ­ພັນນັບ​ມື້​ນັບ​ຫຼາຍ​ຂຶ້ນ ເພາະ­ວ່າ​ການ​ສັນ­ຈອນ​ທາງ​ອາ­ກາດ​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ວ່ອງ­ໄວ ເຖິງ​ແມ່ນ​ວ່າ​ຄ່າ​ໃຊ້​ຈ່າຍ​ຈະ​ຂ້ອນຂ້າງ​ສູງ​ແຕ່​ກໍ​ຖື​ເປັນ​ທາງ​ເລືອກໃຫ້​ກັບ​ບຸກ­ຄົນ​ທີ່​ເດີນ­ທາງ​ໄປແຂວງ​ດັ່ງ­ກ່າວ ແລະ ຈະ​ສົ່ງ​ຜົນເຮັດ​ໃຫ້​ບັນ­ຍາ­ກາດ​ການ​ທ່ອງທ່ຽວ​ພາຍ​ໃນ​ແຂວງ​ຫົວ­ພັນ​ມີຄວາມ​ຟົດ­ຟື້ນ​ຂຶ້ນ.

ທີ່ມາ ເສດຖະກິດ-ການຄ້າ