spot_img
Homeຂ່າວທ້ອງຖິ່ນເຈົ້າຄອງ ນ.ວ ລົງຊຸກຍູ້ຂະບວນການກຽມເລືອກຕັ້ງ ຢູ່ເມືອງນາຊາຍທອງ!

ເຈົ້າຄອງ ນ.ວ ລົງຊຸກຍູ້ຂະບວນການກຽມເລືອກຕັ້ງ ຢູ່ເມືອງນາຊາຍທອງ!

Published on

ເພື່ອ​ເປັນ​ການ​ກະກຽມ​ຄວາມພ້ອມ ​ໃຫ້​ແກ່​ບັ້ນ​ເລືອກ​ຕັ້ງ​ສະ​ມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ການ​ເລືອກ​ຕັ້ງ​ສະມາຊິກສະພາ​ປະຊາຊົນ​ຂັ້ນ​ແຂວງ ນະຄອນ​ຫຼວງ ວັນ​ທີ 7 ມີນາ 2016 ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ລົງ​ພົບ​ປະ​ຢ້ຽມຢາມ ຕິດຕາມ​ຊຸກຍູ້​ຂະ​ບວນ​ການ​ກະກຽມ ​ໃຫ້​ແກ່ບັ້ນ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ຢູ່​ທີ່​ສະ​ໂມສອນ​ເມືອງ​ນາ​ຊາຍ​ທອງ ໂດຍ​ມີທ່ານ ວິລະ​ສັກ ນາມ​ມຸນຕີ ເຈົ້າເມືອງ​ນາ​ຊາຍ​ທອງ ການ​ນຳ​ຂອງເມືອງ ແລະ ບັນດາ​ອະນຸ​ກຳ​ມະການ​ເລືອກ​ຕັ້ງ​ຂັ້ນ​ເມືອງ​ເຂົ້າຮ່ວມ.

ໂອກາດ​ນີ້ ທ່ານ ວິລະ​ສັກ ນາມ​ມຸນຕີ ເຈົ້າເມືອງ​ນາ​ຊາຍທອງ ໄດ້​ລາຍ​ງານ​ກ່ຽວ​ກັບ​ການກະກຽມ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້​ວ່າ: ເມືອງ​ນາ​ຊາຍ​ທອງ​ມີ 54 ບ້ານ ມີ​ພົນລະເມືອງ​ທັງ​ໝົດ 73.503 ຄົນ ຍິງ 37.428 ຄົນ ຜ່ານ​ການລົງ​ເກັບ​ກຳ​ສະຖິຕິ​ຜູ້​ທີ່​ມີ​ສິດ​ ໃນການ​ປ່ອນ​ບັດ​ເລືອກ​ຕັ້ງອາຍຸ 18 ປີ​ຂຶ້ນ​ເມືອ ມີ​ຈຳນວນ 44.817 ຄົນ ແບ່ງ​ເປັນ​ໜ່ວຍ​ເລືອກ​ຕັ້ງ 59 ໜ່ວຍ ໃນ​ນັ້ນ ປະຈຳ​ບ້ານ 57 ໜ່ວຍ ແລະ ໜ່ວຍ​ເລືອກ​ຕັ້ງ​ຂອງກົມ​ກອງ​ລວມ​ໝູ່ມີ 2 ໜ່ວຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...