spot_img
Homeຂ່າວພາຍ​ໃນ3 ແຂວງໃກ້ຄຽງ ຮ່ວມລົງນາມບົດບັນທຶກວຽກງານປົກປ້ອງ ສະກັດກັ້ນອາຊະຍາກໍາ ຢາເສບຕິດຂ້າມຊາຍແດນ

3 ແຂວງໃກ້ຄຽງ ຮ່ວມລົງນາມບົດບັນທຶກວຽກງານປົກປ້ອງ ສະກັດກັ້ນອາຊະຍາກໍາ ຢາເສບຕິດຂ້າມຊາຍແດນ

Published on

ເພື່ອເປັນການສືບຕໍ່ຮ່ວມມືຮອບດ້ານໃນວຽກງານປົກປ້ອງ ແລະ ສະກັດກັ້ນອາຊະຍາກໍາຢາເສບຕິດຂ້າມຊາຍແດນລະຫວ່າງແຂວງຫຼວງພະບາງ ຫົວພັນ ຂອງ ສປປ.ລາວ ແລະ ແຂວງ ເຊິນລາ ແຫ່ງ ສສ. ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ທັງ 3 ແຂວງຈິ່ງໄດ້ພ້ອມກັນຮ່ວມລົງນາມເຊັນບົດບັນທຶກຊ່ອຍຈໍາຂຶ້ນໃນວັນທີ 05 ມີນາ 2016 ທີ່ຜ່ານມາ ໂດຍກອງປະຊຸມໄດ້ເປັນເອກະພາບຍົກເອົາ 9 ບັນຫາທີ່ສໍາຄັນພ້ອມກັນນໍາມາຈັດຕັ້ງປະຕິບັດຮ່ວມກັນໃນສົກປີ 2016-2017 ໃຫ້ປາກົດຜົນເປັນຈິງ ເຊິ່ງໃນວາລະກອງປະຊຸມຍັງໄດ້ຕີລາຄາສູງເຖິງໝາກຜົນຂອງການຈັດຕັ້ງປະຕິບັດວຽກງານການຮ່ວມມືກັນໃນການປະສານສົມທົບປ້ອງກັນ ແລະ ສະກັດກັ້ນອາຊະຍາກໍາ ເປັນຕົ້ນ ແມ່ນອາຊະຍາກໍາຢາເສບຕິດຂວ້າມຊາຍແດນໄລຍະ 2 ປີ (2013-2015) ໄດ້ມີຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ເຮັດໃຫ້ບໍລິເວນຊາຍແດນຂອງທັງສາມແຂວງມີສະຖຽນລະພາບທາງດ້ານການເມືອງ ຮັບປະກັນອະທິປະໄຕຜືນແຜນດິນອັນຄົບຖ້ວນຂອງກັນແລະກັນ ສັງຄົມມີຄວາມສະຫງົບ ແລະ ມີການພັດທະນາຮອບດ້ານ.

ພ້ອມກັນນັ້ນ ເຈົ້າໜ້າທີ່ 3 ແຂວງ ສຸມໃສ່ແກ້ໄຂຄະດີຢາເສບຕິດໄດ້ 9 ລາຍ ຜູ້ຖືກຫາ 15 ຄົນ ຍຶດຂອງກາງປະເພດເຮໂຣອິນ 229 ແທ່ງ ຢາຝິ່ນ 10,45 ກິໂລກຣາມ ຢາບ້າ 18.850 ເມັດ ເຄື່ອງຈັກອັດແທ່ງເຮໂລອິນ 1 ເຄື່ອງ ອາວຸດເສິກ ເງິນ ແລະ ອຸປະກອນຕ່າງໆຈໍານວນນຶ່ງ ຈາກຜົນງານດັ່ງກ່າວ ທັງສາມແຂວງກໍຍັງໄດ້ສືບຕໍ່ລົງຕິດຕາມກວດກາ ເກັບກໍາຂໍ້ມູນຂ່າວສານກ່ຽວກັບອາຊະຍາກໍາຢາເສບຕິດຢ່າງເປັນປົກກະຕິແຕ່ຂັ້ນແຂວງລົງໄປຮອດຂັ້ນບ້ານ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຮ່ວມມືກັນຈັດເຝິກອົບຮົມທາງດ້ານວິຊາສະເພາະ ອໍານວຍຄວາມສະດວກໃຫ້ປະຊາຊົນສອງຊາດທີ່ອາໄສຢູ່ລຽບຕາມຊາຍແດນໄປມາຊື້ຂາຍສິນຄ້າ ເສີມຂະຫຽາຍມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຕັ້ງໜ້າສຶກສາອົບຮົມໂຄສະນາ ຂົນຂວາຍປະຊາຊົນໃຫ້ມີຫຼັກໝັ້ນ ບໍ່ເຊື່ອຟັງການໂຄສະນາຊວນເຊື່ອຂອງກຸ່ມຄົນບໍ່ດີທີ່ຫວັງແບ່ງແຍກຄວາມສາມັກຄີລະຫວ່າງຊົນເຜົ່າຢູ່ເຂດລຽບຕາມຊາຍແດນ ເປັນເຈົ້າການຮ່ວມມືກັບເຈົ້າໜ້າທີ່ກອງຫຼອນ ກໍາລັງປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ແລະ ປະຕິບັດຂໍ້ກໍານົດວ່າດ້ວຍລະບຽບຊາຍແດນຢ່າງເຂັ້ມງວດ.

ຈາກມູນເຊື້ອການຮ່ວມມືຮອບດ້ານຂອງສາມແຂວງທີ່ໄດ້ປະຕິບັດຮ່ວມກັນຢ່າງມີປະສິດທິຜົນ ຈິ່ງໄດ້ພ້ອມກັນສືບຕໍ່ຮ່ວມລົງນາມເຊັນບົດບັນທຶກຊ່ອຍຈໍາຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍຕາງໜ້າຝ່າຍແຂວງຫຼວງພະບາງ ລົງນາມແມ່ນ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ ແລະ ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ ແຂວງຫົວພັນ ແມ່ນທ່ານນາງ ແພງ ກັນຍາພິມ ຮອງເຈົ້າແຂວງໆຫົວພັນ ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ ແລະ ແຂວງເຊີນລາ ສສ.ຫວຽດນາມ ແມ່ນ ທ່ານ ຟ້າມວັນທຸຍ ຮອງປະທານກໍາມະການປະຊາຊົນແຂວງ ຫົວໜ້າຄະນະຊີ້ນໍາວຽກງານປະສານສົມທົບສະກັດກັ້ນ ແລະ ຕ້ານຢາເສບຕິດ ມີບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງສາມແຂວງເຂົ້າຮ່ວມເປັນສັກຂີພະຍານ.
ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...